ເທເບຕົງເຊື່ອມຕໍ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ V

ຂປລ. ພິທີເທເບຕົງເຊື່ອມຕໍ່ຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ຈັດຂຶ້ນ ໃນວັນທີ 6 ມິຖຸນາ 2025 ໂດຍມີ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສຸລິຍະ ຈຶງຣຸ່ງເຣືອງກິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງຄົມມະນາຄົມ ແຫ່ງ ຣາຊະອານາຈັກໄທ, ມີບັນດາການນຳຂັ້ນສູງ, ຄະນະນໍາກະຊວງ, ແຂວງ, ເມືອງ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງ ຈາກສູນກາງ ແລະ ທ້ອງຖິ່ນ ຂອງສອງປະເທດ ເຂົ້າຮ່ວມ.
ໃນພິທີ, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ຮູ້ວ່າ: ໂຄງ ການກໍ່ສ້າງຂົວຂ້າມນ້ຳຂອງມິດຕະພາບ ລາວ-ໄທ ແຫ່ງທີ V ແມ່ນໜຶ່ງໃນໂຄງການທີ່ເປັນສັນຍາລັກແຫ່ງ ການຮ່ວມມື ລະຫວ່າງ ສອງຊາດ, ສອງລັດ ກໍຄື ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ຣາຊະອານາຈັກໄທ ໃນການນໍາໃຊ້ທ່າແຮງ ທີ່ຕັ້ງຍຸດທະສາດອັນສໍາຄັນຂອງສອງປະເທດຮ່ວມກັນ ພາຍໃຕ້ອະນຸພາກພື້ນລຸ່ມແມ່ນໍ້າຂອງ ຫລື ອາຊີຕາເວັນອອກສ່ຽງໃຕ້ ເພື່ອໃຫ້ເກີດການເຊື່ອມໂຍງ-ເຊື່ອມຈອດ ທັງລະດັບພາກພື້ນ ແລະ ສາກົນ ໂດຍແນໃສ່ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ ການສົ່ງເສີມທາງດ້ານການຄ້າ-ການລົງທຶນ ແລະ ການທ່ອງທ່ຽວ ໂດຍສະເພາະແມ່ນ ການໄປມາຫາສູ່ກັນ ຂອງປະຊາຊົນລະຫວ່າງສອງຊາດ ລາວ-ໄທ, ໄທ-ລາວ. ພ້ອມນີ້, ໂຄງການດັ່ງກ່າວ ຍັງເປັນໂຄງການໜຶ່ງສຳຄັນ ທີ່ນອນຢູ່ໃນແຜນປະຕິບັດງານ ວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ. ໂຄງການດັ່ງກ່າວ ຍັງເປັນໂຄງການໜຶ່ງທີ່ຊ່ວຍປະກອບສ່ວນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍຕອບສະໜອງ ໃຫ້ໄປຕາມຍຸດທະສາດ ການພັດທະນາພື້ນຖານໂຄງລ່າງ ເພື່ອຫັນປະເທດລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນ ປະເທດເຊື່ອມໂຍງ-ເຊື່ອມຈອດຂອງພາກພື້ນ ແລະ ສາກົນ.
ທ່ານ ສີສຸພັນ ຈັນສະຫວັດ ຮອງຫົວໜ້າກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວວ່າ: ໂຄງການກໍ່ສ້າງຂົວຂ້າມນ້ຳຂອງມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ມີຄວາມຍາວທັງໝົດ 1.350 ແມັດ, ເບື້ອງລາວ ມີລວງຍາວ 535 ແມັດ ແລະ ເບື້ອງໄທ 815 ແມັດ, ຄວາມກວ້າງ 17,40 ແມັດ, ມີ 2 ຊ່ອງຈະລາຈອນ, ມີດອນກາງທາງ ແລະ ມີທາງຄົນຍ່າງສອງເບື້ອງ, ໂຄງສ້າງຂອງຂົວ ຊ່ວງເທິງບົກເປັນປະເພດຂົວເບຕົງອັດແຮງ ແລະ ໂຄງສ້າງຂົວຊ່ວງກາງນໍ້າເປັນປະເພດຂົວແຂວນ ຄຶງດ້ວຍສາຍກາບ, ຕໍ່ມາໃນເດືອນພະຈິກ 2020 ໄດ້ເຊັນສັນຍາ ກັບຜູ້ຮັບເໝົາກໍ່ສ້າງຂົວເບື້ອງ ສປປ ລາວ ໂດຍແມ່ນບໍລິສັດນະພາກໍ່ສ້າງຈໍາກັດ,ໃນມູນຄ່າສັນຍາທັງໝົດ 420,5 ລ້ານກວ່າບາດ, ໄລຍະເວລາການກໍ່ສ້າງ 36 ເດືອນ ແລະ ສັນຍາທີ 2 ແມ່ນການກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ອາຄານດ່ານກວດຄົນເຂົ້າ-ອອກເມືອງ ແລະ ສິ່ງອໍານວຍຄວາມສະດວກດ້ານຕ່າງໆ ໂດຍແມ່ນບໍລິສັດສະຫລວງກໍ່ສ້າງຈຳກັດ (ປະເທດໄທ) ຮ່ວມກັບ ບໍລິສັດວິສະວະກໍາກໍ່ສ້າງ ສາກົນທັນສະໄໝຈໍາກັດຜູ້ດຽວ (ປະເທດລາວ), ໃນມູນຄ່າ 866 ລ້ານບາດ, ໃນໄລຍະເວລາການກໍ່ສ້າງ 30 ເດືອນ, ການກໍ່ສ້າງໄດ້ເລີ່ມລົງມືໃນຕົ້ນເດືອນມັງກອນ 2021 ເຊິ່ງໜ້າວຽກສ່ວນໃຫຍ່ ໄດ້ກໍ່ສ້າງສຳເລັດໃນທ້າຍເດືອນພຶດສະພາ 2025 ທີ່ຜ່ານມາ.
ໂຄງການດັ່ງກ່າວ, ແມ່ນໄດ້ຮັບການສະໜັບສະໜູນ ທຶນກູ້ຢືມດອກເບ້ຍຜ່ອນຜັນ (ດອກເບ້ຍຕໍ່າ) ຈາກສຳ ນັກງານຄວາມຮ່ວມມື ເພື່ອການພັດທະນາເສດຖະກິດ ກັບປະເທດເພື່ອນບ້ານ (NEDA) ແຫ່ງ ຣາຊະອານາຈັກໄທ ໃນມູນຄ່າ 1.380 ລ້ານກວ່າບາດ ເຊິ່ງເຫັນວ່າເປັນການຊ່ວຍເຫລືອ ທີ່ມີຄຸນຄ່າ ແລະ ມີປະສິດທິຜົນສູງ ເປັນການປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ, ດຶງດູດການລົງທຶນ ແລະ ການທ່ອງທ່ຽວຂອງລາວ ໃນເວລາດຽວກັນຍັງເຮັດໃຫ້ ສປປ ລາວ ກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດຂອງພາກພື້ນ ແລະ ສາກົນ ປາກົດຜົນເປັນຈິງ.
ມາຮອດປັດຈຸບັນ, ສັນຍາການກໍ່່ສ້າງຂົວຂ້າມນໍ້າຂອງເບື້ອງ ສປປ ລາວ ຄວາມຍາວ 535 ແມັດ, ມີຄວາມຄືບໜ້າທັງໝົດ 98,4%, ສ່ວນສັນຍາ ການກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວຄວາມຍາວ 2.775 ແມັດ ແລະ ອາຄານດ່ານກວດຄົນເຂົ້າ-ອອກເມືອງ ລວມທັງສິ່ງອໍານວຍຄວາມສະດວກຕ່າງໆ ໄດ້ສໍາເລັດແລ້ວ 100%, ຄາດວ່າຂົວແຫ່ງນີ້ ຈະໄດ້ເປີດນໍາໃຊ້ ຢ່າງເປັນທາງການ ໃນທ້າຍປີ 2025 ທີ່ຈະມາເຖິງນີ້.
ຜົນສໍາເລັດຂອງໂຄງການດັ່ງກ່າວ, ແມ່ນໝາກຜົນຕົວຈິງ ທີ່ຢັ້ງຢືນວ່າ ການພົວພັນຮ່ວມມືລະຫວ່າງສອງຊາດ ລາວ-ໄທ ພວມໄດ້ຮັບການເພີ່ມພູນຄູນສ້າງ ແລະ ເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ.
ໃນໂອກາດດຽວກັນ ສອງຝ່າຍ ລາວ-ໄທ ຍັງໄດ້ຮ່ວມລົງນາມຂໍ້ຕົກລົງ ວ່າດ້ວຍກຳມະສິດການນຳໃຊ້ການບໍລິຫານ ແລະ ການບູລະນະຮັກສາຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ຕື່ມອີກ.