ກອປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຊ ຊຸດທີ IX ຈະໄດ້ເປີດຂຶ້ນ 9-26 ມິຖຸນາ ນີ້

06/06/2025 08:31
Email Print 83
KPL - Asean 2024 ຂປລ. ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ເປີດຂຶ້ນ ວັນທີ 9-26 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍຈະໃຊ້ເວລາດໍາເນີນກອງປະຊຸມ 14 ວັນ



ຂປລ. ກອງປະຊຸມສະໄໝສາມັນເທື່ອທີ
9 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ເປີດຂຶ້ນ ວັນທີ 9-26 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍຈະໃຊ້ເວລາດໍາເນີນກອງປະຊຸມ 14 ວັນ (ບໍ່ລວມເອົາວັນພັກທາງລັດຖະການ). ໃນໄລຍະກະກຽມ ແລະ ດຳເນີນກອງປະຊຸມ, ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍຮັບຄຳສະເໜີຂອງປະຊາຊົນ ຜ່ານໂທລະສັບສາຍ ດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມສະພາແຫ່ງຊາດ ຊຶ່ງບັນດາທ່ານສາມາດສົ່ງຄໍາຄິດຄໍາເຫັນ ແລະ ຄໍາສະເໜີໄປຍັງກອງປະຊຸມ ຜ່ານສາຍດ່ວນ: 156 ໃນໂມງລັດຖະການ ແລະ App:Laona

          ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ,  ກໍາມະການຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ໄດ້ຖະແຫລ່ງຂ່າວຕໍ່ສື່ມວນຊົນ ໃນວັນທີ 5 ມິຖຸນາ 2025 ນີ້ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ຄື: ຂົງເຂດວຽກງານລັດຖະບານ ມີຈໍານວນ 6 ບົດ ເຊິ່ງປະກອບມີ ບົດລາຍງານຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025; ບົດລາຍງານ ກ່ຽວກັບການທາບທາມ ຮ່າງແຜນພັດທະນາເສດຖະ ກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030); ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ; ບົດລາຍງານກ່ຽວກັບການ ຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ແລະ ທິດທາງແຜນການໃນຕໍ່ໜ້າ; ບົດລາຍງານກ່ຽວກັບຜົນການສະ ຫລຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ ແລະ ບົດລາຍງານການໃຫ້ນະໂຍບາຍພິເສດ ໂຄງການກໍ່ສ້າງ-ສ້ອມແປງທາງໄລຍະໃໝ່.

ວຽກງານສ້າງ ແລະ ປັບປຸງກົດໝາຍ ມີ 10 ສະບັບ. ໃນນີ້, ຮ່າງກົດໝາຍສ້າງໃໝ່ 5 ສະບັບ ຄື: ກົດໝາຍວ່າດ້ວຍ ຄວາມປອດໄພໄຊເບີ, ກົດໝາຍວ່າດ້ວຍ ສັງຄົມສົງເຄາະ, ກົດໝາຍວ່າດ້ວຍ ພະນັກງານໄອຍະການປະຊາຊົນ, ກົດໝາຍວ່າດ້ວຍ ສາມັນສຶກສາ ແລະ ກົດໝາຍວ່າດ້ວຍ ການປູກຝັງ. ສ່ວນຮ່າງກົດໝາຍປັບປຸງ 5 ສະບັບ ຄື:  ກົດໝາຍວ່າດ້ວຍ ຢາ ແລະ ຜະລິດຕະພັນການແພດ, ກົດໝາຍວ່າດ້ວຍ ອາກອນລາຍໄດ້, ກົດໝາຍວ່າດ້ວຍ ປ້າຍ, ກົດໝາຍວ່າດ້ວຍ ສານປະຊາຊົນສູງສຸດ ແລະ ກົດໝາຍວ່າດ້ວຍຊົນລະປະທານ.

ຂົງເຂດວຽກງານສະພາແຫ່ງຊາດ ມີຈ 2 ບົດ ຄື: ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັ ດແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຫາ ເທື່ອທີ 9 ແລະ ທິດທາງແຜນການຮອດ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX; ບົດລາຍງານ ກ່ຽວກັບການທາບທາມຮ່າງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X.

ສ່ວນມະຕິກອງປະຊຸມສະພາແຫ່ງຊາດ ປະກອບມີ 17 ສະບັບ, ໃນນີ້ ມະຕິຮັບຮອງເອົາວຽກງານລັດຖະບານ 6 ສະບັບ ຄື: ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025; ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025; ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ;ມະ ຕິ ວ່າດ້ວຍການຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດ ປີທ່ອງທ່ຽວລາວ ແລະ ທິດທາງແຜນ ການໃນຕໍ່ໜ້າ; ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານ ກ່ຽວກັບຜົນການສະຫລຸບຕີລາຄາການໂຄ ສະນາເຜີຍ ແຜ່ກົດໝາຍທົ່ວປະເທດ; ມະຕິວ່າດ້ວຍການຮັບຮອງເອົາ ບົດລາຍງານການໃຫ້ນະໂຍບາຍພິເສດ ໂຄງການກໍ່ສ້າງ-ສ້ອມແປງທາງໄລຍະໃໝ່.

ສ່ວນມະຕິຮັບຮອງເອົາວຽກງານສະພາແຫ່ງຊາດ ມີ 1 ສະບັບ ຄື: ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຫາ ເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ມະຕິ ວ່າດ້ວຍການຮັບຮອງເອົາຮ່າງກົດໝາຍ ຈໍານວນ 10 ສະບັບ.

KPL