ເກີດເຫດດິນເຈື່ອນຢູ່ອິນໂດເນເຊຍ ມີຜູ້ເສຍຊີວິດເກືອບ 20ຄົນ

02/06/2025 20:58
Email Print 83
KPL - Asean 2024 ຢູ່​ບໍ່​ຫີນ​ແຫ່ງ​ໜຶ່ງ ​ທີ່​ແຂວງ​ຈາ​ຕາ​ເວັນ​ຕົກ ​ຂອງ​ອິນ​ໂດ​ເນ​ເຊຍ​ ໄດ້​ເກີດ​ເຫດ ​ດິນ​ພູ​ເຈື່ອນ ເຮັດໃຫ້ມີ ​ຜູ້​ເສຍ​ຊີ​ວິດ​ 19 ຄົນ.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ຢູ່​ບໍ່​ຫີນ​ແຫ່ງ​ໜຶ່ງ ​ທີ່​ແຂວງ​ຈາ​ຕາ​ເວັນ​ຕົກ ​ຂອງ​ອິນ​ໂດ​ເນ​ເຊຍ​ ໄດ້​ເກີດ​ເຫດ ​ດິນ​ພູ​ເຈື່ອນ ເຮັດໃຫ້ມີ ​ຜູ້​ເສຍ​ຊີ​ວິດ​ 19 ຄົນ. ທ່ານ ຮາ​ດີ ຣັກ​ມັດ ຮັດ​ຈາ​ຊັ​ສ​ມິ​ຕາ ໂຄ​ສົກ​ອົງ​ການຄຸ້ມ​ຄອງ ແລະ​​ ຫລຸດ​ຜ່ອນ​ໄພ​ພິ​ບັດ​ ຂອງ​ແຂວງ​ຈາ​ວາ​ຕາ​ເວັນ​ຕົກ ​ກ່າວ​ວ່າ: ປັດຈຸບັນ ຍັງສືບຕໍ່ຄົນຫາ ຜູ້ສູນຫາຍອີກ 6 ຄົນ ແລະ ປະກາດ ເຂດດັ່ງກ່າວ ໃຫ້ເປັນເຂດ ໄພພິບັດ ໄປຈົນຮອດ ວັນທີ 6 ມິຖຸນານີ້./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL