ໄຂກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນ ນວ ຊຸດທີ II

22/05/2025 18:39
Email Print 83
KPL - Asean 2024 ຂປລ. ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ (ນວ) ຊຸດທີ II ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 22 ພຶດສະພາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ລໍາພອຍ ສີອັກຄະຈັນ ຄະນະປະຈໍາພັກ, ຮອງປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ, ທ່ານ ບຸນທາມ ພຸດທະວົງສາ ຮອງປະທານສະພາປະຊາຊົນນະຄອນຫລວງວຽງຈັນ



ຂປລ. ກອງປະຊຸມສະໄໝວິສາມັນ ເທື່ອທີ
1 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ (ນວ) ຊຸດທີ II ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 22 ພຶດສະພາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ລໍາພອຍ ສີອັກຄະຈັນ ຄະນະປະຈໍາພັກ, ຮອງປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ, ທ່ານ ບຸນທາມ ພຸດທະວົງສາ ຮອງປະທານສະພາປະຊາຊົນນະຄອນຫລວງວຽງຈັນ ໂດຍມີ ທ່ານ ຊົງເລົ່າ ຢົງນູ ຮອງເລຂາຄະນະພັກ ນະຄອນຫລວງວຽງຈັນ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນວ ແລະ ສະມາຊິກສະພາປະຊາຊົນ ນວ ເຂົ້າຮ່ວມ.



ທ່ານ ນາງ ລໍາພອຍ ສີອັກຄະຈັນ ໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້
, ເປັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍວ່າດ້ວຍ ສະພາປະຊາຊົນຂັ້ນແຂວງ ເຊິ່ງກອງປະຊຸມຄັ້ງນີ້, ຈະໄດ້ຄົ້ນ ຄວ້າພິຈາລະນາ ແລະ ຮັບຮອງເອົາການສ້າງຕັ້ງຕາແສງ (ທົດລອງ) ຢູ່ເມືອງໄຊທານີ ເຊິ່ງເປັນວາລະທີ່ສໍາຄັນ, ຈໍາເປັນ ແລະ ຮີບດ່ວນຂອງນະຄອນຫລວງວຽງຈັນ, ທັງຈະເປັນຕົວແບບໃນການພິຈາລະນາ ແລະ ຮັບຮອງເອົາການສ້າງຕັ້ງຕາແສງ ຢູ່ຂອບເຂດທົ່ວປະເທດ.




ໃນໂອກາດນີ້
, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງ​ວຽງ​ຈັນ ໄດ້ລາຍງານກ່ຽວກັບ ການຂໍສ້າງຕັ້ງຕາແສງທຳອິດ ຢູ່ເມືອງໄຊທານີ ນະຄອນຫລວງ​ວຽງ​ຈັນ ໂດຍໄດ້ຍົກໃຫ້ເຫັນສະພາບຜ່ານມາ ແລະ ບ່ອນອີງໃນການຄົ້ນຄວ້າສ້າງຕັ້ງຕາແສງ; ເຫດຜົນ ແລະ ຄວາມຈຳເປັນໃນການສ້າງຕັ້ງຕາແສງ; ສະພາບຈຸດພິເສດ, ເຂດແດນ, ທ່າແຮງຕົ້ນຕໍ ແລະ ທີ່ຕັ້ງສຳນັກງານຂອງຕາແສງ; ທີ່ຕັ້ງ, ພາ ລະບົດບາດ, ສິດ ແລະ ໜ້າທີ່ ຂອງຄະນະກຳມະການປົກຄອງຕາແສງ ເຊິ່ງຄະນະກຳມະການປົກຄອງຕາແສງ ແມ່ນອົງການບໍລິຫານຂັ້ນລຸ່ມສຸດ ຂອງອົງການປົກຄອງທ້ອງຖິ່ນ, ມີພາລະບົດບາດຄຸ້ມຄອງບໍລິ ຫານລັດ ທາງດ້ານການເມືອງ, ການປົກຄອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປົກປັກຮັກສາ ແລະ ນຳໃຊ້ຊັບພະຍາກອນທໍາມະຊາດ, ສິ່ງແວດລ້ອມ ແລະຊັບພະຍາກອນອື່ນໆ ໃນທ້ອງຖິ່ນຂອງຕົນ ຕາມການແບ່ງຂັ້ນຄຸ້ມຄອງ; ຊີ້ນຳ, ກວດກາການຈັດຕັ້ງປະ ຕິບັດແຜນພັດທະນາບ້ານ ໃນຂອບເຂດການຄຸ້ມຄອງຂອງຕົນ.

ຈາກນີ້, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫລວງ​ວຽງ​ຈັນ, ສະມາ ຊິກສະພາປະຊາຊົນ ນວ ກໍໄດ້ພ້ອມກັນສຸມທຸກສະຕິປັນຍາ, ຄົ້ນຄວ້າ, ພິຈາລະນາ ແລະ ປະກອບຄໍາເຫັນຢ່າງມີປະຊາທິປະໄຕ, ເລິກເຊິ່ງ, ມີຈຸດສຸມ, ເຈາະຈົງ, ພາວະວິໄສ, ມີເຫດຜົນຕົວຈິງ ແລະ ຮັບປະ ກັນຄວາມສອດຄ່ອງກັບນະໂຍບາຍຂອງພັກ, ຖືກຕ້ອງຕາມລັດຖະທໍາມະນູນ, ກົດໝາຍ, ສະພາບຈຸດພິເສດຕົວຈິງຂອງ ນວ ໃນປັດຈຸບັນ. ທັງນີ້, ກໍເພື່ອແນ່ໃສ່ຮັບປະກັນໃຫ້ ການສ້າງຕັ້ງຕາແສງໃນຄັ້ງນີ້, ສາມາດນໍາໄປຈັດຕັ້ງປະຕິບັດ ໄດ້ຢ່າງເປັນຮູບປະທໍາທີ່ແທ້ຈິງ ແລະ ເກີດດອກອອກຜົນ.

ຂ່າວ: ກິດຕາ

KPL