ປະເທດ ຕັງຊານີ


ປະເທດ ຕັງຊານີ(Tanzania) ຫລື ຊື່ທາງການ ສະຫະສາທາລະນະລັດ ຕັງຊານີ(United Republic of Tanzania) ມີນະຄອນຫລວງຊື່ ໂດໂດມາ(Dodoma), ຕັງຊານີ ເປັນປະເທດໜຶ່ງ ຕັ້ງຢູ່ແຄມຝັ່ງ ພາກຕາເວັນອອກ ຂອງອາຟຣິກກາ, ມີອານາເຂດ ທາງທິດເໜືອ ຕິດກັບ ເຄັນຍາ ແລະ ອູກັນດາ, ທາງຕາເວັນຕົກ ຕິດກັບ ຣູວັນດາ, ບູຣຸນດີ ແລະ ກົງໂກ, ທາງທິດໃຕ້ ຕິດກັບ ຊຳບີ, ມາລາວີ ແລະ ໂມຊຳບິກ, ສ່ວນທາງຕາເວັນອອກ ຕິດກັບ ມະຫາສະໝຸດ ອິນເດຍ. ກວມເອົາ ເນື້ອທ່ີທັງໝົດ 883.749 ກິໂລຕາແມັດ, ປະຊາກອນ 66,62 ລ້ານຄົນ (ໃນປີ 2023), ໃຊ້ພາສາທາງການ ອັງກິດ ແລະ ສວາຮີລີ, ປະຊາຊົນສ່ວນໃຫຍ່ ຖື ສາສະໜາ ຄຣີສ, ອິສລາມ ແລະ ອື່ນໆ; ໃຊ້ສະກຸນເງິນ ຊີລລິງຕັງຊານີ (TZS). ສ່ວນວັນຊາດ ແມ່ນວັນທີ 9. 12. 1961.
ຕັງຊານີ ເປັນປະເທດ ທ່ີມີຖານເສດຖະກິດດີ ຂ້ອນຂ້າງສູງ ເນື່ອງຈາກ ການເມືອງມີສະຖຽນລະພາບ ແລະ ມີສັກກາຍະພາບ ທາງທຳມະຊາດຢ່າງຫລວງຫລາຍ ເຊັ່ນ: ແຮ່ທາດ, ອັນຍາມະນີ, ແກັສທຳມະຊາດ ແລະ ອື່ນໆ. ນອກນີ້ລັດຖະບານ ຕັງຊານີ ຍັງມີນະໂຍບາຍ ສົ່ງເສີມການລົງທຶນ ໂດຍສະເພາະ ດ້ານການ ທ່ອງທ່ຽວ ແລະ ໄດ້ຕັ້ງສູນ ສົ່ງເສີມ ການລົງທຶນ ເພື່ອອຳນວຍ ຄວາມສະດວກ ໃຫ້ແກ່ ນັກລົງທຶນຕ່າງປະເທດ. ໂດຍລວມຍອດ ຜະລິດຕະພັນພາຍໃນປະເທດ(GDP) 79,06 ຕື້ໂດລາສະຫະລັດ(ໃນປີ2023), ລາຍໄດ້ສະເລ່ຍ ຕໍ່ຫົວຄົນ 1.224 ກວ່າໂດລາສະຫະລັດຕໍ່ປີ, ອັດຕາການຂະຫຍາຍຕົວ ເສດຖະກິດ 5,1% ຕໍ່ປີ; ການສົ່ງອອກສິນຄ້າ ລວມມີ ຄໍາ, ກາເຟ, ຜະລິດຕະພັນຝ້າຍ, ແຮ່ທາດ, ໝາກພ້າວ, ໝາກມ່ວງຫິ ມະພານ. ສ່ວນສິນຄ້າ ນຳເຂົ້າເປັນຕົ້ນ ເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງກົນຈັກ, ນໍ້າມັນປາມ ແລະ ອື່ນໆ. ປະເທດຄູ່ຮ່ວມມືການຄ້າ ທີ່ສຳຄັນຄື: ອິນເດຍ, ຈີນ, ອາຟຣິກາໃຕ້, ເຄັນຍາ, ສະ ຫະນະຄອນ ເອເມເຣັດອາຣັບ, ຍີ່ປຸ່ນ, ໂຮນລັງ ແລະ ເຢຍລະມັນ ຕາມລຳດັບ.
ນອກນີ້ ຍັງມີສະຖານທ່ີ ທ່ອງທ່ຽວສວຍງາມ ຫລາຍແຫ່ງ ເຊັ່ນ: ອຸທະຍານແຫ່ງຊາດ ເຊເຣງເກຕິ, ເປັນທົ່ງຫຍ້າທີ່ກວ້າງໃຫຍ່ ໄພສານ ລະດັບໂລກ; ໂງໂຣໂງໂຣ່ ເປັນພູໄຟມະຫັດສະຈັນ ອັນດັບ 8 ຂອງໂລກ ທີ່ມີຄວາມຍາວ 19,2 ກິໂລແມັດ ມີຄວາມເລີກເຖິງ 610 ແມັດ; ຄິລິມັນຈາໂຣ ເປັນໜຶ່ງໃນ 10 ຂອງ ຍອດພູສູງ ທີ່ສຸດໃນໂລກ ແລະ ສູງສຸດ ໃນທະວີບອາຟຣິກາ ເຖິງ 5.896 ແມັດ ແລະ ອື່ນໆ.
ປະເທດຕັງຊານີ ແລະ ປະເທດ ສປປລາວ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດຮ່ວມກັບ ໃນວັນທີ 15.05. 1978 ເປັນຕົ້ນມາ. ຈາກນັ້ນ ທັງສອງປະເທດ ໄດ້ພ້ອມກັນເສີມສ້າງ ສາຍພົວພັນ ແລະ ຮ່ວມມືກັນພັດທະນາ ໃຫ້ນັບມື້ ແໜ້ນແຟ້ນ ແຕກດອກອອກຜົນຍິ່ງໆຂື້ນເລື້ອຍໆ./.
ໂດຍ: ດາວັນ