ເຟດ ຍັງຄົງຮັກສາອັດຕາດອກເບ້ຍນະໂຍບາຍໄວ້ລະດັບ 4,25%-4,50%
Email
Print
83

KPL - Asean 2024
ຄະນະ ກຳມະການ ນະໂຍບາຍ ການເງິນ ຂອງທະນາຄານກາງ ສະຫະລັດ ອາເມລິກາ(FOMC) ມີມະຕິ ເປັນເອກະພາບກັນ ຍັງຄົງ ຮັກສາ ອັດຕາ ດອກເບ້ຍ ໄວ້ທີ່ລະດັບ 4,25%-4,50% ຕາມຄາດການ ໃນກອງປະຊຸມ ເມື່ອບໍ່ດົນມານີ້

ຂປລ.ຕາມຂ່າວຈາກ ວໍຊີງຕັນ, ຄະນະ ກຳມະການ ນະໂຍບາຍ ການເງິນ ຂອງທະນາຄານກາງ ສະຫະລັດ ອາເມລິກາ(FOMC) ມີມະຕິ ເປັນເອກະພາບກັນ ຍັງຄົງ ຮັກສາ ອັດຕາ ດອກເບ້ຍ ໄວ້ທີ່ລະດັບ 4,25%-4,50% ຕາມຄາດການ ໃນກອງປະຊຸມ ເມື່ອບໍ່ດົນມານີ້ ພ້ອມທັງ ເຕືອນຄວາມສ່ຽງ ດ້ານເງິນເຟີ້ ແລະ ອັດຕາ ການຫວ່າງງານ ເລີ່ມມີທ່າອຽງ ເພີ່ມສູງຂຶ້ນ ສະທ້ອນ ໃຫ້ເຫັນ ຄວາມບໍ່ແນ່ນອນ ທີ່ເພີ່ມຂຶ້ນ ໃນເສດຖະກິດ ປັດຈຸບັນ. ຂະນະທີ່ ທະນາຄານກາງ ສະຫະລັດ ອາເມລິກາ (Fed) ຜະເຊີນກັບ ຄວາມທ້າທາຍ ຈາກນະໂຍບາຍ ພາສີ ຂອງ ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສະຫະລັດ ອາເມລິກາ ເຮັດໃຫ້ເກີດ ຄວາມບໍ່ແນນອນ ໃນສະພາບການ ເສດຖະກິດໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ