ການເດີນສວນສະໜາມກ້ອນກຳລັງ ກອງພັນໃຫຍ່ ອະມະຕະ ຫລາຍກ່ວາ 30 ປະເທດ
Email
Print
83

KPL - Asean 2024
ບັນດາ ການເຄື່ອນໄຫວ ເດີນສວນສະໜາມ ກ້ອນກຳລັງ ກອງພັນໃຫຍ່ ອະມະຕະ ໄດ້ດຳເນີນຢູ່ ຫລາຍກ່ວາ 30 ປະເທດ ໂດຍບັນດາ ນັກການທູດ ແລະ ຊາວຣັດເຊຍ ອາໄສຢູ່ຕ່າງປະເທດ ຈັດຂຶ້ນ ເພື່ອແນໃສ່ ຮັກສາ ຄວາມຈິງ ກ່ຽວກັບ ໄຊຊະນະ ອັນຍິ່ງໃຫຍ່ນີ້.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້, ທ່ານ ນາງ ມາເຣຍ ຊາກາໂຣວາ(Maria Zakharova )ໂຄສົກ ກະຊວງ ການຕ່າງປະເທດ ຣັດເຊຍ ໃຫ້ຮູ້ວ່າ: ບັນດາ ການເຄື່ອນໄຫວ ເດີນສວນສະໜາມ ກ້ອນກຳລັງ ກອງພັນໃຫຍ່ ອະມະຕະ ໄດ້ດຳເນີນຢູ່ ຫລາຍກ່ວາ 30 ປະເທດ ໂດຍບັນດາ ນັກການທູດ ແລະ ຊາວຣັດເຊຍ ອາໄສຢູ່ຕ່າງປະເທດ ຈັດຂຶ້ນ ເພື່ອແນໃສ່ ຮັກສາ ຄວາມຈິງ ກ່ຽວກັບ ໄຊຊະນະ ອັນຍິ່ງໃຫຍ່ນີ້. ພ້ອມທັງ ກ່າວເນັ້ນໜັກຕື່ມວ່າ: ໃນທົ່ວໂລກ ບັນດາ ອົງການ ທູຕານຸທູດ ແລະ ຊາວຣັດເຊຍ ອາໄສຢູ່ ຕ່າງປະເທດ ໄດ້ຈັດຫລາຍການ ເຄື່ອນໄຫວຂຶ້ນ ເພື່ອແນໃສ່ ຍ້ອງຍໍ ສັນລະເສີນ ວິລະກຳ ຂອງລຸ້ນຄົນ ຜູ້ທີ່ຍິ່ງໃຫຍ່ ເຊິ່ງແມ່ນ ຜູ້ໄຊຊະນະ ລັດທິຟາດຊິດ ແລະ ບໍ່ອະນຸຍາດໃຫ້ ຫລົງລືມ ຄວາມຈິງ ກ່ຽວກັບ ໄຊຊະນະ ອັນຍິ່ງໃຫຍ່ນີ້./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ