ທາງລົດໄຟຈີນ-ລາວ ໃຫ້ບໍລິການຜູ້ໂດຍສານສາກົນ ຫລາຍກວ່າ 500.000ເທື່ອຄົນ

02/05/2025 13:08
Email Print 83
KPL - Asean 2024 ກຸ່ມບໍລິສັດຄຸນມີງ ທາງລົດໄຟຈີນ ຈຳກັດ ແຈ້ງໃຫ້ຊາບວ່າ: ຮອດທ້າຍເດືອນ ເມສານີ້, ທາງລົດໄຟຈີນ-ລາວ ໄດ້ແລ່ນລົດໄຟ ຜູ້ໂດຍສານ ສາກົນ ຈຳນວນ 2.000 ຖ້ຽວ ໂດຍໄດ້ຂົນສົ່ງ ຜູ້ໂດຍສານ ຈຳນວນ 1.970.000 ເທື່ອຄົນ,ໃນນັ້ນ ຜູ້ໂດຍສານ ສາກົນ ຂ້າມຊາດ ມີຫລາຍກວ່າ 500.000 ເທື່ອຄົນ ທີ່ມາຈາກ 112 ປະເທດ ແລະ ເຂດແຄວ້ນ.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ກຸ່ມບໍລິສັດຄຸນມີງ ທາງລົດໄຟຈີນ ຈຳກັດ ແຈ້ງໃຫ້ຊາບວ່າ: ຮອດທ້າຍເດືອນ ເມສານີ້, ທາງລົດໄຟຈີນ-ລາວ ໄດ້ແລ່ນລົດໄຟ ຜູ້ໂດຍສານ ສາກົນ  ຈຳນວນ 2.000 ຖ້ຽວ ໂດຍໄດ້ຂົນສົ່ງ ຜູ້ໂດຍສານ ຈຳນວນ 1.970.000 ເທື່ອຄົນ,ໃນນັ້ນ ຜູ້ໂດຍສານ ສາກົນ ຂ້າມຊາດ ມີຫລາຍກວ່າ 500.000 ເທື່ອຄົນ ທີ່ມາຈາກ 112 ປະເທດ ແລະ ເຂດແຄວ້ນ. ຂົນສົ່ງສິນຄ້າ ຫລາຍກວ່າ 58.400.000 ໂຕນ ນັບແຕ່ ຂະບວນລົດ ຜູ້ໂດຍສານສາກົນ ຕາມທາງລົດໄຟຈີນ-ລາວ ເປີດບໍລິການ ເມື່ອວັນທີ 13 ເມສາປີ 2023 ເປັນຕົ້ນມາ, “ຊ່ອງທາງຄຳ” ທີ່ເຊື່ອມຕໍ່ ລະຫວ່າງ ສປ ຈີນ ກັບ ສປປ ລາວ ສາຍນີ້ ໄດ້ເສີມຂະຫຍາຍບົດບາດຢ່າງຕໍ່ເນື່ອງ,ອາໄສ ຈຸດພິເສດ ທີ່ລາຄາບໍ່ແພງ ແລະ ສະດວກສະບາຍ ໄດ້ກາຍເປັນຮູບ ການສັນຈອນໄປມາ ອັນດັບໜຶ່ງ ສຳລັບ ຜູ້ໂດຍສານຈີນ ແລະ ຕ່າງປະເທດ ໄປມາຫາສູ່ກັນ ລະຫວ່າງ ສປ ຈີນ ກັບ ສປປ ລາວ ເພື່ອທ່ອງທ່ຽວ,ຮ່ຳຮຽນ,ເຮັດທຸລະກິດ ແລະ ດຳເນີນການແລກປ່ຽນ ດ້ານວັດທະນະທຳ.ຈຳນວນຜູ້ໂດຍສານສາກົນ ເຂົ້າອອກເມືອງ ແຕ່ລະມື້ ໂດຍຜ່ານທາງລົດໄຟຈີນ-ລາວໄດ້ເພິ່ມຈາກ 300 ເທື່ອຄົນ ໃນຕອນເລີ່ມຕົ້ນຂຶ້ນ ເປັນ 1.300 ເທື່ອຄົນ ສູງສຸດຢ່າງວ່ອງໄວ.ນັບແຕ່ປີນີ້ ເປັນຕົ້ນມາ,ຈຳນວນ ຜູ້ໂດຍສານສາກົນ ຂ້າມຊາດ ໄດ້ບັນລຸຫລາຍກວ່າ 100.000 ເທື່ອຄົນ,ເຊິ່ງເປັນທ່ວງທ່າ ທີ່ເພີ່ມຂຶ້ນ ຢ່າງແຂງແຮງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL