ເລີ່ມກໍ່ສ້າງໂຄງການລັກສະນະຄວບຄຸມທີ່ສຳຄັນຂອງທາງລົດໄຟຈີນ-ກຽກກິດສະຖານ-ອຸດສະເບກິດສະຖານ


ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ,ວັນທີ 29 ເມສານີ້, ອຸໂມງ 3 ແຫ່ງ ທີ່ນອນ ໃນໂຄງການ ລັກສະນະ ຄວບຄຸມ ທີ່ສຳຄັນ ຂອງຕອນທາງ ຢູ່ພາຍໃນ ກຽກກິດສະຖານ ຂອງທາງລົດໄຟຈີນ-ກຽກກິດສະຖາ-ອຸດສະເບກິດສະຖານ ເລີ່ມລົງມືກໍ່ສ້າງ,ນີ້ເປັນຂີດໝາຍ ສະແດງ ໃຫ້ເຫັນວ່າ: ໂຄງການເສັ້ນຫລັກ ຂອງໂຄງການ ທາງລົດໄຟຈີນ-ກຽກກິດສະຖານ-ອຸດສະເບກິດສະຖານ ໄດ້ເຂົ້າສູ່ໄລຍະການກໍ່ສ້າງແລ້ວ.ຫລັງຈາກ ຜູ້ຮັບຜິດຊອບ ທີ່ກ່ຽວຂ້ອງຂອງ ກຸ່ມບໍລິສັດ ທາງລົດໄຟແຫ່ງຊາດຈີນ ແນະນຳໃຫ້ຮູ້ວ່າ: ທາງລົດໄຟຈີນ-ກຽກກິດສະຖານ-ອຸດສະເບກິດສະຖານ ແມ່ນໂຄງການ ທີ່ສຳຄັນ ໃນການຮ່ວມມືແຫ່ງການຮ່ວມສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ປະມຸກລັດ 3 ປະເທດຄືຈີນ,ກຽກກິດສະຖານ ແລະ ອຸດສະເບກິດສະຖານ ຊຸກຍູ້ໂດຍກົງ. ໂຄງການ ດັ່ງກ່າວ ເລີ່ມຕົ້ນຈາກ ນະຄອນຄາຊື ເຂດຊີ່ນຈ່ຽງຂອງຈີນ,ຜ່ານປະເທດ ກຽກກິດສະຖານ,ສຸດທ້າຍ ຮອດອານຕີຈານ ຕົວເມືອງ ພາກຕາເວັນອອກ ອຸດສະເບກິດສະຖານ. ພາຍຫລັງ ສປ ຈີນ, ກຽກກິດສະຖານ ແລະ ອຸດສະເບກິດສະຖານ ໄດ້ເຊັນສັນຍາ ລະຫວ່າງ ລັດຖະບານ, ພາກສ່ວນ ທີ່ກ່ຽວຂ້ອງ ຂອງລັດຖະບານແລະ ວິສາຫະກິດຂອງ 3 ປະເທດ ໄດ້ຮ່ວມກັນ ຈັດພິທີເລີ່ມກໍ່ສ້າງ ທາງລົດໄຟຈີນ-ກຽກກິດສະຖານ-ອຸດສະເບກິດສະຖານ ໃນວັນທີ 27 ທັນວາປີ 2024./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ