ຂະແໜງການຂາຍຍົກ-ຍ່ອຍ ສປ ຈີນ ບັນລຸ 3.300 ຕື້ຢວນ

21/04/2025 16:41
Email Print 83
KPL - Asean 2024 ໃນ​ລະ​ຫວ່າງ​ ເດືອນ​ມັງ​ກອນ ​ຫາ​ເດືອນ​ມີ​ນາ​ປີ​ນີ້, ມູນ​ຄ່າ​ເພີ່ມ ​ຂອງ​ຂະ​ແໜງ​ ການ​ຂາຍ​ຍົກ ແລະ ຂາຍ​ຍ່ອຍ ​ຂອງ ສປ ​ຈີນ ​ບັນ​ລຸ 3.300 ຕື້ຢວນ, ເພີ່ມ​ຂຶ້ນ 5,8% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ​ ຂອງ​ປີ​ກາຍ

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ,ອີງ​ຕາມ​ ຕົວ​ເລກ ​ຂໍ້​ມູນ​ ຂອງ​ອົງ​ການ ​ສະ​ຖິ​ຕິ​ ແຫ່ງ​ຊາດ​ຈີ ນ​ແຈ້ງ​ໃຫ້​ຮູ້​ວ່າ: ໃນ​ລະ​ຫວ່າງ​ ເດືອນ​ມັງ​ກອນ ​ຫາ​ເດືອນ​ມີ​ນາ​ປີ​ນີ້, ມູນ​ຄ່າ​ເພີ່ມ ​ຂອງ​ຂະ​ແໜງ​ ການ​ຂາຍ​ຍົກ ແລະ ຂາຍ​ຍ່ອຍ ​ຂອງ ສປ ​ຈີນ ​ບັນ​ລຸ 3.300 ຕື້ຢວນ, ເພີ່ມ​ຂຶ້ນ 5,8% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ​ ຂອງ​ປີ​ກາຍ, ກວມ​ເອົາ ​ລວມຍອດ ​ຜະ​ລິດ ​ຕະ​ພັນ​ ພາຍ​ໃນ ຫລື GDP ເຖິງ 10,4%. ຂະ​ນະ​ທີ່ ​ຂະ​ແໜງ​ການ​ຂາຍ​ຍົກ​ ແລະ ຂາຍ​ຍ່ອຍ​ ມີ​ສະ​ພາບ​ການ ​ເລີ່ມ​ຕົ້ນ​ທີ່​ດີ, ໄດ້​ເປັນ​ການ​ຄ້ຳປະ​ກັນ ​ທີ່​ເຂັ້ມ​ແຂງ​ໃຫ້​ແກ່​ ການ​ເປີດກວ້າງ​ ຄວາມ​ຕ້ອງ​ການ​ພາຍ​ໃນ ແລະ ການ​ໝູນ​ວຽນ ​ຂອງ​ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ ​ຢ່າງ​ສະ​ດວກ.ເມື່ອ​ເບິ່ງ​ຈາກ​ ຂະ​ແໜງ ​ການ​ຂາຍ​ຍົກ​ແລ້ວ ​ເຫັນ​ວ່າ: ໃນ​ລະ​ຍະດັ່ງກ່າວ ມູນ​ຄ່າ​ ຕົກ​ລົງ​ຊື້​-ຂາຍ​ກັນ​ ຂອງ​ຕະຫລາດ ​ສິນ​ຄ້າ​ ທີ່ກະ​ຊວງ​ ການ​ຄ້າ​ຈີນ ​ເຈາະ​ຈົງ​ ຕິດ​ຕໍ່​ນັ້ນ ​ມີ​ເຖິງ 1.300 ຕື້ຢວນ, ມູນ​ຄ່າ​ຕົກ​ລົງ​ຊື້​ຂາຍ​ກັນ ​ຂອງ​ຕະຫລາດ ​ປະ​ເພດ ​ເຄື່ອງ​ບໍ​ລິ​ໂພກ ​ອຸດ​ສາ​ຫະກຳ ເພີ່ມ​ຂຶ້ນ 0,8%. ເມື່ອ​ເບິ່ງ​ຈາກ​ ຂະ​ແໜງ​ ການ​ຂາຍ​ຍ່ອຍ​  ໃນ​ລະ​ຫວ່າງ ​ເດືອນ​ມັງ​ກອນ ​ຫາ​ເດືອນ​ມີ​ນາ, ຍອດມູນ​ຄ່າ ​ຂາຍ​​ຍ່ອຍ ​ສິນ​ຄ້າ​ມີ​ເຖິງ 11.000 ຕື້ຢວນ, ເພີ່ມ​ຂຶ້ນ 4,6%./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL