ໂຮງໝໍເຊດຖາທິຣາດ ສະຫລຸບວຽກງານ ປະຈໍາປີ 2024

21/04/2025 13:37
Email Print 83
KPL - Asean 2024 ຂປລ. ເມື່ອບໍ່ດົນມານີ້, ໂຮງໝໍເຊດຖາທິຣາດ ຈັດກອງປະຊຸມສະຫລຸບ ການຈັດຕັ້ງປະຕິບັດ ແຜນພັດທະນາໂຮງໝໍ ປະຈໍາປີ 2024 ແລະ ຜ່ານແຜນການປີ 2025 ໂດຍການເປັນ ປະທານຂອງ ທ່ານ ຫວັງນະຄອນ ດິດຕະພົງ ເລຂາຄະນະພັກຮາກຖານ, ຜູ້ອຳນວຍການໂຮງໝໍເຊດຖາທິຣາດ, ມີຜູ້ຕາງໜ້າຈາກກົມປິ່ນປົວ, ຄະນະອຳນວຍການໂຮງໝໍ, ຫົວໜ້າພະແນກ, ຄະນະພະແນກ, ພະນັກງານແພດ-ໝໍ ແລະ ວິຊາການພາຍໃນໂຮງໝໍ ເຂົ້າຮ່ວມ.



ຂປລ. ເມື່ອບໍ່ດົນມານີ້
, ໂຮງໝໍເຊດຖາທິຣາດ ຈັດກອງປະຊຸມສະຫລຸບ ການຈັດຕັ້ງປະຕິບັດ ແຜນພັດທະນາໂຮງໝໍ ປະຈໍາປີ 2024 ແລະ ຜ່ານແຜນການປີ 2025 ໂດຍການເປັນ ປະທານຂອງ ທ່ານ ຫວັງນະຄອນ ດິດຕະພົງ ເລຂາຄະນະພັກຮາກຖານ, ຜູ້ອຳນວຍການໂຮງໝໍເຊດຖາທິຣາດ, ມີຜູ້ຕາງໜ້າຈາກກົມປິ່ນປົວ, ຄະນະອຳນວຍການໂຮງໝໍ, ຫົວໜ້າພະ ແນກ, ຄະນະພະແນກ, ພະນັກງານແພດ-ໝໍ ແລະ ວິຊາການພາຍໃນໂຮງໝໍ ເຂົ້າຮ່ວມ.




ໂອກາດດັ່ງກ່າວ
, ທ່ານ ຫວັງນະຄອນ ດິດຕະພົງ ​ໄດ້ໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານມາ ໂຮງໝໍເຊດຖາທິຣາດ ໄດ້ກວດ ແລະ ປິ່ນປົວຄົນເຈັບ ຢູ່ຫ້ອງກວດເຂດນອກໄດ້ 82.379 ເທື່ອຄົນ, ຮັບບໍລິການຄົນເຈັບສຸກເສີນ 28.608 ກໍລະນີ, ຮັບຄົນເຈັບເຂົ້ານອນ 16.517 ຄົນ, ອັດຕາການໝູນໃຊ້ຕຽງ 60% (ໃນ 250 ຕຽງ), ເກີດລູກທຳມະດາ 2.920 ຄົນ, ຜ່າຕັດທັງໝົດ 3.657 ກໍລະນີ. ພ້ອມນີ້, ຍັງໄດ້ເອົາໃຈໃສ່ສືບຕໍ່ ການປະຕິບັດໜ້າທີ່ວຽກງານ ການຕອບໂຕ້, ສະກັດກັ້ນ ແລະ ຄວບຄຸມ ແກ້ໄຂການລະບາດໄຂ້ເລືອດອອກ ທັງໝົດ 724 ຄົນ. ພ້ອມກັນນັ້ນ, ທາງໂຮງໝໍ ຍັງໄດ້ປະກອບສ່ວນ ການສັກວັກຊີນປ້ອງກັນພະຍາດໂຄວິດ-19 ແລະ ອື່ນໆ. ພ້ອມນີ້, ຍັງໄດ້ກວດເລືອດກັ່ນກອງເຊື້ອເອສໄອວີ 5.891 ເທື່ອຄົນ, ຍິງ 3.752 ຄົນ, ພົບຜູ້ຕິດເຊື້ອເອສໄອວີ 430 ຄົນ, ສົ່ງມາຈາກບ່ອນອື່ນ 180 ຄົນ, ລວມທັງໝົດຜູ້ຕິດເຊື້ອກໍລະນີ ທີ່ລົງທະບຽນກິນຢາຕ້ານເອດສ໌ໄອວີ 610 ຄົນ, ແມ່ຍິງຖືພາ 28 ຄົນ, ເສຍຊີວິດ 40 ຄົນ, ຜູ້ທີ່ລົງທະບຽນໃໝ່ໃນປີ 2024 ມີຈໍານວນ 18 ຄົນ, ຜູ້ຕິດເຊື້ອເຂົ້ານອນໂຮງໝໍ 248 ຄົນ, ກວດເລືອດເບິ່ງຈໍານວນເຊື້ອເອດ ຕິດຕາມການກິນຢາ 11.441 ຄົນ.

ນອກຈາກນີ້, ໂຮງໝໍຍັງຖືເອົາວຽກງານສຳຄັນ ຂອງການສຶກສາອົບຮົມແນວຄິດ ຂອງພະນັກງານ, ຈັນຍາບັນແພດ, ຈັນຍາບັນພະຍາບານ ໄດ້ປຸກລະດົມຂະບວນການແຂ່ງຂັນຮັກຊາດ ພັດທະນາປະຕິ ບັດວິ​ໄສທັດຂອງໂຮງໝໍ ແລະ ນະໂຍບາຍ 5 ດີ, 1 ພໍໃຈ ທີ່ກະຊວງສາທາລະນະສຸກວາງອອກ ເຂົ້າໃນວຽກງານຕົວຈິງ.

ຂໍ້ມູນ-ພາບ: ສູນຂ່າວສານການແພດ

KPL