ກວດກາຄວາມສອດຄ່ອງຮ່າງ ກົດໝາຍວ່າດ້ວຍ ການປູກຝັງ
Email
Print
83

KPL - Asean 2024
ຂປລ. ໃນລະຫວ່າງວັນທີ 17-19 ເມສາ 2025 ນີ້, ກະຊວງຍຸຕິທຳ ຈັດກອງປະຊຸມກວດກາຄວາມສອດຄ່ອງ ຮ່າງກົດໝາຍວ່າດ້ວຍການປູກຝັງ ຢູ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ກົງຈີ ຢ່າງຈື່ ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້,

ຂປລ. ໃນລະຫວ່າງວັນທີ 17-19 ເມສາ 2025 ນີ້, ກະຊວງຍຸຕິທຳ ຈັດກອງປະຊຸມກວດກາຄວາມສອດຄ່ອງ ຮ່າງກົດໝາຍວ່າດ້ວຍການປູກຝັງ ຢູ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ກົງຈີ ຢ່າງຈື່ ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ຫົວໜ້າຄະນະຮັບຜິດຊອບ ສ້າງກົດໝາຍວ່າດ້ວຍການປູກຝັງ, ມີຜູ້ຕ່າງໜ້າຈາກກຳມາທິການກົດໝາຍ, ກຳມາທິການເສດຖະກິດເຕັກໂນໂລຊິ ແລະ ສິງແວດລ້ອມ, ສະພາແຫ່ງຊາດ, ກົມນິຕິກຳຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ, ກົມກົດໝາຍກະຊວງຍຸຕິທຳ, ພ້ອມດ້ວຍຄະນະຮັບຜິດຊອບ ສ້າງກົດໝາຍວ່າດ້ວຍການປູກຝັງເຂົ້າຮ່ວມ.

ກົດໝາຍວ່າດ້ວຍການປູກຝັງສະບັບນີ້, ຈະກຳນົດເອົາຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາວຽກງານປູກຝັງ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິພາບ ແລະ ປະສິດທິຜົນແນ່ໃສ່ນຳໃຊ້, ປົກປັກຮັກສາ ແລະ ພັດທະນາທີ່ດິນກະສິກຳ, ຮັບປະກັນການປູກຝັງໃຫ້ມີຄວາມໝັ້ນຄົງ ທາງດ້ານສະບຽງອາຫານ, ໂພຊະນາການ ແລະ ຜະລິດເປັນສິນຄ້າຕິດພັນກັບການຫັນເປັນອຸດສາຫະກຳ ທີ່ທັນສະໄໝຕາມທິດສີຂຽວ, ສະອາດ ແລະ ຍືນຍົງ, ປັບປຸງຊິວິດການເປັນຢູ່ຂອງປະຊາຊົນລາວ ບັນດາເຜົ່າໃຫ້ດີຂຶ້ນ ສາມາດເຊື່ອມໂຍງ ກັບພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມຂອງຊາດ. ວຽກງານປູກຝັງ ແມ່ນຂະບວນການປູກພຶດ ທີ່ນຳໃຊ້ປັດໄຈການຜະລິດ ເປັນຕົ້ນ ທີ່ດິນ, ນ້ຳ, ຝຸ່ນ, ແນວພັນ, ແຮງງານ, ເຄື່ອງມື, ກົນຈັກ ເພື່ອເຮັດໃຫ້ຜົນຜະລິດ ໄດ້ທັງປະລິມານ ແລະ ຄຸນນະພາບ ສາມາດສະໜອງ ສະບຽງອາຫານຢ່າງພຽງພໍ ໃຫ້ແກ່ສັງຄົມ ແລະ ວັດຖຸດິບໃຫ້ແກ່ໂຮງງານອຸດສາຫະກຳປຸງແຕ່ງ ເປັນສິນຄ້າຮັບໃຊ້ພາຍໃນ ແລະ ສົ່ງອອກ. ເພື່ອເຮັດກົດໝາຍວ່າດ້ວຍການປູກຝັງ ມີເນື້ອໃນຄົບຖ້ວນ ແລະ ສົມບູນ, ຮັດກຸມບັນດາຜູ້ແທນກອງປະຊຸມໄດ້ຄົ້ນຄວາ, ປຶກສາຫາລືຢ່າງກົງໄປກົງມາ ເພື່ອເຮັດໃຫ້ກົດໝາຍ ສະບັບດັ່ງກ່າວ ຜ່ານການຮັບຮອງຈາກສະພາແຫ່ງຊາດ, ນຳມາເປີຍແຜ່ ແລະ ນຳໃຊ້ກົດໝາຍສະບັບນີ້ ຢ່າງມີປະສິດທິພາບ ແລະ ໄດ້ຮັບປະສິດທິຜົນເປັນຢ່າງດີ.