ກົມຕຳຫລວດຈະລາຈອນ ກຽມພ້ອມ ສະກັດກັ້ນອຸບັດເຫດ ໄລຍະສະຫລອງປີໃໝ່ລາວ

ຂປລ. ກົມຕຳຫລວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ກະກຽມພ້ອມສະກັດກັ້ນ ອຸບັດເຫດຈະລາຈອນທາງບົກ ໃນໄລຍະສະຫລີມສະຫລອງປີໃໝ່ລາວ ພສ 2568 ປີມະໂລງ ໃນລະຫວ່າງວັນທີ 11-17 ເມສາ 2025 ໂດຍຈະຈັດຕັ້ງກຳລັງຕຳຫລວດຈະລາຈອນ ລົງກວດກາການສັນຈອນຕາມທາງຫລວງ ໂດຍຈະເນັ້ນໃສ່ ກວດກາຄວາມໄວ, ກວດກາທາດເຫລົ້າ ໃນລົມຫາຍໃຈຂອງນັກຂັບຂີ່, ການໃສ່ໝວກກັນກະທົບຂອງຜູ້ຂັບຂີ່ ແລະ ຜູ້ຊ້ອນທ້າຍ, ອຳນວຍຄວາມສະດວກໃຫ້ແກ່ ການສັນຈອນຕາມເສັ້ນທາງສາມແຍກ, ສີ່ແຍກ, ແກ້ໄຂການ ຈະລາຈອນ ແອອັດໃຫ້ມີຄວາມວ່ອງໄວ.
ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ, ກົມໃຫຍ່ຕຳຫລວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ຮູ້ໃນໂອກາດຖະແຫລງຂ່າວຕໍ່ສື່ມວນຊົນ ໃນວັນທີ 28 ມີນາ 2025 ຜ່ານມາວ່າ: ໃນໄລຍະປີໃໝ່ລາວແຕ່ລະປີ ມີອຸບປະຕິເຫດເກີດຂຶ້ນ ແລະ ເສຍຊີວິດ ເປັນຈຳນວນຫລວງຫລາຍ. ເພື່ອສະກັດກັ້ນການເກີດ ອຸບັດເຫດຈະລາຈອນທາງບົກ ໃນໄລຍະສະຫລອງປີ ໃໝ່ລາວ 11-17 ເມສາ 2025 ໃຫ້ມີຄວາມເບີກບານມ່ວນຊື່ນ, ເປັນຂະບວນຟົດຟື້ນ ປາສະຈາກຜົນເສຍຫາຍ ທາງດ້ານສຸຂະພາບ, ຊີວິດ, ຊັບສິນ, ກົມຕຳຫລວດຈະລາຈອນ ຈະນໍາໃຊ້ເຈົ້າໜ້າທີ່ຕຳຫລວດຈະລາຈອນ ທັງໝົດ 1.172 ສະຫາຍ (ສະເພາະກົມຕຳຫລວດຈະລາຈອນ ມີ 60 ສະຫາຍ), ຈະຕັ້ງຈຸດກວດກາ ການບັງຄັບໃຊ້ກົດໝາຍ ແລະ ລະບຽບການກ່ຽວກັບຈະລາຈອນທາງບົກ ຈໍານວນ 143 ຈຸດ (ສະເພາະກົມຕຳຫລວດຈະລາຈອນ ມີ 4 ຈຸດ), ຕາມເສັ້ນທາງຫລວງແຫ່ງຊາດ, ທາງຫລວງແຂວງ, ທາງຫລວງຂອງເມືອງ ແລະ ທາງໃນຕົວເມືອງ.
ໂອກາດນີ້, ທ່ານ ພັອ ຄໍາສອນ ສີດາວົງ ຍັງໄດ້ຮຽກຮ້ອງມາຍັງບັນດາຜູ້ຂັບຂີ່ທັງຫລາຍ ປະຕິບັດຕາມກົດຈະລາຈອນ, ລະບຽບກົດໝາຍ ແລະ ແຈ້ງການຂອງອຳນາດ ການປົກຄອງ ທ້ອງຖິ່ນທີ່ໄດ້ກໍານົດໄວ້ ໃຫ້ປະຕິບັດຢ່າງເຂັ້ມງວດ, ໃຫ້ມີສະຕິໃນການຂັບຂີ່, ດຶ່ມແລ້ວຫ້າມຂັບລົດເດັດຂາດ, ການນຳໃຊ້ຄວາມໄວ ໃນທາງຫລວງນອກຕົວເມືອງ ໃຫ້ປະຕິບັດຕາມປ້າຍ ທີ່ໄດ້ກໍານົດ ໄວ້ ແຕ່ລະໄລຍະທາງ, ສຳ ຄັນໃນເຂດຕົວເມືອງ ແລະ ຊຸມຊົນ ບໍ່ເກີນ 40 ກິໂລແມັດຕໍ່ຊົ່ວໂມງ ເພື່ອເປັນການປະສ່ວນຫລຸດຜ່ອນ ການເກີດອຸບັດເຫດຕາມທາງຫລວງ.
ຂ່າວ: ກິດຕາ
ພາບ: ອ່າຍຄຳ