ອາຊຽນ ຈັດກອງປະຊຸມສຸກເສີນສະໄໝ ພິເສດ ກ່ຽວກັບ ເຫດການແຜ່ນດິນໄຫວ

ຂປລ. ວັນທີ 30 ມີນາ 2025 ນີ້, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມ ສຸກເສີນສະໄໝພິເສດ ຂອງ ລັດຖະມົນຕີຕ່າງປະເທດອາຊຽນ ກ່ຽວກັບ ເຫດການແຜ່ນດິນໄຫວ ທີ່ເກີດຂຶ້ນທີ່ ປະເທດ ມຽນມາ ແລະ ໄທ ໃນວັນທີ 28 ມີນາ 2025 (ໃນຮູບແບບທາງໄກ) ພາຍໃຕ້ການເປັນປະທານຂອງ ມາເລເຊຍ, ໃນນາມປະທານອາຊຽນ ປີ 2025.
ກອງປະຊຸມ ສະແດງຄວາມເຫັນໃຈ ແລະ ເສົ້າສະຫລົດໃຈ ຕໍ່ປະຊາຊົນ ມຽນມາ ແລະ ໄທ ທີ່ໄດ້ຮັບຜົນກະທົບຈາກ ໄພພິບັດໃນຄັ້ງນີ້ ແລະ ຢືນຢັນຄວາມໝາຍໝັ້ນ ແລະ ຄວາມສາມັກຄີ ຂອງອາຊຽນ ໃນການຮັບມືກັບຜົນກະທົບຂອງໄພພິບັດ ດັ່ງກ່າວ; ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບ ສະພາບຄວາມເສຍຫາຍ ຈາກເຫດການແຜ່ນດິນໄຫວ ທີ່ເກີດຂຶ້ນ ພ້ອມທັງໄດ້ ແຈ້ງສະພາບ ຄວາມຕ້ອງການສຸກເສີນເບື້ອງຕົ້ນ ແລະ ການຊ່ວຍເຫລືອດ້ານມະນຸດສະທຳສຸກເສີນ ຂອງປະເທດສະມາຊິກອາຊຽນ, ສູນປະສານງານຊ່ວຍເຫລືອ ມະນຸດສະທຳ ອາຊຽນ (AHA Centre), ຄູ່ເຈລະຈາ ແລະ ບັນດາອົງການຈັດຕັ້ງສາກົນກ່ຽວຂ້ອງ ໃຫ້ລັດຖະບານ ແລະ ປະຊາຊົນ ມຽນມາ ແລະ ໄທ.
ພ້ອມກັນນີ້, ກອງປະຊຸມ ເຫັນດີຕາມການສະເໜີຂອງ ມຽນມາ ໃຫ້ເລຂາທິການໃຫຍ່ອາຊຽນ ເຮັດໜ້າທີ່ຜູ້ປະສານງານການຊ່ວຍເຫລືອ ດ້ານມະນຸດສະທໍາອາຊຽນ, ພ້ອມທັງມອບ ໃຫ້ສູນປະສານງານຊ່ວຍເຫລືອ ດ້ານມະນຸດສະທໍາອາຊຽນ ເປັນຜູ້ອຳນວຍຄວາມສະດວກ ການຊ່ວຍເຫລືອມະນຸດສະທຳໃນຄັ້ງນີ້.
ກອງປະຊຸມ ໄດ້ສະແດງຄວາມຂອບໃຈຕໍ່ການປະກອບສ່ວນຂອງ ບັນດາປະເທດສະມາຊິກອາຊຽນ, ຄູ່ຮ່ວມມືພາຍນອກອາຊຽນ, ອົງການສະຫະປະຊາຊາດ, ພາກເອກະຊົນ ແລະ ພາກສ່ວນກ່ຽວ ຂ້ອງທັງໝົດທີ່ໄດ້ໃຫ້ ການຊ່ວຍເຫລືອແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ.
ກອງປະຊຸມ ໄດ້ຢືນຢັນຄືນຄວາມໝາຍໝັ້ນຂອງອາຊຽນ ທີ່ຈະເຮັດວຽກຢ່າງໃກ້ຊິດ ເພື່ອປະສານງານການຊ່ວຍເຫລືອ ດ້ານມະນຸດສະທໍາ, ສະໜັບສະໜູນ ແລະ ອໍານວຍຄວາມສະດວກ ໃນການປະຕິບັດງານບັນເທົາທຸກ ໃຫ້ດຳເນີນໄປຢ່າງມີປະສິດທິພາບ ແລະ ທັນການ ໂດຍມີສູນປະສານງານຊ່ວຍເຫລືອ ດ້ານມະນຸດສະທໍາອາຊຽນ ເປັນຜູ້ຊ່ວຍເຫລືອໃນວຽກດັ່ງກ່າວ.
ຂ່າວ: ກຕທ