ສປ ຈີນ ມີລາຍໄດ້ຈາກ ອຸດສາຫະກຳດີຈີຕອນ ບັນລຸ 35.000 ຕື້ຢວນ

18/03/2025 16:53
Email Print 83
KPL - Asean 2024 ອຸດສາຫະກຳ ດີຈີຕອນ ຂອງ ສປ ຈີນໃນປີ 2024 ໂດຍລວມ ໄດ້ເຄື່ອນໄຫວ ຢ່າງມີຄວາມໝັ້ນທ່ຽງ, ລາຍໄດ້ ຈາກການດຳເນີນ ທຸລະກິດ ບັນລຸ 35.000 ຕື້ຢວນ, ເພີ່ມຂຶ້ນ 5,5% ເມື່ອທຽບໃສ່ປີ 2023, ລວມຍອດ ຜົນກຳໄລມີເຖິງ 2.700 ຕື້ຢວນ, ເພີ່ມຂຶ້ນ 3,5% ເມື່ອທຽບໃສ່ປີ 2023

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ແຫລ່ງຂ່າວ ຈາກກະຊວງ ອຸດສາຫະກຳ ແລະ ເຕັກໂນໂລຊີ ຂໍ້ມູນຂ່າວສານຈີນ ໃຫ້ຮູ້ ໃນວັນທີ 17 ມີນານີ້ວ່າ: ອຸດສາຫະກຳ ດີຈີຕອນ ຂອງ ສປ ຈີນໃນປີ 2024 ໂດຍລວມ ໄດ້ເຄື່ອນໄຫວ ຢ່າງມີຄວາມໝັ້ນທ່ຽງ, ລາຍໄດ້ ຈາກການດຳເນີນ ທຸລະກິດ ບັນລຸ 35.000 ຕື້ຢວນ, ເພີ່ມຂຶ້ນ 5,5% ເມື່ອທຽບໃສ່ປີ 2023, ລວມຍອດ ຜົນກຳໄລມີເຖິງ 2.700 ຕື້ຢວນ, ເພີ່ມຂຶ້ນ 3,5% ເມື່ອທຽບໃສ່ປີ 2023.ໃນນັ້ນ, ຕະຫລາດ ຜະລິດຕະພັນ ເອເລັກໂຕຣນິກ ທີ່ນຳໃຊ້ໃນຊີວິດປະຈຳວັນ ໄດ້ພັດທະນາດີຂຶ້ນ ຢ່າງຮອບດ້ານ. ໂດຍພາຍໃຕ້ ການຊຸກຍູ້ ຈາກທຸລະກິດ ພັດທະນາຂຶ້ນ ມາໃໝ່ເຊັ່ນ: ປັນຍາປະດິດ ແລະ ຄລາວຄອມພິວຕິງ ເປັນຕົ້ນ, ອຸດສາຫະກຳ ຊອບແວ ສາມາດ ສ້າງລາຍຮັບ ໄດ້ເຖິງ 13.700 ຕື້ຢວນ, ເພີ່ມຂຶ້ນ 10% ເມື່ອທຽບປີ 2023. ອຸດສາຫະກຳ ການສື່ສານ ສາມາດສ້າງລາຍຮັບ ໄດ້ເຖິງ 1.740 ຕື້ຢວນ, ເພີ່ມຂຶ້ນ 3,2% ເມື່ອທຽບໃສ່ປີ 2023. ລະບົບພື້ນຖານໂຄງລ່າງ ທາງດ້ານດີຈີຕອນ ໄດ້ຮັບການຍົກສູງຂຶ້ນທັງທາງດ້ານຄຸນນະພາບ ແລະ ປະລິມານ. ມາຮອດທ້າຍປີ 2024, ການໃຊ້ສາຍໃຍແກ້ວ ໃນທົ່ວປະເທດ ມີເຖິງ 72.88 ລ້ານກິໂລແມັດ, ນັບລວມແລ້ວ ໄດ້ສ້າງສະຖານີ ສົ່ງສັນຍານ ສື່ສານ 5G 4.251 ລ້ານແຫ່ງ, ທຸກເມືອງໄດ້ນຳໃຊ້ລະບົບອິນເຕີເນັດຂະໜາດ Gbps, ທຸກຕາແສງໄດ້ນໍາໃຊ້ລະບົບ 5G ແລະ ລະບົບ 5G ສາມາດປົກຄຸມບ້ານບໍລິຫານ ຫລາຍກວ່າ 90%.ນອກນີ້, ລະບົບນິເວດອຸດສາຫະກໍາ ໄດ້ຮັບການປັບປຸງ ນັບມື້ ນັບດີຂຶ້ນ, ໄດ້ສະໜອງ ການບໍລິການແກ່ 150 ກວ່າປະເທດ ແລະ ເຂດແຄວ້ນ ໃນທົ່ວໂລກ. ພະລັງຊຸກຍູ້ ອຸດສາຫະກໍາໃໝ່ ໄດ້ເພີ່ມທະວີຂຶ້ນເລື້ອຍໆ, ຂົງເຂດພັດທະນາ ຂຶ້ນມາໃໝ່ ເຊັ່ນ: ປັນຍາປະດິດ, ຫຸ່ນຍົນ ທີ່ເປັນຮູບຮ່າງ ຄືມະນຸດ ແລະອື່ນໆໄດ້ຮັກສາຄວາມດຶງດູດ ອ່າວສູງຕໍ່ການລົງທຶນ ແລະ ການລະດົມທຶນ, ນອກນີ້ ການພັດທະນາ ແບບຈໍາລອງໃຫຍ່ ທີ່ນໍາໃຊ້ ໃນທາງການຄ້າ ໄດ້ພັດທະນາໄວຂຶ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL