ຜູ້ນຳສ.ອາເມລິກາ ສັ່ງຢຸດຕິການເຮັດຂ່າວ ຢູ່ຫລາຍສຳນັກ

18/03/2025 15:17
Email Print 83
KPL - Asean 2024 ທ່ານ ໂດນັນທຣຳ ປະທານາທິບໍດີ ສ.ອາເມລິກາ ໄດ້ອອກຄຳສັ່ງ ໃຫ້ພະນັກງານ ນັກຂ່າວ “ວອຍ ອອຟ ອາເມລິກາ ” (ວິໂອເອ) ແລະ ນັກຂ່າວແຫລ່ງອື່ນໆ ຈຳນວນ ຫລາຍຮ້ອຍຄົນ ໃຫ້ຢຸດ ເຮັດຂ່າວ. ໃນໄລຍະຜ່ານມາ ບັນດາ ນັກຂ່າວ ເຫລົ່ານີ້ ໄດ້ຮັບເງິນ ອຸດໜູນ ຈາກ ສ.ອາເມລິກາ.

ຂປລ. ສຳນັກຂ່າວ ເອເອຟພີ ລາຍງານຈາກ ນະຄອນຫລວງ ວໍຊິງຕັນ ຂອງ ສ.ອາເມລິກາ ເມື່ອບໍ່ດົນມານີ້,  ທ່ານ ໂດນັນທຣຳ ປະທານາທິບໍດີ .ອາເມລິກາ ໄດ້ອອກຄຳສັ່ງ ໃຫ້ພະນັກງານ ນັກຂ່າວວອຍ ອອຟ ອາເມລິກາ ” (ວິໂອເອ) ແລະ ນັກຂ່າວແຫລ່ງອື່ນໆ ຈຳນວນ  ຫລາຍຮ້ອຍຄົນ ໃຫ້ຢຸດ ເຮັດຂ່າວ. ໃນໄລຍະຜ່ານມາ ບັນດາ ນັກຂ່າວ ເຫລົ່ານີ້  ໄດ້ຮັບເງິນ ອຸດໜູນ ຈາກ .ອາເມລິກາ.​ ນີ້ຖືເປັນ ຄໍຳສັ່ງ ຢ່າງກະທັນຫັນ ຕໍ່ນັກຂ່າວ ທີ່ ດຳເນີນງານ ມາເປັນເວລາ ຫລາຍສີບປີ. ບັນດາ ນັກຂ່າວ ຈະຖືກສັ່ງຫ້າມ ບໍ່ໃຫ້ເຂົ້າສຳນັກງານ ລວມເຖິງ ການສົ່ງບັດນັກຂ່າວຄືນ ແລະ ອຸປະກອນຕ່າງໆ ຂອງ ສຳນັກງານຂ່າວ ມອບໃຫ້. ຍ້ອນອາເມລິກາ ສົງໄສວ່າ ມີການພົວພັນ ກ່ຽວກັບ ການຕໍ່ຕ້ານ ໂຈມຕີ ທາງຂໍ້ມູນຂອງ ປະເທດຣັດເຊຍ ແລະ ສປຈີນ. ຢ່າງໃດກໍ່ຕາມ ການເຄື່ອນໄຫວ ເພື່ອຢຸດຕິການດຳເນີນງານ ຂອງ ນັກຂ່າວ ທີ່ໄດ້ຮັບເງິນທຶນ ຈາກ ສ.ອາເມລິກາ ຈະຕ້ອງ ຜະເຊີນກັບ ຄວາມທ້າທາຍຕ່າງໆ./.

KPL