ຊາວຕ່າງປະເທດທີ່ອາໄສ ຢູ່ໃນຍີ່ປຸ່ນ ເພີ່ມຂຶ້ນກວ່າ 3,7 ລ້ານຄົນ

17/03/2025 15:02
Email Print 83
KPL - Asean 2024 ສຳນັກງານ ກວດຄົນເຂົ້າເມືອງ ຂອງ ຍີ່ປຸ່ນ ລາຍງານ ຈຳນວນ ຊາວຕ່າງປະເທດ ທີ່ອາໄສຢູ່ ພາຍໃນປະເທດ ເພີ່ມຂຶ້ນ ຢ່າງໜ້ອຍ 3.768.977 ຄົນ ຕາມສະຖິຕິໃນທ້າຍປີ 2024 ເພີ່ມຂຶ້ນ 10,5% ເມື່ອທຽບໃສ່ ປີ 2023 ແລະ ເປັນຕົວເລກ ສະຖິຕິສູງສຸດ ໃນປະຫວັດສາດ ຢ່າງຕິດຕໍ່ກັນ ເປັນປີທີ 3.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ ລາຍງານ ຈາກ ນະຄອນຫລວງໂຕກຽວ ປະເທດ ຍີ່ປຸ່ນເມື່ອບໍ່ດົນມນີ້, ສຳນັກງານ ກວດຄົນເຂົ້າເມືອງ ຂອງ ຍີ່ປຸ່ນ ລາຍງານ ຈຳນວນ ຊາວຕ່າງປະເທດ ທີ່ອາໄສຢູ່ ພາຍໃນປະເທດເພີ່ມຂຶ້ນ ​​ຢ່າງໜ້ອຍ 3.768.977 ຄົນ ຕາມສະຖິຕິໃນທ້າຍປີ 2024 ​ເພີ່ມຂຶ້ນ 10,5% ເມື່ອທຽບໃສ່ ປີ 2023 ​ແລະເປັນຕົວເລກ ສະຖິຕິສູງສຸດ ໃນປະຫວັດສາດ ຢ່າງຕິດຕໍ່ກັນ ເປັນປີທີ 3.

          ຕາມການວິເຄາະ ລະບຸວ່າ ຈຳນວນ ນັກສຶກສາ ອາໄສຢູ່ ​​ໃນ ຍີ່ປຸ່ນ ປະມານ 402.000 ຄົນ, ຂະນະທີ່ ຈຳນວນ ຜູ້ຝຶກງານ ດ້ານເຕັກນິກ ລວມມີ ປະມານ 457.000 ຄົນແລະແຮງງານ ທີ່ມີທັກສະ ສະເພາະ 284.000 ຄົນ. ນອກຈາກນີ້ ຜູ້ອາໄສຢູ່ຖາວອນ ກວມເອົາກຸ່ມໃຫຍ່ທີ່ສຸດ ປະມານ 918.000 ຄົນ, ​ເພີ່ມຂຶ້ນ 3% ເມື່ອທຽບໃສ່ປີຜ່ານມາ./

KPL