ໂອເປກ ສືບຕໍ່ຮັກສາຄວາມຕ້ອງການນໍ້າມັນທົ່ວໂລກ

17/03/2025 15:02
Email Print 83
KPL - Asean 2024 ອົງການ ກຸ່ມປະເທດ ຜູ້ສົ່ງອອກ ນໍ້າມັນ (ໂອເປກ) ສືບຕໍ່ຮັກສາ ຄວາມຕ້ອງການ ນໍ້າມັນໂລກ ໃນປີ 2025 ແລະ 2026 ໃນລະດັບເດີມ. ໂດຍຕະຫລາດ ນໍ້າມັນ ລາຍເດືອນ ລະບຸວ່າ ໂອເປກ ຄາດວ່າ ຄວາມຕ້ອງການ ນໍ້າມັນໂລກ ຈະເພີ່ມສູງຂຶ້ນ ປະມານ 1,45 ລ້ານຖັງຕໍ່ວັນ ໃນປີ 2025

ຂປລ. ສຳນັກ​ຂ່າວ ຊິນ​ຮວາ​ ຂອງ ສປຈີນ ລາຍ​ງານ ​ຈາກ​ ນະຄອນຫລວງ ວຽນ ປະ​ເທດ ​ໂອ​ຕຣິດ ​ເມື່ອ​ບໍ່​ດົນ​ມາ​ນີ້​,  ອົງການ​ ກຸ່ມ​ປະ​ເທດ ​ຜູ້​ສົ່ງ​ອອກ ​ນໍ້າມັນ (​ໂອ​ເປ​ກ) ສືບຕໍ່​ຮັກສາ ​ຄວາມ​ຕ້ອງ​ການ​ ນໍ້າມັນ​ໂລກ ​ໃນ​ປີ 2025 ​ແລະ 2026 ​ໃນລະດັບ​ເດີມ.​ ໂດຍ​ຕະຫລາດ ນໍ້າມັນ ​ລາຍ​ເດືອນ ລະບຸວ່າ ​ໂອ​ເປ​ກ ຄາດ​ວ່າ ​ຄວາມ​ຕ້ອງການ ​ນໍ້າມັນ​ໂລກ ຈະ​ເພີ່ມ​ສູງ​ຂຶ້ນ ປະມານ 1,45 ລ້ານ​ຖັງ​ຕໍ່​ວັນ ​ໃນ​ປີ 2025 ​ແລະ ​ເພີ່ມ​ຂຶ້ນ 1,43 ລ້ານ​ຖັງ​ຕໍ່​ວັນ ​ໃນ​ປີ 2026 ຊຶ່ງ​ບໍ່​ມີ ການປ່ຽນ​ແປງ​ ຈາກ​ ການ​ປະ​ເມີນ​ ເມື່ອ​ເດືອນ​ກຸມພາ ທີ່​ຜ່ານ​ມາ.

ຂະນະ​ດຽວກັນ ​ໂອ​ເປ​ກ ຄາດ​ການວ່າ ຄວາມ​ຕ້ອງການ ​ນໍ້າມັນ ​ທົ່ວ​ໂລກ ​ໃນ​ປີ​ນີ້ ​ໂດຍ​ສະ​ເລ່ຍ 105,2 ລ້ານ​ຖັງ​ ຕໍ່​ວັນ, ຊຶ່ງ​ໄດ້​ຮັບ​ແຮງ ການ​ຊຸກຍູ້ ຈາກ​ ປະລິມານ ການ​ເດີນທາງອາກາດ​ ທີ່​ເຂັ້ມ​ແຂງ , ການ​ສັນຈອນ​ທາງ​ຖະໜົນ ທີ່​ຄຶກຄື້ນ ລວມ​ເຖິງ​ ກິດຈະກຳ​ ໃນ​ຂະແໜງ ​ອຸດສາຫະກຳ ການ​ກໍ່ສ້າງ ​ແລະ ການ​ກະສິກຳ​ ທີ່​ເຕີບ​ໂຕ​ຂຶ້ນ ​ໃນ​ກຸ່ມ​ປະ​ເທດ ອົງການ ​ເພື່ອ​ຄວາມ​ຮ່ວມ​ມື ​ແລະ ການ​ພັດທະນາ​ ທາງ​ເສດຖະກິດ (​ໂອ​ອີ​ຊີ​ດີ) . ນອກ​ນີ້ ​ໂອ​ເປ​ກ ຍັງ​ຄົງ​ຄາດ​ການ ​ເຕີບ​ໂຕ​ເສດຖະກິດ ​ທົ່ວ​ໂລກ ສຳລັບ ​ປີ 2025 ​ແລະ ປີ2026 ​ໄວ້​ເທົ່າ​ເດີມ, ​ໂດຍ​ຄາດ​ວ່າ ​ເສດຖະກິດ ຈະ​ຂະຫຍາຍຕົວ 3,1% ​ໃນ​ປີ​ນີ້ ​ແລະ 3,2% ​ໃນ​ປີໜ້າ./

 

KPL