ຈີ20 ຮຽກຮ້ອງການຮ່ວມມືເພື່ອຮັບມືກັບສິ່ງທ້າທາຍລະດັບໂລກ

24/02/2025 11:07
Email Print 83
KPL - Asean 2024 ກອງປະຊຸມ ລັດຖະມົນຕີ ກະຊວງ ການຕ່າງປະເທດ ຂອງກຸ່ມ 20 ປະເທດ ຫລື G20 ຈັດຂຶ້ນ ເມື່ອບໍ່ດົນມານີ້ ຢູ່ນະຄອນ ໂຈຮັນເນສະເບິກ ປະເທດ ອາຟຣິກາໃຕ້.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ກອງປະຊຸມ ລັດຖະມົນຕີ ກະຊວງ ການຕ່າງປະເທດ ຂອງກຸ່ມ 20 ປະເທດ ຫລື G20 ຈັດຂຶ້ນ ເມື່ອບໍ່ດົນມານີ້ ຢູ່ນະຄອນ ໂຈຮັນເນສະເບິກ ປະເທດ ອາຟຣິກາໃຕ້. ກອງປະຊຸມຄັ້ງນີ້ ໄດ້ຮຽກຮ້ອງ ໃຫ້ປະເທດຕ່າງໆ ຈົ່ງເພີ່ມທະວີ ການຮ່ວມມື ເພື່ອຮັບມືກັບ ສິ່ງທ້າທາຍ ລະດັບໂລກ.ໃນໂອກາດນີ້  ທ່ານ ມາຕາເມລາ ຊີຣິວ ຣາມາໂຟຊາ, ປະທານາທິບໍດີ ອາຟຣິກາໃຕ້ ໄດ້ສະແດງ ໃຫ້ເຫັນ ຄວາມຈຳເປັນ ທີ່ຄວນຮັບຟັງ ຄຳເຫັນ ຂອງອາຟຣິກາ ໃນບັນຫາ ສຳຄັນ ລະດັບໂລກ ເຊັ່ນ: ການພັດທະນາ ແບບຍືນຍົງ, ເສດຖະກິດ ດີຈີຕອນ, ການຫັນໄປນຳໃຊ້ພະລັງງານ ທີ່ສະອາດ ແລະ ບັນຫາອື່ນໆ. ທ່ານ ມາຕາເມລາ ຊີຣິວ ຣາມາໂຟຊາ ຍັງຮຽກຮ້ອງ ໃຫ້ປະເທດ ອາຟຣິກາຈົ່ງເພີ່ມທະວີ ການຮ່ວມມື ກັບປະເທດ ໃນພາກພື້ນອື່ນໆ, ນຳໃຊ້ມາດຕະການ ທີ່ກວມລວມ ແລະ ປະສານງານ ເປັນເອກະພາບກັນ ເພື່ອຮັບມືກັບ ສິ່ງທ້າທາຍ ລະດັບໂລກ ເຊັ່ນ: ຄວາມເຄັ່ງຕຶງ ທາງດ້ານການເມືອງ ພູມີພາກ, ການປ່ຽນແປງ ຂອງດິນຟ້າອາກາດ, ຄວາມໝັ້ນຄົງ ທາງດ້ານສະບຽງ ອາຫານ ແລະ ອື່ນໆ.ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ ເພີ່ມທະວີ ລັດທິຫລາຍຝ່າຍ ແລະ ຊຸກຍູ້ ການປະຕິຮູບ ລະບົບ ການບໍລິຫານ ເສດຖະກິດໂລກ, ພ້ອມກັນນັ້ນ ຍັງຮຽກຮ້ອງ ໃຫ້ຮັບຟັງຄຳເຫັນ ຂອງອາຟຣິກາ ແລະ ຍົກລະດັບ ຄວາມມີສິດມີສຽງ ຂອງອາຟຣິກາ ໃຫ້ສູງຂຶ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL