ປະລິມານນໍ້າໃນທະເລ ຢູ່ ກາຊັກສະຖານ ເພີ່ມຂຶ້ນເກືອບ 2 ເທົ່າ

16/01/2025 08:10
Email Print 83
KPL - Asean 2024 ກາຊັກສະຖານ ເປີດເຜີຍວ່າ ປະລິມານນໍ້າໃນທະເລ ອາຣັລ ທາງພາກເໜືອຂອງປະເທດ ເພີ່ມຂຶ້ນເກືອບ 2 ເທົ່າ ນັບຕັ້ງແຕ່ ປີ 2008 , ໂດຍ ທະເລອາຣັລ ຕັ້ງຢູ່ ລະຫວ່າງ ອຸດສະເບກິດສະຖານ ກັບ ກາຊັກສະຖານ ເຄີຍເປັນທະເລສາບ ທີ່ມີຂະໜາດໃຫຍ່ ເປັນອັນດັບ 4 ຂອງໂລກ

ຂປລ. ສຳນັກຂ່າວເອເອຟພີ ລາຍງານ ຈາກເມືອງ ອັລມາຕີ ປະເທດ ກາຊັກສະຖານເມື່ອວັນທີ 14 ມັງກອນ 2025, ກາຊັກສະຖານເປີດເຜີຍວ່າ ປະລິມານນໍ້າໃນທະເລ ອາຣັລ ທາງພາກເໜືອຂອງປະເທດເພີ່ມຂຶ້ນເກືອບ 2 ​ເທົ່າ ນັບຕັ້ງແຕ່ ປີ 2008 , ​ໂດຍ ທະເລອາຣັລ ຕັ້ງຢູ່ ລະຫວ່າງ ອຸດສະເບກິດສະຖານ ກັບ ກາຊັກສະຖານເຄີຍເປັນທະເລສາບ ທີ່ມີຂະໜາດໃຫຍ່ ເປັນອັນດັບ 4 ຂອງໂລກໂດຍມີຄວາມເລິກ 40 ​ແມັດແລະ ກວມເນື້ອທີ່ 68.000 ກິໂລຕາແມັດ ກ່ອນທີ່ໂຄງການ ຊົນລະປະທານຂອງ ສະຫະພາບໂຊຫວຽດ ຈະເຮັດໃຫ້ນໍ້າແຫ້ງ.

ກະຊວງຊັບພະຍາກອນນໍ້າ ຂອງ ກາຊັກສະຖານ ລາຍງານວ່າ ນັບແຕ່ປີ 2008 ປະລິມານນໍ້າ ໃນທະເລ ອາຣັລເພີ່ມຂຶ້ນ 42% ແລະ ຢູ່ທີ 27.000 ລ້ານແມັດກ້ອນ ຫລັງໂຄງການໄດ້ຮັບເງິນທຶນ ຈາກ ລັດຖະບານແລະ ທະນາຄານໂລກ (​ເວິລແບ) ​ໄດ້ຊ່ວຍສ້າງ ພື້ນຖານໂຄງລ່າງໃໝ່ເພື່ອປ້ອງກັນ ບໍ່ໃຫ້ນໍ້າໄຫລອອກ. ​ມາຮອດປີ 2023 ພາກລັດໄດ້ສົ່ງນໍ້າ ຈາກແມ່ນໍ້າຊີດາຍາ ໄປເຖິງ ພາກເໜືອ 2.600 ລ້ານແມັດກ້ອນ ເພື່ອຊ່ວຍຫລຸດ ຄວາມເຄັມຂອງນໍ້າ ໄດ້ເກືອບ 4 ​ເທົ່າແລະ ສົ່ງເສີມລະບົບນິເວດ ໃນນໍ້າອີກດ້ວຍ. /

KPL