ມຽນມາ ຄອງອັນດັບສາມໃນອາຊຽນ ມີອຸທະ

26/04/2024 15:35
Email Print 83
KPL - Asean 2024 ມຽນມາ ຄອງອັນດັບ 3 ໃນກຸ່ມປະເທດ ອາຊຽນ ກ່ຽວກັບ ຈຳນວນ ອຸທະຍານ ມໍລະດົກ ອາຊຽນ.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 25 ເດືອນເມສາ ສື່ທ້ອງຖິ່ນ ຂອງ ມຽນມາ ເປີດເຜີຍວ່າ: ​ມຽນມາ ຄອງອັນດັບ 3 ໃນກຸ່ມປະເທດ ອາຊຽນ ກ່ຽວກັບ ຈຳນວນ ອຸທະຍານ ມໍລະດົກ ອາຊຽນ.

ສູນອາຊຽນ ວ່າດ້ວຍຄວາມ ຫລາກຫລາຍ ທາງດ້ານ ຊີວະພາບ ເປີດເຜີຍວ່າ ໂຄງການ ອຸທະຍານ ມໍລະດົກ ອາຊຽນ ມີລາຍຊື່ ອຸທະຍານ ມໍລະດົກ ຈຳນວນ 55 ແຫ່ງ ຈາກ 10 ປະເທດ ສະມາຊີກ ອາຊຽນ ຊຶ່ງມຽນມາ ໄດ້ຄອງ ຈຳນວນ ອຸທະຍານ ມໍລະດົກ 8 ແຫ່ງ ຈາກຈຳນວນທັງໝົດ. ອຸທະຍານ ມໍລະດົກ ອາຊຽນ ກໍຄື ພື້ນທີ່ ຄຸ້ມຄອງ ທີ່ມີ ຄວາມສຳຄັນສູງ ທາງດ້ານ ອະນຸລັກ ແລະ ການຮັກສາໄວ້ , ຊຶ່ງເປັນ ຕົວແທນ ຂອງລະບົບນິເວດ ຂອງ ພາກພື້ນ ອາຊຽນ ໄວ້ຢ່າງສົມບູນ./.

KPL