ສານປະຊາຊົນ ປາຖະກະຖາມູນເຊື້ອວັນສ້າງຕັ້ງ ກອງທັບ ແລະ ວັນເກີດປະທານ ຄຳໄຕ ສີພັນດອນ

ຂປລ. ສານປະຊາຊົນສູງສຸດ (ສປສສ) ຈັດປາຖະກະຖາມູນເຊື້ອ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ໃນວັນທີ 31 ມັງກອນ 2024 ໂດຍການປາຖະກະຖາຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໂດຍມີ ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ, ພ້ອມດ້ວຍຮອງປະທານ ແລະ ພະນັກງານອ້ອມຂ້າງ ສປສສ ເຂົ້າຮ່ວມຮັບຟັງ.
ໂອກາດນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຍົກໃຫ້ເຫັນມູນເຊື້ອປະຫວັດ ການກໍາເນີດຂອງກອງທັບປະຊາຊົນລາວ, ຜົນງານໄຊຊະນະ, ການເຕີບໃຫຍ່ຂະຫຍາຍຕົວ ຂອງກອງທັບປະຊາ ຊົນລາວແຕ່ລະໄລຍະ, ທາດແທ້ ແລະ ມູນເຊື້ອອັນສະຫງ່າອົງອາດ ຂອງກອງທັບປະຊາຊົນລາວ. ກອງ ທັບປະຊາຊົນລາວ ຈະສືບຕໍ່ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງຕົນ, ເອົາໃຈໃສ່ສຶກສາອົບຮົມມູນເຊື້ອ, ທາດແທ້ປະຕິວັດ ແລະ ທາດແທ້ຂອງກອງທັບ ປະຊາຊົນໃຫ້ເລິກເຊິ່ງ ແລະ ໜັກແໜ້ນ; ເພີ່ມທະວີຄວາມບໍລິສຸດ ຕໍ່ປະເທດຊາດ, ຕໍ່ພັກ ແລະ ປະຊາຊົນ, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນ ປະເທດ ໃຫ້ປະກົດຜົນເປັນຈິງ ໂດຍສະເພາະມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກ ກະຊວງປ້ອງກັນປະເທດ ໃຫ້ເປັນຂະບວນການ ແລະ ມີໝາກຜົນຕົວຈິງ, ເພີ່ມທະ ວີການນຳພາຂອງພັກ ຕໍ່ກຳລັງປະກອບອາວຸດປ້ອງກັນຊາດ, ສ້າງກອງທັບປະຊາຊົນລາວ ໃຫ້ໜັກແໜ້ນທາງດ້ານຄຸນທາດການເມືອງ, ຄຸນທາດປະຕິວັດ, ມີແບບແຜນ, ມີລະບຽບວິໄນ, ມີຄວາມທັນສະໄໝ ແລະ ເອົາໃຈໃສ່ກໍ່ສ້າງຖັນແຖວນັກຮົບ ດ້ວຍການຍົກລະດັບສິລະປະຍຸດ, ຍຸດທະວິທີໃຫ້ມີຄວາມຄ່ອງແຄ້ວ ຕິດພັນກັບການ ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ສ້າງກອງປອດໃສ, ປອດໄພ ແລະ ປອດຄະດີ; ກໍ່ສ້າງພະນັກງານສືບທອດທີ່ມີຄຸນນະພາບ ແລະ ສະກັດກັ້ນບັນດາປະກົດ ການຫຍໍ້ທໍ້ໃນກອງທັບ, ເຊີດຊູນ້ຳໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ນ້ຳໃຈປະຢັດມັດທະຍັດ, ສຸມໃສ່ສ້າງພະລາທິການກັບທີ່, ຂຸດຄົ້ນທ່າແຮງບົ່ມຊ້ອນ ຂອງກົມກອງ ທ້ອງຖິ່ນເຂົ້າໃນການປັບປຸງກໍ່ສ້າງຄ້າຍຄູ, ຍູ້ແຮງການຜະລິດ ແລະ ຂະຫຍາຍເຂດການຜະລິດກະສິກຳໃນທົ່ວກອງທັບ ເພື່ອຍົກລະດັບຊີວິດ ການເປັນຢູ່ຂອງກອງ ທະຫານໃຫ້ດີຂຶ້ນ ແລະ ຜະລິດເປັນສິນຄ້າ ເພື່ອສ້າງລາຍຮັບໃຫ້ແກ່ ກົມກອງ ແລະ ກອງທັບ, ເພີ່ມທະວີການພົວພັນຮ່ວມມື ກັບກອງທັບບັນດາປະເທດສັງ ຄົມນິຍົມອ້າຍນ້ອງ, ສສ ຫວຽດນາມ, ສປ ຈີນ ແລະ ປະເທດເພື່ອນມິດ, ເພີ່ມທະວີຮ່ວມມືໃນຂອບອາຊຽນ ເພື່ອປະກອບສ່ວນເຂົ້າໃນ ການເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືສາ ກົນ.
ພ້ອມກັນນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຍັງຍົກໃຫ້ເຫັນປະຫວັດ ການເຄື່ອນໄຫວຂອງ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ຊຶ່ງເປັນໜຶ່ງໃນບັນດາຜູ້ນຳຮຸ່ນທຳອິດ ຂອງການປະຕິວັດລາວ ໄດ້ຮ່ວມກັບຜູ້ນຳອື່ນໆ ນຳພາລະກິດ ຕໍ່ສູ້ປົດປ່ອຍປະເທດຊາດ ອອກຈາກແອກປົກຄອງ ຂອງຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເພິ່ນເປັນຜູ້ນຳທີ່ມີນໍ້າໃຈ ຮັກຊາດອັນສູງສົ່ງ, ເສຍສະຫລະທຸກສິ່ງທຸກຢ່າງ ອຸທິດສະຕິປັນຍາ ແລະ ກຳລັງວັງຊາ ຢ່າງບໍ່ຮູ້ອິດຮູ້ເມື່ອຍ ຄຽງບ່າ ຄຽງໄຫລ່ກັບຜູ້ນຳຄົນອື່ນໆ ຈັດຕັ້ງນຳພາຂະ ບວນການປະຕິວັດ ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ ແລະ ຍາດໄດ້ຜົນສຳເລັດຢ່າງມີໄຊ ແລະ ນຳພາປະເທດຊາດກ້າວຂຶ້ນ ສູ່ຈຸດໝາຍສັງຄົມນິຍົມ ເທື່ອລະກ້າວຢ່າງໜັກແໜ້ນ, ປະທານ ຄຳໄຕ ສີພັນດອນ ຍາມໃດກໍໄດ້ຮັບຄວາມນັບຖືຮັກແພງ ແລະ ເຊື່ອໝັ້ນໄວ້ວາງໃຈ ຈາກໝູ່ຄະນະ ກໍຄື ພະນັກງານນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ, ໂດຍໄດ້ຮັບການມອບໝາຍຫລາຍໜ້າທີ່ສຳຄັນ, ຈາກຜູ້ແທນລັດຖະບານລາວ ອິດສະຫຼລປະຈຳເຂດໃຕ້ລາວ, ເປັນປະທານຄະນະກຳມະການ ຕໍ່ຕ້ານເຂດກາງ, ເປັນກຳມະການສູນກາງ ແນວລາວອິດສະຫລະ ແລະ ແນວລາວຮັກຊາດ, ເປັນກຳມະ ການສູນກາງພັກ, ໄດ້ຮັບການປະດັບຊັ້ນພົນເອກ ແລະ ເປັນຜູ້ບັນຊາການສູງສຸດກອງທັບປົດປ່ອຍປະ ຊາຊົນລາວ ແລະ ກອງທັບປະຊາຊົນລາວ ໃນເວລາຕໍ່ມາ, ເປັນກໍາມະການກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ, ເປັນຮອງນາຍົກລັດຖະມົນຕີ, ເປັນລັດຖະມົນຕີ ກະຊວງປ້ອງກັນປະເທດ, ເປັນນາຍົກລັດຖະມົນຕີ ແລະ ເປັນຜູ້ນຳສູງສຸດຂອງພັກ ແລະ ລັດ.