ຊຸກຍູ້ການເຊື່ອມຕໍ່ ເຂດອະນຸພາກພື້ນແມ່ນ້ຳຂອງ

26/11/2026 15:33
Email Print 83
KPL - Asean 2024 ທ່ານ ເລມິງ​ຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ ມິນອອງລາຍ, ປະທານາທິບໍດີ ມຽນມາ, ທ່ານ ຮຸນມາ ເນັດ, ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳປູເຈຍ ຈະເຂົ້າຮ່ວມກອງປະຊຸມຂັ້ນ​ສູງ​ ຍຸດທະສາດ ການຮ່ວມມື ເສດຖະກິດ ອະຍະວາ ດີ-ເຈົ້າພະຍາ-ແມ່ນ້ຳຂອງ (ACMECS) ຄັ້ງທີ 11 ແລະ ກອງປະຊຸມສຸດຍອດ ການຮ່ວມມື ກຳປູເຈຍ-ສປປ ລາວ- ມຽນມາ-ສສ ຫວຽດນາມ (CLMV) ຄັ້ງທີ 12 ຢູ່ ຮ່າໂນ້ຍ

ຂປລ.ວິທະຍຸກະຈ່າຍ ສຽງຫວຽດນາມ, ໂດຍ​ໄດ້​ຮັບຄຳເຊີນຂອງ ທ່ານ ເລມິງ​ຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ ມິນອອງລາຍ, ປະທານາທິບໍດີ ມຽນມາ, ທ່ານ ຮຸນມາເນັດ, ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳປູເຈຍ ຈະເຂົ້າຮ່ວມກອງປະຊຸມຂັ້ນ​ສູງ​ ຍຸດທະສາດ ການຮ່ວມມື ເສດຖະກິດ ອະຍະວາດີ-ເຈົ້າພະຍາ-ແມ່ນ້ຳຂອງ (ACMECS) ຄັ້ງທີ 11 ແລະ ກອງປະຊຸມສຸດຍອດ ການຮ່ວມມື ກຳປູເຈຍ-ສປປ ລາວ-ມຽນມາ-ສສ ຫວຽດນາມ (CLMV) ຄັ້ງທີ 12 ຢູ່ ຮ່າໂນ້ຍ, ແຕ່ວັນທີ 27-29 ພະຈິກ 2026.ກອງປະຊຸມສຸດ ACMECS ຄັ້ງທີ 11 ຈະແມ່ນໂອກາດ ໃຫ້​​ບັນ​ດາການນຳ​ຕີ​ລາ​ຄາ​ ວິ​ວັດ​ການຮ່ວມມື ທີ່ບັນລຸໄດ້, ພ້ອມ​ກັນ​ນັ້ນ​ ວາງ​ອອກ​ບັນ​ດາ​ ບາ​ກ້າວຕໍ່ໄປ ເພື່ອ​ເພີ່ມ​ທະ​ວີ​ ການເຊື່ອມຕໍ່ພາກພື້ນ, ​ຊຸກ​ຍູ້ນະວັດຕະກຳ, ການພັດທະນາ ກວມ​ລວມ ແລະ ຍືນຍົງ. ໃນ​ຂະ​ນະ​ນັ້ນ, ກອງປະ ຊຸມສຸດຍອດ CLMV ຄັ້ງທີ 12 ຈະສຸມໃສ່ກ​ວດ​ກາ​ຄືນ ​ບັນ​ດາ​ຜົນ​ງານ​ການ​ຮ່ວມ​ມື, ກຳນົດທິດທາງ ໃນອະນາຄົດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL