ຊາວອົບພະຍົບປະມານ 175ຄົນ ສູນຫາຍ ຢູ່ທະເລ

26/11/2026 15:25
Email Print 83
KPL - Asean 2024 ມີຊາວອົບພະຍົບປະມານ 175 ຄົນ ຫາຍສາບສູນໄປ ເມື່ອເຮືອໄມ້ທີ່ບັນທຸກ ຄົນເຫລົ່ານີ້ ເດີນທາງອອກຈາກ ນະຄອນຫລວງ Dakar ຂອງ ເຊເນການ ມຸ່ງໄປຍັງ ເອີລົບ ຖືກຂາດການຕິດຕໍ່.

ຂປລ.ວິທະຍຸກະຈ່າຍສຽງ ຫວຽດນາມ, ມີຊາວອົບພະຍົບປະມານ 175 ຄົນ ຫາຍສາບສູນໄປ ເມື່ອເຮືອໄມ້ທີ່ບັນທຸກ ຄົນເຫລົ່ານີ້ ເດີນທາງອອກຈາກ ນະຄອນຫລວງ Dakar ຂອງ ເຊເນການ ມຸ່ງໄປຍັງ ເອີລົບ ຖືກຂາດການຕິດຕໍ່. ວັນທີ 24 ພະຈິກ, ເຈົ້າໜ້າທີ່ທ້ອງຖິ່ນໃຫ້​ຮູ້​ວ່າ ເຮືອ​ລຳ​ດັ່ງ​ກ່າວ ໄດ້ເດີນ​ທາງ​ອອກ​ຈາກເຂດ Yoff, ​ເປັນເມືອງໜຶ່ງຂອງ Dakar, ໃນ​ລະຫວ່າງ ວັນທີ 9-10 ພະຈິກ. ໃນຂະນະນັ້ນ, ອົງ ການບໍ່​ຂຶ້​ນ​ກັບ​ລັດ​ຖະ​ບານ​ ກະ​ທຳ​ເພື່ອ​ສິດ​ທິ​ມະ​ນຸດ ແລະ ເພື່ອ​ນ​ມິດ​ໃຫ້​ຮູ້​ວ່າ ມີຊາວອົບພະຍົບ 172 ຄົນ ໃນເຫດການດັ່ງກ່າວ, ພ້ອມ​ກັນ​ນັ້ນ ກໍ່ຮຽກຮ້ອງ​ໃຫ້ເພີ່ມ​ທະ​ວີ​ ການ​ເຄື່ອນ​ໄຫວ​ ຊອ​ກ​ຫາ ແລະ ກູ້ໄພກູ້​ຊີບ.ຕາມອົງການປົກ​ປ້ອງສິດທິ ຂອງ​ຊາວອົບພະຍົບ Walking Borders, ​ມີ​ນັບພັນ​ຄົນ​ ຖືກ​ເສຍຊີວິດ ໃນຂະນະທີ່ ພະຍາຍາມ ຊອກ​ຫາ​ວິ​ທີ ເພື່ອຂ້າມທະເລ ໃນຊຸມ​ປີມໍ່ໆ​ມານີ້,ໃນ​ 5 ເດືອນທຳອິດຂອງປີນີ້ ມີຊາວອົບພະຍົບ 635 ຄົນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL