ສປ ຈີນ ເປັນຫ່ວງຢ່າງສູງ ກ່ຽວກັບ ບັນຫາມົນລະພິດ ໃນສາຂາແມ່ນ້ຳຂອງ ຢູ່ຊາຍແດນໄທ-ມຽນມາ
Email
Print
83
KPL - Asean 2024
ທ່ານ ກົ່ວເຈ່ຍຄຸ່ນ ໄດ້ກ່າວວ່າ:ໃນຖານະທີ່ເປັນບ້ານໃກ້ ເຮືອນຄຽງ ທີ່ດີຂອງໄທ ແລະ ມຽນມາ,ສປ ຈີນ ມີຄວາມ ເປັນ ຫ່ວງຢ່າງສູງ ກ່ຽວກັບ ບັນຫາ ມົນລະພິດ ໃນສາຂາແມ່ນ້ຳຂອງ ຢູ່ຊາຍແດນ ລະຫວ່າງ ສອງປະເທດ ດັ່ງກ່າວ, ຍິນດີ ຮ່ວມກັບໄທ ແລະ ມຽນມາ ເພີ່ມທະວີ ການຮ່ວມມື ເພື່ອປັບປຸງ ຊັບພະຍາກອນນ້ຳ,ພ້ອມກັນ ອະນຸລັກສິ່ງແວດລ້ອມ ໃນເຂດລ່ອງແມ່ນ້ຳຂອງ .

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 25 ພະຈິກນີ້,ທ່ານ ກົ່ວເຈ່ຍຄຸ່ນ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ຈັດກອງປະຊຸມ ຖະແຫລງຂ່າວ. ມີນັກຂ່າວຖາມກ່ຽວກັບ ບັນຫາມົນລະພິດ ໃນສາຂາແມ່ນ້ຳຂອງ ຢູ່ຊາຍແດນໄທ-ມຽນມາ. ທ່ານ ກົ່ວເຈ່ຍຄຸ່ນ ໄດ້ກ່າວວ່າ:ໃນຖານະທີ່ເປັນບ້ານໃກ້ ເຮືອນຄຽງ ທີ່ດີຂອງໄທ ແລະ ມຽນມາ,ສປ ຈີນ ມີຄວາມເປັນຫ່ວງຢ່າງສູງ ກ່ຽວກັບ ບັນຫາ ມົນລະພິດ ໃນສາຂາແມ່ນ້ຳຂອງ ຢູ່ຊາຍແດນ ລະຫວ່າງ ສອງປະເທດດັ່ງກ່າວ,ຍິນດີຮ່ວມກັບໄທ ແລະ ມຽນມາ ເພີ່ມທະວີ ການຮ່ວມມື ເພື່ອປັບປຸງ ຊັບພະຍາກອນນ້ຳ,ພ້ອມກັນ ອະນຸລັກສິ່ງແວດລ້ອມ ໃນເຂດລ່ອງແມ່ນ້ຳຂອງ .ຫວັງວ່າ ໄທ ແລະ ມຽນມາ ຈະນຳໃຊ້ກົນໄກ ໜ່ວຍງານຮ່ວມ ເພື່ອດຳເນີນການສຳຫລວດ ຢູ່ພື້ນທີ່ ດັ່ງກ່າວ. ສປ ຈີນ ຈະສົ່ງຜູ້ຊ່ຽວຊານ ເຂົ້າຮ່ວມການເຄື່ອນໄຫວ ທີ່ກ່ຽວຂ້ອງ ຢ່າງຕັ້ງໜ້າ ແລະ ສະໜອງການສະໜັບສະໜູນ ດ້ານເຕັກນິກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
