ວັກຊິນຕ້ອງໄປຮອດເດັກ ຂ່າວສານຕ້ອງໄປຮອດພໍ່ແມ່ ຮ່ວມກັນປ້ອງກັນພະຍາດໂປລິໂອ
![]()
ຂປລ. ພະຍາດໂປລິໂອເປັນພະຍາດຕິດຕໍ່ທີ່ສາມາດທຳລາຍລະບົບປະສາດ ເຮັດໃຫ້ເດັກເປັນອຳມະພາດ ຫລື ພິການຕະຫລອດຊີວິດ. ເຖິງວ່າພະຍາດນີ້ສາມາດປ້ອງກັນໄດ້ດ້ວຍວັກຊິນ ແຕ່ການປ້ອງກັນໃຫ້ໄດ້ຜົນ ຕ້ອງອາໄສທັງການໃຫ້ວັກຊິນຢ່າງທົ່ວເຖິງ ແລະ ການສື່ສານຂໍ້ມູນຂ່າວສານໃຫ້ພໍ່ແມ່ ແລະຜູ້ເບິ່ງແຍງເດັກຮັບຮູ້ຢ່າງທົ່ວເຖິງ ເພື່ອບໍ່ໃຫ້ເດັກພາດໂອກາດໃນການຮັບວັກຊິນ.
ທ່ານ ດຣ ກອງໄຊ ພູນແພງຮັກ ຫົວໜ້າຂະແໜງພະຍາດ ທີ່ສາມາດປ້ອງກັນໄດ້ດ້ວຍວັກຊິນ, ສູນສຸຂະພາບແມ່ ແລະ ເດັກ ໃຫ້ຂໍ້ມູນໃນວັນທີ 11 ພະຈິກ 2026 ວ່າ: “ສປປ ລາວ ພົບກໍລະນີພະຍາດໂປລິໂອ ສາຍພັນທຳມະຊາດຄັ້ງສຸດທ້າຍ ໃນເດືອນຕຸລາ 1996 ແລະ ໄດ້ຮັບການຮັບຮອງວ່າປອດຈາກພະຍາດໂປລິໂອ ໃນປີ 2000. ແຕ່ໃນປີ 2025 ໄດ້ມີການລາຍງານການລະບາດ ຂອງເຊື້ອໂປລິໂອທີ່ມາຈາກວັກຊິນ (Vaccine-derived poliovirus) ອີກຄັ້ງ ຊຶ່ງເປັນສິ່ງຢ້ຳເຕືອນວ່າ ການຮັກສາອັດຕາການຮັບວັກຊິນໃຫ້ສູງ ແລະ ທົ່ວເຖິງຍັງມີຄວາມສຳຄັນຢ່າງຍິ່ງ”.
![]()
ພະຍາດໂປລິໂອ ສາມາດລະບາດຜ່ານການປົນເປື້ອນຂອງເຊື້ອໃນອາຫານ ແລະນ້ຳ ໂດຍສະເພາະໃນສະພາບແວດລ້ອມທີ່ຂາດສຸຂະອະນາໄມ. ເດັກອາຍຸຕ່ຳກວ່າ 5 ປີເປັນກຸ່ມທີ່ຕ້ອງໄດ້ຮັບການເບິ່ງແຍງເປັນພິເສດ. ການໃຫ້ເດັກຮັບວັກຊິນຄົບຕາມກຳນົດ ຂອງກະຊວງສາທາລະນະສຸກ ເປັນວິທີສຳຄັນ ໃນການສ້າງພູມຕ້ານທານ ແລະ ຫລຸດຄວາມສ່ຽງຈາກພະຍາດດັ່ງກ່າວ. ແນວໃດກໍດີ, ຜົນການຕິດຕາມການໃຫ້ວັກຊິນ ໃນຮອບຜ່ານມາຍັງສະທ້ອນ ໃຫ້ເຫັນຊ່ອງຫວ່າງທີ່ຕ້ອງຮ່ວມກັນແກ້ໄຂ. ຂໍ້ມູນການຕິດຕາມເດັກຂອງອົງການອຸຍນີເຊັບ ທີ່ນຳສະເໜີໃນກອງປະຊຸມ ໃຫ້ສື່ມວນຊົນທົ່ວປະເທດ ກ່ຽວກັບການຢອດວັກຊິນກັນພະຍາດໂປລິໂອ ລະບຸວ່າ: “ໃນຈຳນວນເດັກ 12.188 ຄົນ ມີ 2.052 ຄົນ ຫລື 16,8% ທີ່ຍັງບໍ່ໄດ້ຮັບວັກຊິນ. ຂະນະດຽວກັນ ໃນການໃຫ້ວັກຊິນ ຮອບທີ 2 ມີເດັກປະມານ 35% ທີ່ພາດໂອກາດ ເນື່ອງຈາກບໍ່ຢູ່ເຮືອນ ແລະ ຄອບຄົວຂອງເດັກບໍ່ຮູ້ຂໍ້ມູນຂ່າວສານ ໃນເວລາທີ່ທີມແພດລົງໄປໃຫ້ບໍລິການ, ອີກດ້ານໜຶ່ງ ໃນມື້ຢອດວັກຊິນພໍ່ແມ່ຄາວຽກ ຫລື ເດັກຕິດຕາມພໍ່ແມ່ ໄປເຮັດວຽກ; ເດັກນ້ອຍບໍ່ສະບາຍ ຜູ້ປົກຄອງຈຶ່ງບໍ່ພາໄປຮັບບໍລິການ”. ສະພາບການດັ່ງກ່າວ ອາດກ່ຽວຂ້ອງກັບວິຖີຊີວິດ ແລະ ການປະກອບອາຊີບຂອງຄອບຄົວ, ໂດຍສະເພາະຄອບຄົວໃນເຂດຫ່າງໄກສອກຫລີກ ທີ່ພໍ່ແມ່ອາດອອກໄປເຮັດວຽກ ຫລື ຫາລ້ຽງຊີບໃນເວລາທີ່ທີມແພດ ແລະ ອາສາສະໝັກລົງໄປຮອດບ້ານ. ດັ່ງນັ້ນ ການແຈ້ງຂ່າວລ່ວງໜ້າໃຫ້ພໍ່ແມ່ຮູ້ວັນເວລາ ແລະ ສະຖານທີ່ຮັບວັກຊິນຢ່າງຊັດເຈນ ຈຶ່ງເປັນປັດໄຈສຳຄັນທີ່ຈະຊ່ວຍຫລຸດຈຳນວນເດັກທີ່ພາດໂອກາດ.
ຜົນການສຳຫລວດຊ່ອງທາງການຮັບຂ່າວສານກ່ຽວກັບວັກຊິນ ໃນຮອບທີ 1 ແລະຮອບທີ 2 ຍັງສະທ້ອນວ່າ: ການເຜີຍແຜ່ຂໍ້ມູນຜ່ານຊ່ອງທາງຂັ້ນບ້ານເປັນແຫລ່ງສໍາຄັນ ໂດຍກວມອັດຕາ 39%. ຕົວເລກນີ້ຊີ້ໃຫ້ເຫັນວ່າ ການສື່ສານຜ່ານກົນໄກຊຸມຊົນຍັງມີບົດບາດສຳຄັນ ແລະຄວນໄດ້ຮັບການສົ່ງເສີມຄວບຄູ່ກັບການໃຫ້ຂໍ້ມູນຂ່າວສານຈາກສື່ມວນຊົນສະໄໝໃໝ່. ການປຸກລະດົມ ຈຶ່ງຄວນນຳໃຊ້ຫລາຍຊ່ອງທາງປະສົມປະສານກັນ ທັງວິທະຍຸ, ສື່ມວນຊົນທ້ອງຖິ່ນ, ການກະຈາຍຂ່າວຂັ້ນບ້ານ, ນາຍບ້ານ ແລະອາສາສະໝັກສາທາລະນະສຸກ ໂດຍເນັ້ນແຈ້ງຂໍ້ມູນໃຫ້ຊັດເຈນວ່າ ທີມງານຈະລົງໄປໃນມື້ໃດ, ເວລາໃດ ແລະຈຸດໃດ ເພື່ອໃຫ້ພໍ່ແມ່ສາມາດກຽມຕົວໄດ້ທັນເວລາ.
![]()
ສຳລັບການປຸກລະດົມໃນຮອບຜ່ານມາ ໄດ້ກຳນົດເປົ້າໝາຍໃນ 28 ເມືອງ ໃນໄລຍະວັນທີ 23 ກຸມພາ ຫາ 6 ມີນາ 2026, ໂດຍມີເດັກອາຍຸ 0-59 ເດືອນປະມານ 306.376 ຄົນເປັນກຸ່ມເປົ້າໝາຍ. ການປຸກລະດົມນີ້ ສະທ້ອນໃຫ້ເຫັນວ່າ ການປ້ອງກັນພະຍາດໂປລິໂອຕ້ອງອາໄສການປະສານງານຢ່າງໃກ້ຊິດ ລະຫວ່າງ ພາກສ່ວນສາທາລະນະສຸກ, ອົງການທີ່ກ່ຽວຂ້ອງ, ອົງການປົກຄອງທ້ອງຖິ່ນ ແລະສື່ມວນຊົນ.
ສຳລັບສື່ມວນຊົນ ບົດບາດບໍ່ໄດ້ຈຳກັດພຽງການລາຍງານຂ່າວການເປີດກິດຈະກຳ ຫລື ການລົງພື້ນທີ່ຂອງທີມງານເທົ່ານັ້ນ, ແຕ່ຕ້ອງເນັ້ນການນຳສະເໜີຂໍ້ມູນທີ່ປະຊາຊົນຕ້ອງການຮູ້ ແລະສາມາດນຳໄປປະຕິບັດໄດ້, ອະທິບາຍເຫດຜົນທີ່ເດັກຕ້ອງຮັບວັກຊິນ, ນຳສະເໜີສຽງສະທ້ອນຈາກພໍ່ແມ່, ອາສາສະໝັກ ແລະ ທີມແພດສາທາລະນະສຸກ ພ້ອມທັງຕິດຕາມຜົນການໃຫ້ບໍລິການວັກຊິນວ່າບັນລຸເປົ້າໝາຍຫລາຍໜ້ອຍສໍ່າໃດ.
ການຮັບວັກຊີນບໍ່ແມ່ນພຽງການປ້ອງກັນພະຍາດໃຫ້ແກ່ເດັກຄົນໜຶ່ງເທົ່ານັ້ນ, ແຕ່ຍັງເປັນການຮ່ວມກັນປົກປ້ອງຊຸມຊົນຈາກການລະບາດຂອງພະຍາດ. ພໍ່ແມ່ ແລະຜູ້ເບິ່ງແຍງເດັກນ້ອຍ ຈຶ່ງຄວນກວດເບິ່ງປຶ້ມວັກຊິນຂອງລູກຫລານ ແລະ ປຶກສາພະນັກງານສາທາລະນະສຸກ ຫາກຍັງບໍ່ແນ່ໃຈວ່າເດັກໄດ້ຮັບວັກຊິນຄົບຕາມກຳນົດແລ້ວ ຫລື ບໍ່. ເມື່ອມີການແຈ້ງກຳນົດການໃຫ້ວັກຊິນ ຄວນຮ່ວມມືພາເດັກນ້ອຍໄປຮັບວັກຊິນຕາມຄຳແນະນຳຂອງເຈົ້າໜ້າທີ່. ການປ້ອງກັນພະຍາດໂປລິໂອໃຫ້ໄດ້ຜົນ ຈຶ່ງຕ້ອງໃຫ້ວັກຊິນໄປຮອດເດັກ ແລະ ຂ່າວສານໄປຮອດພໍ່ແມ່ກ່ອນທີ່ທີມງານຈະລົງໄປເຖິງບ້ານ. ນີ້ແມ່ນພາລະກິດຮ່ວມກັນຂອງທຸກພາກສ່ວນ ເພື່ອບໍ່ໃຫ້ເດັກຄົນໃດຄົນໜຶ່ງ ຕ້ອງພາດໂອກາດໃນການປ້ອງກັນພະຍາດທີ່ສາມາດປ້ອງກັນໄດ້.
ໂດຍ: ຢ່າຕົ່ງ ຊົ່ງຈົ່ງເນັ່ງ
