ອຸບັດເຫດລົດໄຟຕົກລາງ ຢູ່ເອຢິບ ເຮັດໃຫ້ມີຜູ້ເສຍຊີວິດ 7 ຄົນ

10/11/2026 07:18
Email Print 83
KPL - Asean 2024 ​ເກີດອຸ​ບັດ​ເຫ​ດ ​ລົດ​ໄຟ​ຕົກ​ລາງ ​​ຢູ່​ເຂດ​ເອັນ​ອາ​ຢັດ​ແຂວງ​ກີ​ຊາ​ ປະ​ເທດ​ເອ​ຢິບ ​ເຮັດ​ໃຫ້​ມີ​ຜູ້​ເສ​ຍ​ຊີ​ວິດ 7 ຄົນ ແລະ ບາດ​ເຈັບ 112 ຄົນ.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ,ເມື່ອບໍ່ດົນມານີ້ ​ເກີດອຸ​ບັດ​ເຫ​ດ ​ລົດ​ໄຟ​ຕົກ​ລາງ ​​ຢູ່​ເຂດ​ເອັນ​ອາ​ຢັດ​ແຂວງ​ກີ​ຊາ​ ປະ​ເທດ​ເອ​ຢິບ ​ເຮັດ​ໃຫ້​ມີ​ຜູ້​ເສ​ຍ​ຊີ​ວິດ 7 ຄົນ ແລະ ບາດ​ເຈັບ 112 ຄົນ. ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ເອ​ຢິບ ​ລາຍ​ງານ​ວ່າ: ມີ​ຜູ້​ບາດ​ເຈັບ 45 ຄົນ ໄດ້​ອອກ​ໂຮງໝໍ​ແລ້ວ ຫລັງ​ຈາກ ​ການ​ປິ່ນ​ປົວ. ເນື້ອ​ໃນ​ຖະ​ແຫລງ​ການ ​ຂອງອົງ​ການ​ທາງ​ລົດ​ໄຟ​ເອ​ຢິບ ​ລະ​ບຸ​ວ່າ​: ລົດ​ໄຟ​ຂະ​ບວນ​ໜຶ່ງ ​ທີ່​ເດີນ​ທາງ​​ມາຈາກ​ ແຂວງ​ກີ​ຊາ ​ໄປ​ຍັງ​ແຂວງ​ຟາ​ໂຢມ ໄດ້​ຕຳ​ທ້າຍ​ລົດ​ໄຟ​ຂະ​ບວນ​ໜຶ່ງ​ ທີ່​ເດີນ​ທາງ​ຈາກ​ນະ​ຄອນ ຫລວງ​ເລີ​ແກ ​ໄປ​​ຍັງແຂວງ​ອາ​ສ໌​ວັນ. ​ເຈົ້າ​ໜ້າ​ທີ່​ກູ້​ໄພໄດ້​ເດີນ​ທາງ​ ໄປ​ຮອດ​ສະ​ຖານ​ທີ່​ເກີດ​ເຫດ ເພື່ອ​​ເກັບ​ກວາດ ແລະ ຍົກ​ຍ້າຍ​ຕູ້​ລົດ​ໄຟ​ທີ່​ຕົກ​ລາງ ເພື່ອພະ​ຍາ​ຍາມ​ຟື້ນ​ຟູ​ການ​​ບໍ​ລິ​ການ​ລົດ​ໄຟ​ ທັງ​ສອງ​ທິດ​ທາງ ໂດຍ​ໄວ. ທ່ານ ອັບ​ເດ​ລ ​ຟັດ​ຕາ ເອັນ ຊີ​ຊີ ປະ​ທາ​ນາ​ທິ​ບໍ​ດີ​ເອ​ຢິບ​ ກ່າວ​ວ່າ: ກຳ​ລັງ​ຕິດ​ຕາມ​ອຸ​ບັດ​ເຫດ ​ຢ່າງ​ໃກ້​ຊິດ, ທັງ​ໄດ້​ຊີ້​ນຳ​ໃຫ້​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ ໃຫ້​ການ​ຊ່ວຍ​ເຫລືອ​ທີ່​ຈຳ​ເປັນ, ພ້ອມ​ທັງ​ ສືບ​ສວນ​ຫາ​ສາ​ເຫດ ​ຂອງ​ການ​ເກີດ​​ອຸ​ບັດ​ຕິເຫດ​ໂດຍ​ໄວ ແລະ ສືບ​ຫາ​ຄວາມ​ຮັບ​ຜິດ​ຊອບ ​ຂອງ​ຜູ້​ກ່ຽວ​ຂ້ອງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL