ທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ຂປລ.ວິທະຍຸກະຈ່າຍສຽງ ຫວຽດນາມ, ທ່ານ ໂຕເລີມ, ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ ພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ຮ່າໂນ້ຍ ເລີ່ມຕົ້ນ ການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ ລະຫວ່າງ ວັນທີ 08-11 ພະຈິກນີ້ ຕາມຄຳເຊີນ ຂອງລັດຖະບານ ຍີ່ປຸ່ນ.ການຢ້ຽມຢາມ ດຳເນີນໄປ ໃນຈຸດເວລາທີ່ ທັງສອງປະເທດ ພວມຢືນຢູ່ ບັນດາຄວາມຮຽກຮ້ອງ ພັດທະນາໃໝ່. ຫວຽດນາມ ພວມຍູ້ແຮງ ການຫັນ ເປັນອຸດສາຫະກຳ, ທັນສະໄໝ, ມຸ່ງໄປສູ່ສອງເປົ້າໝາຍ ພັດທະນາ 100 ປີໃນປີ 2030 ແລະ 2045. ຍີ່ປຸ່ນ ກໍ່ພວມ ຊຸກຍູ້ບັນດາກຳລັງໜູນເຕີບໂຕໃໝ່, ຕິດພັນການພັດທະນາເສດຖະກິດກັບວິທະຍາສາດ-ເຕັກໂນໂລຊີ, ຍົກສູງກຳລັງແຮງ ແຫ່ງຊາດ ແລະ ຟື້ນຟູທີ່ຕັ້ງນຳໜ້າ ໃນບັນດາຂົງເຂດ ເສດຖະກິດ, ເຕັກໂນໂລຊີ ຫລັກແຫລ່ງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
