ສປ ຈີນ ມີການຂົນສົ່ງສິນຄ້າຜ່ານທາງລົດໄຟ ບັນລຸ 3 ຕື້ກວ່າໂຕນ
Email
Print
83
KPL - Asean 2024
ບໍລິສັດທາງ ລົດໄຟ ແຫ່ງຊາດຈີນ ຈຳກັດ ແຈ້ງໃຫ້ຮູ້ວ່າ: ໃນ 3 ໄຕມາດທຳອິດ ຂອງປີນີ້, ການຂົນສົ່ງສິນຄ້າ ຜ່ານທາງລົດໄຟຂອງ ສປ ຈີນ ທັງໝົດບັນລຸເຖິງ 3 ຕື້ກວ່າໂຕນ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 20 ຕຸລານີ້, ບໍລິສັດທາງ ລົດໄຟ ແຫ່ງຊາດຈີນ ຈຳກັດ ແຈ້ງໃຫ້ຮູ້ວ່າ: ໃນ 3 ໄຕມາດທຳອິດ ຂອງປີນີ້, ການຂົນສົ່ງສິນຄ້າ ຜ່ານທາງລົດໄຟຂອງ ສປ ຈີນ ທັງໝົດບັນລຸເຖິງ 3 ຕື້ກວ່າໂຕນ, ກວມເອົາ ຕູ້ລົດໄຟ 188.000ຕູ້ຕໍ່ມື້, ເພີ່ມຂຶ້ນ ຕາມລຳດັບ ເມື່ອທຽບໃສ່ປີກາຍ, ຮັກສາຢູ່ໃນລະດັບສູງ ຢ່າງຕໍ່ເນື່ອງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
