ເກືອບ 40 ປະເທດ ຈົດທະບຽນເຂົ້າຮ່ວມ ງານວາງສະແດງ ການປ້ອງກັນຊາດ ສາກົນ ຫວຽດນາມ 2026

ຂປລ.ວິທະຍຸກະຈ່າຍສຽງຫວຽດນາມ, ຕາມຂໍ້ມູນທີ່ ກອງປະຊຸມຖະແຫລງຂ່າວ ທີ່ໄດ້ດຳເນີນໃນວັນທີ 20 ຕຸລານີ້, ຢູ່ນະຄອນຫລວງ ຮ່າໂນ້ຍ, ທ່ານ ພົນຈັດຕະວາ ຫງວຽນຊວັນຖຸນ, ຮອງຫົວໜ້າກົມ ໂຄສະນາອົບຮົບ, ກົມໃຫຍ່ການເມືອງ ກອງທັບປະຊາຊົນ ຫວຽດນາມ ຢັ້ງຢືນວ່າ: ໂດຍສືບຕໍ່ ບັນດາຜົນສຳເລັດ ຂອງງານວາງສະແດງ ເມື່ອປີ 2022 ແລະ 2024, ງານວາງສະແດງຄັ້ງນີ້ ສືບຕໍ່ຢັ້ງຢືນແຜນນະໂຍບາຍ, ແນວທາງການທູດ ປ້ອງກັນຊາດ ທີ່ຖືກຕ້ອງຂອງພັກ, ລັດ, ຄະນະພັກການທະຫານສູນກາງ ແລະ ກະຊວງປ້ອງກັນປະເທດ ຫວຽດນາມ, ດ້ວຍຈິດໃຈສັນຕິພາບ, ມິດຕະພາບ, ການຮ່ວມມື ພ້ອມກັນພັດທະນາ. ພ້ອມກັນນັ້ນ, ງານວາງສະແດງເປັນພະຍານ ຫລັກຖານພິສູດໃຫ້ເຫັນບັນດາບາດກ້າວພັດທະນາຢ່າງແຮງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຫັນອຸດສາຫະກຳ ດ້ານປ້ອງກັນຊາດ ຫວຽດນາມ ເປັນທັນສະໄໝ; ປະກອບສ່ວນຢັ້ງຢຶນ ຖານະບົດບາດ, ອິດທິພົນຊື່ສຽງ ຂອງ ຫວຽດນາມ ບົນເວທີສາກົນ, ປຸກລຸກ ແລະ ແຜ່ກະຈາຍຄວາມເອກອ້າງທະນົງໃຈ, ສືບຕໍ່ຮັບຜິດຊອບ ຂອງພະນັກງານ, ນັກຮົບ ແລະ ປະຊາຊົນ ແຕ່ລະຄົນ ຕໍ່ພາລະກິດ ແຫ່ງການກໍ່ສ້າງ ແລະ ປົກປັກຮັກສາ ປະເທດຊາດ.ສະເພາະ ໃນຂອບເຂດ ງານວາງສະແດງ ກໍ່ໄດ້ດຳເນີນກອງປະຊຸມສຳມະນາ: “ການຮ່ວມມືສາກົນ ພັດທະນາ ວິທະຍາສາດ ເຕັກໂນໂລຢີ, ນະວັດຕະກຳ ເພື່ອສັນຕິພາບ ແລະ ການພັດທະນາ ແບບຍືນຍົງ” ແລະ ກອງປະຊຸມສຳມະນາການຮ່ວມມື ອຸດສາຫະກຳ ປ້ອງກັນຊາດ ລະຫວ່າງ ຫວຽດນາມ ກັບບັນດາປະເທດ; ພ້ອມກັນນັ້ນ ແມ່ນບັນດາການເຄື່ອນໄຫວ ດ້ານວັດທະນະທຳ, ການສະແດງສິລະປະ ທີ່ໄດ້ດຳເນີນ ຢ່າງຕໍ່ເນື່ອງ ໃນໄລຍະຈັດງານວາງສະແດງ ເພື່ອຮັບໃຊ້ແຂກທ່ອງທ່ຽວ ແລະ ປະຊາຊົນ, ຄືລາຍການສະແດງດົນຕີ, ການຟ້ອມຕຸກກາຕານ້ຳ, ການແກ້ຄວັດສະຫລັກດ້ວຍແສງ. ຕາມລາຍການ ທີ່ຄາດຄະເນແລ້ວ, ງານວາງສະແດງຈະເປີດປະຕູ ໃຫ້ປະຊາຊົນ ເຂົ້າຊົມແຕ່ວັນທີ 12–13 ທັນວາ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
