ກຳປູເຈຍ ເພີ່ມເງິນອຸດໜູນຫລຸດຜ່ອນຕົ້ນທຶນເຊື້ອໄຟ ເກືອບ 500 ລ້ານໂດລາ
ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ທ່ານ ຮຸນ ມາເນັດ ນາຍົກ ລັດຖະມົນຕີ ກຳປູເຈຍ ເປີດເຜີຍວ່າ: ລັດຖະບານ ກຳປູເຈຍ ໄດ້ເພີ່ມເງິນອຸດໜູນ ເກືອບ 500 ລ້ານໂດລາ ສະຫະລັດ ເພື່ອຫລຸດຜ່ອນ ຜົນກະທົບ ພາຍໃນປະເທດ ຈາກ ພາວະລາຄາ ເຊື້ອໄຟໂລກ ເພີ່ມສູງຂຶ້ນ ເຊິ່ງເປັນຜົນ ມາຈາກ ຄວາມຂັດແຍ້ງ ໃນເຂດຕາເວັນອອກກາງ.
ໂດຍ ລັດຖະບານ ກຳປູເຈຍ ຈັດສັນ ຄວາມຊ່ວຍເຫລືອ ທາງດ້ານການເງິນ ຜ່ານເງິນອຸດໜູນ ຄ່າໄຟຟ້າ ໂດຍກົງ ຄູ່ຂະໜານກັບ ມາດຕະການ ຫລຸດຜ່ອນພາສີ ແບບເປົ້າໝາຍ, ລວມທັງ ການຫລຸດພາສີ ນຳເຂົ້າ ນ້ຳມັນ ແລະແກັສ, ພ້ອມທັງ ຫລຸດຜ່ອນພາສີ ຍານພາຫະນະໄຟຟ້າ (EV), ຍານພາຫະນະໄຟຟ້າ ແບບປລັກ ອິນໄຮບຼິດ (PHEV), ເຕົາໄຟຟ້າ ແລະ ອຸປະກອນ ທີ່ໃຊ້ພະລັງງານ ແສງຕາເວັນ.
ນອກຈາກນັ້ນ, ກະຊວງການຄ້າ ຂອງ ກຳປູເຈຍ ຍັງລະບຸວ່າ ລາຄາ ຂາຍຍ່ອຍ ນ້ຳມັນ ແອັດຊັງ ຢູ່ກຳປູເຈຍ ລວມມີ 5,150 ຣຽວ ຕໍ່ລິດ ໃນວັນທີ 7 ຕຸລາ, ເພີ່ມຂຶ້ນ 33,7% ເມື່ອທຽບໃສ່ ລະດັບ ກ່ອນເກີດ ຄວາມຂັດແຍ້ງ, ໃນຂະນະທີ່ ລາຄາ ນ້ຳມັນ ກາຊວນ 5,650 ຣຽວ ຕໍ່ລິດ ເພີ່ມຂຶ້ນ 46.7% ແລະ ອື່ນໆ./
