ສິງກະໂປ ວາງແນວທາງປະຕິບັດການຈັດການ ຄວາມສ່ຽງເອໄອ
Email
Print
83
KPL - Asean 2024
ອົງການການເງິນ ແຫ່ງສິງກະໂປ (MAS) ຫລື ທະນາຄານກາງ ສິງກະໂປ ໄດ້ວາງແນວທາງ ການປະຕິບັດ ກັບ ສະຖາບັນການເງິນ ເພື່ອບໍລິຫານ ຈັດການຄວາມສ່ຽງ ຈາກການໃຊ້ ປັນຍາປະດິດ (AI) ເຊິ່ງຈະມີຜົນ ບັງຄັບໃຊ້ ກັບ ສະຖາບັນການເງິນ ແລະ ເຕັກໂນໂລຊີ ປັນຍາປະດິດທັງໝົດ.
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ອົງການການເງິນ ແຫ່ງສິງກະໂປ (MAS) ຫລື ທະນາຄານກາງ ສິງກະໂປ ໄດ້ວາງແນວທາງ ການປະຕິບັດ ກັບ ສະຖາບັນການເງິນ ເພື່ອບໍລິຫານ ຈັດການຄວາມສ່ຽງ ຈາກການໃຊ້ ປັນຍາປະດິດ (AI) ເຊິ່ງຈະມີຜົນ ບັງຄັບໃຊ້ ກັບ ສະຖາບັນການເງິນ ແລະ ເຕັກໂນໂລຊີ ປັນຍາປະດິດທັງໝົດ.
ສະຖາບັນ ການເງິນ ຈະຕ້ອງຍົກລະດັບ ການກຳກັບດູແລ ຄວາມສ່ຽງ ດ້ານປັນຍາປະດິດ ພ້ອມດ້ວຍ ການປະເມີນ ແລະ ບໍລິຫານຈັດການ ຄວາມສ່ຽງ ຢ່າງຮອບດ້ານ ລວມເຖິງ ວົງຈອນຊີວິດ ຂອງ ປັນຍາປະດິດ, ການຈັດການຄວາມສ່ຽງ ຈາກການໃຊ້ງານ ປັນຍາປະດິດ ຂອງ ຜູ້ໃຫ້ບໍລິການ ພາຍນອກ (Third-party) ແລະ ການປັບໃຊ້ແນວທາງປະຕິບັດ ເພືີ່ອໃຫ້ສອດຄ່ອງກັບ ລະດັບຄວາມສ່ຽງ. ແນວທາງປະຕິບັດດັ່ງກ່າວ ຈະມີຜົນບັງຄັບໃຊ້ ນັບແຕ່ວັນທີ 7 ຕຸລາ 2027 ເປັນຕົ້ນໄປ ໂດຍອະນຸຍາດ ໃຫ້ສະຖາບັນຕ່າງໆ ສາມາດ ດຳເນີນການ ແບບແບ່ງໄລຍະເວລາໄດ້./
