ອິນໂດເນເຊຍ ຈະຂະຫຍາຍເນື້ອທີ່ ປູກອ້ອຍ ເພື່ອພັດທະນາແຜນການໃຊ້ເຊື້ອໄຟ ອີ20
ຂປລ.ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ຊຸນກິຟລີ ຫາດຊັນ (Zulkifli Hasan) ລັດຖະມົນຕີ ປະສານງານ ດ້ານກິດຈະການ ອາຫານ ຂອງ ອິນໂດເນຊີາ ເປີດເຜີຍວ່າ: ອິນໂດເນເຊຍ ມີແຜນຂະຫຍາຍເນື້ອທີ່ ປູກອ້ອຍ ແລະ ພັດທະນາ ແຫລ່ງວັດຖຸດິບອື່ນໆ ເພື່ອຮອງຮັບ ແຜນການ ໃຊ້ນ້ຳມັນແອັດຊັງ ປະສົມ ໄບໂອເອທານອນ 20% ຫລື ທີ່ຮູ້ຈັກກັນ ໃນຊື່ໂຄງການ ອີ 20 (E20).
ໂດຍ ລັດຖະບານ ອິນໂດເນເຊຍ ພວມຊອກຫາ ເນື້ອທີ່ປູກຝັງ ເພີ່ມເຕີມ ເນື່ອງຈາກ ອ້ອຍທີ່ມີຢູ່ ໃນປັດຈຸບັນຍັງບໍ່ພຽງພໍກັບ ຄວາມຕ້ອງການ ວັດຖຸດິບ ສຳລັບ ໂຄງການ E20 ດັ່ງກ່າວ, ນອກຈາກນີ້ ອິນໂດເນເຊຍ ຍັງພວມພິຈາລະນາ ການນຳໃຊ້ ມັນຕົ້ນ ແລະ ພືດຊະນິດອື່ນໆ ເພື່ອຜະລິດ ເອທານອນ ອີກດ້ວຍ. ການຂະຫຍາຍ ກຳລັງການຜະລິດນີ້ ເພື່ອຮັບປະກັນວ່າ ການຜະລິດ ເອທານອນ ຈະບໍ່ສົ່ງ ຜົນກະທົບ ຕໍ່ປະລິມານ ນ້ຳຕານ ສຳລັບ ການໃຊ້ພາຍໃນປະເທດ. ຂະນະທີ່, ອິນໂດເນເຊຍ ໄດ້ວາງເປົ້າໝາຍເພີ່ມ ໃນການໃຊ້ເຊື້ອໄຟ ຊີວະພາບ ທີ່ ຜະລິດພາຍໃນປະເທດ ເພື່ອຫລຸດຜ່ອນ ການເພິ່ງພາ ພະລັງງານ ຈາກການນຳເຂົ້າ./
