ມຽນມາ ສົ່ງອອກເຂົ້າ ກວ່າ 973,000 ໂຕນພາຍໃນ 6 ເດືອນ
Email
Print
83
KPL - Asean 2024
ສະຫະພັນເຂົ້າ ປະເທດ ມຽນມາ ເປີດເຜີຍວ່າ: ມຽນມາ ສາມາດສົ່ງອອກເຂົ້າ ແລະ ເຂົ້າຫັກ ລວມທັງໝົດ 971.662 ໂຕນ ໃນໄລຍະ 6 ເດືອນທຳອິດ ຂອງ ປີງົບປະມານ 2026-2027 ເຊິ່ງເລີ່ມຕົ້ນ ໃນເດືອນເມສາ ແລະ ສາມາດສ້າງລາຍໄດ້ ຈາກການສົ່ງອອກ ປະມານ 338 ລ້ານໂດລາ ສະຫະລັດ.
ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ: ສະຫະພັນເຂົ້າ ປະເທດ ມຽນມາ ເປີດເຜີຍວ່າ: ມຽນມາ ສາມາດສົ່ງອອກເຂົ້າ ແລະ ເຂົ້າຫັກ ລວມທັງໝົດ 971.662 ໂຕນ ໃນໄລຍະ 6 ເດືອນທຳອິດ ຂອງ ປີງົບປະມານ 2026-2027 ເຊິ່ງເລີ່ມຕົ້ນ ໃນເດືອນເມສາ ແລະ ສາມາດສ້າງລາຍໄດ້ ຈາກການສົ່ງອອກ ປະມານ 338 ລ້ານໂດລາ ສະຫະລັດ.
ໃນຂະນະທີ່ ສະຫະພັນດັ່ງກ່າວ ໄດ້ລະບຸວ່າ ຕົວເລກ ການສົ່ງອອກ ໃນໄລຍະເວລາ ດັ່ງກ່າວ ແມ່ນໜ້ອຍກວ່າ ຍອດການສົ່ງອອກ ໃນໄລຍະດຽວກັນ ຂອງ ປີງົບປະມານ ຜ່ານມາ ເຊິ່ງເຄີຍສູງກວ່າ 1,2 ລ້ານໂຕນ ໂດຍລວມທັງເຂົ້າ ແລະ ເຂົ້າຫັກເຫລົ່ານີ້ ໄດ້ສົ່ງອອກ ຜ່ານເສັ້ນທາງທະເລ ແລະ ເສັ້ນທາງບົກ ໄປຍັງ 30 ກວ່າປະເທດ ແລະ ເຂດແຄວ້ນ./
