ສປ ຈີນ ມີມູນຄ່າການລົງທຶນ ໂດຍກົງ ຕໍ່ຕ່າງປະເທດ ຢູ່ແຖວໜ້າຂອງໂລກ ຢ່າງໝັ້ນທ່ຽງ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 23 ກັນຍານີ້, ກະຊວງການຄ້າຈີນ, ອົງການສະຖິຕິ ແຫ່ງຊາດຈີນ ແລະ ອົງການຄຸ້ມຄອງ ເງິນຕາຕ່າງປະເທດ ແຫ່ງຊາດຈີນ ໄດ້ຮ່ວມກັນ ປະກາດ “ບົດລາຍງານປະຈຳປີ 2025 ກ່ຽວກັບສະຖິຕິ ການລົງທຶນໂດຍກົງ ຕໍ່ຕ່າງປະເທດຂອງ ສປ ຈີນ” ໂດຍລະບຸວ່າ: ປີ 2025, ມູນຄ່າການລົງທຶນໂດຍກົງ ຕໍ່ຕ່າງປະເທດຂອງຈີນມີເຖິງ 213,58 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 11,1% ເມື່ອທຽບໃສ່ປີ 2024; ສ່ວນຍອດມູນຄ່າ ການລົງທຶນ ຕໍ່ຕ່າງປະເທດມີເຖິງ 3.400 ຕື້ໂດລາສະຫະລັດ ເຊິ່ງສາມາດຮັກສາ ອັນດັບໜຶ່ງ ຫາສາມ ໃນໂລກເປັນເວລາ 9 ປີຕິດຕໍ່ກັນ ແລະ ສ່ວນແບ່ງການລົງທຶນ ໂດຍກົງຕໍ່ຕ່າງປະເທດທົ່ວໂລກ ເພີ່ມຂຶ້ນເປັນ 7,4%. ນັບມາຮອດ ທ້າຍປີ 2025, ສປ ຈີນ ໄດ້ສ້າງຕັ້ງວິສາຫະກິດ ຢູ່ຕ່າງປະເທດ 58.000 ແຫ່ງໃນ 189 ປະເທດ ແລະ ເຂດແຄວ້ນ ໂດຍໄດ້ຈ້າງແຮງງານ ຕ່າງປະເທດ 2.965.000 ຄົນ. ປີ 2025, ວິສາຫະກິດຈີນ ໄດ້ລົງທຶນໂດຍກົງ ຕໍ່ປະເທດ ທີ່ຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ມູນຄ່າ 46,05 ຕື້ໂດລາສະຫະລັດ, ກວມເອົາ 21,6% ຂອງຍອດຈຳນວນ ການລົງທຶນ ຕໍ່ຕ່າງປະເທດໃນປີນັ້ນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
