ສປ ຈີນ ສຳເລັດການຍິງສົ່ງ ກຸ່ມດາວທຽມ ອິນເຕີເນັດ ວົງໂຄຈອນຕ່ຳ 26
Email
Print
83
KPL - Asean 2024
ສປ ຈີນ ໄດ້ສຳເລັດ ການຍິງສົ່ງ ກຸ່ມດາວທຽມ ອິນເຕີເນັດ ວົງໂຄຈອນຕ່ຳ 26 ດ້ວຍຈະຫລວດ ສົ່ງຍານ “ສາງເຈີ່ງ 8A” ຢູ່ສະໜາມ ສົ່ງຍານອະວະກາດ ການຄ້າໄຫຫລຳ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 23 ກັນຍາ 2026 ຕາມເວລາປັກກິ່ງ, ສປ ຈີນ ໄດ້ສຳເລັດ ການຍິງສົ່ງ ກຸ່ມດາວທຽມ ອິນເຕີເນັດ ວົງໂຄຈອນຕ່ຳ 26 ດ້ວຍຈະຫລວດ ສົ່ງຍານ “ສາງເຈີ່ງ 8A” ຢູ່ສະໜາມ ສົ່ງຍານອະວະກາດ ການຄ້າໄຫຫລຳ, ກຸ່ມດາວທຽມ ໄດ້ເຂົ້າສູ່ ວົງໂຄຈອນ ທີ່ກຳນົດໄວ້ ຢ່າງສະດວກ, ເຮັດໃຫ້ພາລະກິດ ຍິງສົ່ງດາວທຽມຄັ້ງນີ້ ປະສົບຜົນສຳເລັດ ຢ່າງຈົບງາມ.\.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ