ປະລິມານການຂົນສົ່ງສິນຄ້າ ຜ່ານເສັ້ນທາງລົດໄຟລາວ-ຈີນ ບັນລຸຫລາຍກວ່າ 90 ລ້ານໂຕນ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 18 ສິງຫານີ້, ອີງຕາມແຫລ່ງຂ່າວ ຈາກກຸ່ມບໍລິສັດ ທາງລົດໄຟຈີນ ສາຂາ ຄຸນໝິງ ຈຳກັດ ແຈ້ງໃຫ້ຮູ້ວ່າ: ຂະບວນບລົດໄຟ ຂົນສົ່ງ ສິນຄ້າ ສາກົນ ເສັ້ນທາງລົດໄຟລາວ-ຈີນ ທີ່ບັນທຸກສິນຄ້າຕ່າງໆ ລວມເຖິງ ຜັກສົດ, ວົງຈອນໄຟຟ້າລວມ ແລະ ແຜ່ນຈໍເອເລັກໂຕຣນິກ ໄດ້ອອກເດີນທາງ ຈາກສະຖານີ ວາງເຈ່ຍຢິງ ຕາເວັນຕົກ ນະຄອນຄຸມໝິງ ຂອງ ສປ ຈີນ ໄປຍັງ ນະຄອນຫລວງວຽງຈັນຂອງ ສປປ ລາວ ເຊິ່ງເປັນຂີດໝາຍ ສະແດງໃຫ້ເຫັນວ່າ ນັບແຕ່ ເສັ້ນທາງລົດໄຟລາວ-ຈີນ ເປີດບໍລິການ ຢ່າງເປັນທາງການ ໃນວັນທີ 3 ທັນວາ 2021 ເປັນ ຕົ້ນມາ, ປະລິມານການຂົນສົ່ງສິນຄ້າ ຜ່ານເສັ້ນທາງລົດໄຟລາວ-ຈີນ ຕະຫລອດສາຍ ລວມທັງໝົດ ບັນລຸຫລາຍກວ່າ 90 ລ້ານໂຕນ ແລະ ສັກກະຍະພາບ ຂອງເສັ້ນທາງຄຳສາຍນີ້ ໄດ້ຮັບການເສີມຂະຫຍາຍ ຢ່າງຕໍ່ເນື່ອງ. ນັບແຕ່ຕົ້ນປີ2026 ເປັນຕົ້ນມາ, ປະລິມານ ການຂົນສົ່ງສິນຄ້າ ຜ່ານເສັ້ນທາງລົດໄຟລາວ-ຈີນ ສະເລ່ຍແລ້ວ ບັນລຸຫລາຍກວ່າ 67.000 ໂຕນຕໍ່ມື້. ປະລິມານ ການແລ່ນລົດໄຟ ຂົນສົ່ງສິນຄ້າ ຂ້າມຊາຍແດນ ຕາມເສັ້ນທາງ ລົດໄຟລາວ-ຈີນ ເພີ່ມຂຶ້ນຈາກ 2 ຂະບວນຕໍ່ມື້ ໃນໄລຍະເບື້ອງຕົ້ນ ເປັນສູງສຸດ 23 ຂະບວນຕໍ່ມື້, ນ້ຳໜັກລາກຂອງລົດໄຟ ໄດ້ເພີ່ມຂຶ້ນຈາກ 2.000 ໂຕນ ເປັນ 2.800 ໂຕນ ແລະ ຄວາມສາມາດຂົນສົ່ງ ຂອງລົດໄຟ ຂະບວນດ່ຽວ ໄດ້ເພີ່ມຂຶ້ນ ປະມານ 40%./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
