ພູກະແຕ ເສັ້ນທາງຜະຈົນໄພ 39 ກິໂລແມັດ ສຳຜັດສະເໜ່ທຳມະຊາດ ແລະ ວິຖີຊີວິດຊຸມຊົນ
![]()
ຂປລ. ທ່າມກາງກະແສການທ່ອງທ່ຽວ ແບບສຳຜັດທຳມະຊາດ ແລະ ການຜະຈົນໄພທີ່ນັບມື້ໄດ້ຮັບຄວາມສົນໃຈ, ເຂດພູກະແຕ ບ້ານນາທົ່ງຫລວງ ເມືອງສາລະວັນ ແຂວງສາລະວັນ ກຳລັງກາຍເປັນອີກໜຶ່ງຈຸດໝາຍປາຍທາງທີ່ນ່າສົນໃຈ ສຳລັບນັກທ່ອງທ່ຽວທີ່ມັກຄວາມທ້າທາຍ, ການຍ່າງປ່າ ແລະການສຳຜັດວິຖີຊີວິດຊຸມຊົນ. ເສັ້ນທາງຜະຈົນໄພໄລຍະທາງ 39 ກິໂລແມັດ ໃຊ້ເວລາ 3 ມື້ 2 ຄືນເປັນການເດີນທາງທີ່ປະສົມປະສານລະຫວ່າງຄວາມງາມຂອງທຳມະຊາດ, ຮ່ອງຮອຍປະຫວັດສາດ, ຕຳນານທ້ອງຖິ່ນ ແລະ ການທ່ອງທ່ຽວແບບອະນຸລັກໂດຍຊຸມຊົນມີສ່ວນຮ່ວມ ໄດ້ກາຍເປັນທາງເລືອກໃໝ່ທີ່ບໍ່ພຽງແຕ່ໃຫ້ຄວາມເພີດເພີນ, ແຕ່ຍັງໄດ້ສຳຜັດກັບຮາກເຫງົ້າທາງວັດທະນະທຳ ແລະ ປະຫວັດສາດຢ່າງແທ້ຈິງ.
![]()
ການເດີນທາງເລີ່ມຈາກເທສະບານເມືອງສາລະວັນ ໄປຫາບ້ານນາທົ່ງຫລວງ ໄລຍະທາງປະມານ 25 ກິໂລແມັດ. ບ້ານແຫ່ງນີ້ເປັນໝູ່ບ້ານເກົ່າແກ່ ຕັ້ງຢູ່ໃນເຂດທົ່ງພຽງອັນອຸດົມສົມບູນ, ທີ່ມີທົ່ງນາກວ້າງໃຫຍ່, ຕິດພັນກັບວິຖີຊີວິດຂອງຊາວບ້ານ, ສ່ວນໃຫຍ່ແມ່ນຢຶດຖືອາຊີບເຮັດນາ, ປູກຝັງ ແລະ ລ້ຽງສັດ ເປັນຕົ້ນຕໍ. ນອກຈາກນັ້ນ, ດິນແດນດັ່ງກ່າວ ມີຄວາມກ່ຽວພັບກັບເຫດການປະຫວັດສາດ ໃນເມື່ອກ່ອນ, ໃນຂະບວນການຕໍ່ສູ້ຕ້ານການຮຸກຮານຂອງຝຣັ່ງ (ຄສ 1901–1906) ໂດຍເຂດພູກະແຕ ແລະ ບ້ານອ້ອມຂ້າງໄດ້ຖືກລະບຸວ່າ: ເປັນຖານທີ່ໝັ້ນສຳຄັນຂອງຂະບວນການຕໍ່ສູ້ອົງແກ້ວ - ອົງກົມມະດໍາ. “ພູກະແຕ” ມີຄວາມສູງເຖິງ 1.601 ແມັດ ຈາກລະດັບນ້ຳທະເລ, ພູແຫ່ງນີ້ ເປັນປ່າດົງດິບທີ່ປະຊາຊົນໃຊ້ທຳມາຫາກິນ, ເປັນບ່ອນຫລົບຊ້ອນ ແລະ ຍຸດທະສາດສຳຄັນໃນສະໄໝສົງຄາມ; ການຍ່າງປ່າພິຊິດຍອດພູກະແຕ ຖືເປັນຄວາມທ້າທາຍຂອງນັກຜະຈົນໄພ, ຕະຫລອດເສັ້ນທາງ 39 ກິໂລແມັດ ນັກທ່ອງທ່ຽວຈະໄດ້ຜ່ານປ່າດົງດິບແລ້ງ, ເນີນພູ ແລະ ຜາຫີນ. ໃນລະດູຝົນ ເສັ້ນທາງຈະມີຄວາມສ່ຽງ ແລະ ເພີ່ມທະວີຄູນໃນການຜະຈົນໄພຈາກນ້ຳປ່າ, ແຕ່ສິ່ງທີ່ໄດ້ຕອບແທນກັບມາຄືຄວາມງົດງາມຂອງທຳມະຊາດທີ່ບໍ່ມີສິ່ງໃດທຽບໄດ້, ຕາມເສັ້ນທາງຍ່າງ ນັກທ່ອງທ່ຽວຈະໄດ້ສຳຜັດກັບຕົ້ນໄມ້ໃຫຍ່, ພືດສະໝຸນໄພຫລາກຫລາຍຊະນິດ ແລະ ອາກາດທີ່ສົດຊື່ນເຢັນສະບາຍ. ຈຸດເດັ່ນສຳຄັນອີກແຫ່ງໜຶ່ງໃນເສັ້ນທາງຄື “ຕາດຫີນຜົນ” ຊຶ່ງເປັນນ້ຳຕົກຕາດທີ່ມີຄວາມສູງ 100 ຫາ 200 ແມັດ. ຕາດແຫ່ງນີ້ຕັ້ງຢູ່ໃນເຂດເຊື່ອມຕໍ່ລະຫວ່າງ ແຂວງສາລະວັນ, ເມືອງທ່າແຕງ ແລະ ເມືອງລະມາມ (ແຂວງເຊກອງ). ທັດສະນີຍະພາບຂອງຕາດນີ້ສາມາດຊົມໄດ້ຢ່າງຈະແຈ້ງຈາກຝັ່ງທ່າແຕງ ເມືອງລະມາມ ແລະ ເປັນອີກໜຶ່ງຈຸດທີ່ສ້າງຄວາມປະທັບໃຈໃຫ້ແກ່ຜູ້ມາຢ້ຽມຢາມ. ເມື່ອເດີນທາງຂຶ້ນໄປຮອດຈຸດຊົມທິວທັດເທິງຍອດພູ, ທ່ານຈະຫາຍເມື່ອຍ ແນ່ນອນ, ເພາະສາມາດເບິ່ງເຫັນທິວທັດທົ່ງນາກວ້າງໃຫຍ່ ໄດ້360 ອົງສາ, ເຫັນທົ່ງນາກວ້າງໃຫຍ່ຂອງບ້ານນາທົ່ງຫລວງ ແລະ ຕົວເມືອງສາລະວັນ ໂດຍສະເພາະໃນຍາມເຊົ້າທີ່ມີທະເລໝອກປົກຄຸມຕາມຮ່ອມພູ ແລະ ປ່າ ຍິ່ງເພີ່ມສະ
ເໜ່ໃຫ້ແກ່ພູກະແຕ. ສ່ວນໃນຍາມຄຳ່ຄືນ ນັກທ່ອງທ່ຽວສາມາດຕັ້ງແຄ້ມສຳຜັດອາກາດເຢັນ ແລະ ຊົມດາວ ທ່າມກາງຄວາມງຽບສະຫງົບຂອງທຳມະຊາດ. ຄວາມໂດດເດັ່ນຂອງພູກະແຕ ບໍ່ໄດ້ມີພຽງແຕ່ທຳມະຊາດ,ແຕ່ຍັງຢູ່ທີ່ການມີສ່ວນຮ່ວມຂອງຊຸມຊົນ, ຊາວບ້ານ ໄດ້ເຂົ້າມາມີບົດບາດທີ່ສຳຄັນ ເພື່ອເຮັດໜ້າທີ່ເປັນ ຄົນນຳທາງ ທີ່ຊຳນານເສັ້ນທາງ ເພື່ອ ນຳທາງນັກທ່ອງທ່ຽວໃຫ້ປອດໄພ, ຈັດຫາອາຫານທ້ອງຖິ່ນ, ອາຫານພື້ນບ້ານໄວ້ຕ້ອນຮັບ, ບໍລິການເຮືອນພັກແບບໂຮມສະເຕ ຫລື ຈັດຈຸດຕັ້ງແຄັມຕາມຄວາມເໝາະສົມ. ເຖິງແນວໃດກໍຕາມ, ຮູບແບບການທ່ອງທ່ຽວດັ່ງກ່າວ ຖືເປັນການສ້າງໂອກາດໃຫ້ຊຸມຊົນມີລາຍຮັບໂດຍກົງຈາກກິດຈະກຳທ່ອງທ່ຽວ ທັງຍັງຊ່ວຍປູກຈິດສຳນຶກໃຫ້ປະຊາຊົນເຫັນຄຸນຄ່າຂອງປ່າໄມ້ ແລະ ຊັບພະຍາກອນທຳມະຊາດ. ເມື່ອຊຸມຊົນມີລາຍໄດ້ຈາກການອະນຸລັກ, ການຮັກສາປ່າ, ຮັກສາແຫລ່ງນ້ຳ ແລະ ຮັກສາຄວາມສະອາດຂອງແຫລ່ງທ່ອງທ່ຽວ ກໍຈະມີຄວາມໝາຍຫລາຍຂຶ້ນຕໍ່ການພັດທະນາແບບຍືນຍົງ.
![]()
ສຳລັບຜູ້ສົນໃຈເດີນທາງພິຊິດພູກະແຕ ຄວນກະກຽມຮ່າງກາຍ ແລະ ອຸປະກອນໃຫ້ພ້ອມ ເຊັ່ນ: ນ້ຳດື່ມ, ອາຫານ, ເຕັນ, ຜ້າຫົ່ມ, ໄຟສາຍ, ເຄື່ອງນຸ່ງກັນໜາວ ແລະ ອຸປະກອນປະຖົມພະຍາບານ. ຄວນເດີນທາງຮ່ວມກັບຄົນນຳທາງທ້ອງຖິ່ນ ເນື່ອງຈາກເສັ້ນທາງບາງຊ່ວງມີຄວາມຊັນ, ພື້ນທີ່ຫີນ ແລະ ອາດມີອຸປະສັກຈາກສະພາບອາກາດ. ໃນລະດູຝົນ ຄວນເພີ່ມຄວາມລະມັດລະວັງຈາກນ້ຳປ່າ ແລະ ພື້ນທາງລື່ນ.
ໂດຍທົ່ວໄປ ລະດູແລ້ງໃນຊ່ວງໄລຍະເດືອນພະຈິກ-ເມສາ ເໝາະສຳລັບການຍ່າງປ່າ ແລະ ຕັ້ງແຄັມ ເນື່ອງຈາກເສັ້ນທາງໂດຍທົ່ວໄປເດີນທາງສະດວກກວ່າ ແລະ ອາກາດຍາມຄ່ຳຄືນເຢັນສະບາຍ. ສ່ວນໄລຍະປາຍຝົນ-ຕົ້ນໜາວ ທຳມະຊາດຈະຂຽວສົດ ແລະ ມີໂອກາດພົບເຫັນທະເລໝອກໃນຍາມເຊົ້າ. ແນວໃດກໍຕາມ, ກ່ອນການເດີນທາງຄວນກວດສອບສະພາບອາກາດ ແລະ ສອບຖາມສະພາບເສັ້ນທາງຈາກຜູ້ນຳທາງທ້ອງຖິ່ນ. ສິ່ງສຳຄັນສຳລັບການພິຊິດພູກະແຕ ຄື ການທ່ອງທ່ຽວຢ່າງຮັບຜິດຊອບ. ນັກທ່ອງທ່ຽວຄວນບໍ່ຖິ້ມຂີ້ເຫຍື້ອ, ບໍ່ທຳລາຍພືດພັນ ແລະ ບໍ່ລົບກວນສັດປ່າ, ຄວນນຳຂີ້ເຫຍື້ອທຸກຢ່າງກັບລົງມາຈາກພູ ແລະ ເຄົາລົບກົດລະບຽບຂອງຊຸມຊົນ. ການຮ່ວມມືຈາກນັກທ່ອງທ່ຽວ, ຊຸມຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈະເປັນປັດໄຈສຳຄັນໃນການຮັກສາພູກະແຕໃຫ້ຄົງຄວາມງາມ ແລະ ເປັນແຫລ່ທ່ອງທ່ຽວທີ່ຍືນຍົງໃນອະນາຄົດ.
ພູກະແຕຈຶ່ງບໍ່ແມ່ນພຽງຈຸດໝາຍສຳລັບການຖ່າຍຮູບ ຫລື ເຊັກອິນເທົ່ານັ້ນ, ແຕ່ເປັນປາຍທາງທີ່ເປີດໂອກາດໃຫ້ຜູ້ມາຢ້ຽມຢາມໄດ້ທົດສອບກຳລັງກາຍ, ພະລັງໃຈ, ຮຽນຮູ້ວິຖີຊີວິດຊຸມຊົນ ແລະ ສຳຜັດຄວາມງາມອັນສົມບູນຂອງທຳມະຊາດ. ພ້ອມກັນນັ້ນ ຍັງເປັນຮູບແບບການນຳໃຊ້ທ່າແຮງທຳມະຊາດຄວບຄູ່ກັບການສ້າງລາຍໄດ້ໃຫ້ຊຸມຊົນ, ສ້າງຈິດສຳນຶກຮັກ ແລະ ຫວງແຫນປ່າໄມ້, ແຫລງນ້ຳ ແລະ ຊີວະນາໆພັນ ໃຫ້ຢູ່ຄຽງຄູ່ກັບການພັດທະນາ. ດັ່ງນັ້ນ, ການເດີນທາງ 39 ກິໂລແມັດ ສູ່ພູກະແຕ ຈຶ່ງເປັນຫລາຍກວ່າການຜະຈົນໄພ, ມັນແມ່ນການເດີນທາງສູ່ທຳມະຊາດ, ປະຫວັດສາດ, ວິຖີຊຸມຊົນ ແລະ ຈິດສຳນຶກການອະນຸລັກ ເຊິ່ງສາມາດກາຍເປັນອີກໜຶ່ງສີສັນສຳຄັນຂອງການທ່ອງທ່ຽວແຂວງສາລະວັນ.
ສຳລັບຜູ້ສົນໃຈສາມາດສອບຖາມຂໍ້ມູນການເດີນທາງໄດ້ທີ່ພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງສາລະວັນ, ແໜງທ່ອງທ່ຽວ, ທ່ານ ສຸລິຍາ ໂທປະສານ 020 96475849 ຫຼື ຜ່ານເຟດບຸກ Souliya SANAXAI.
