ການປິ່ນປົວ ແລະ ຟື້ນຟູໜ້າທີ່ ສັ່ງໂຈະການບໍລິການປິ່ນປົວຢູ່ໂຮງໝໍ ບີແອວແອວ BLL ຊົ່ວຄາວ
ທັງນີ້, ກໍເພື່ອດຳເນີນການກວດ ສອບຫາຂໍ້ເທັດຈິງ. ການອອກແຈ້ງການໃນຄັ້ງນີ ້, ເນື່ອງຈາກມີຂໍ້ມູນ ແລະ ກະແສຂ່າວໃນສື່ສັງຄົມອອນລາຍ ທີ່ກ່າວ ອ້າງວ່າ ອາດຈະມີການປ່ຽນຖ່າຍ ອະໄວຍະວະ ທີ່ຜິດກົດໝາຍ ຢູ່ພາຍ ໃນໂຮງໝໍດັ່ງກ່າວ. ດັ່ງນັ້ນ, ກົມ ປ ິ່ ສ ນປົວ ແລະ ຟື້ນຟູໜ້າທີ່ການ ຈຶ ່ງໄດ້ ັ່ງໂຈະການໃຫ້ບໍລິການປິ່ນປົວຄົນ ເຈັບໃໝ່ຢູ່ໂຮງໝໍ BLL ເປັນການ ຊ ົ່ວຄາວ ເພື່ອໃຫ້ຄະນະກວດກາສາ ມາດລົງຕິດຕາມ, ຊຸກຍູ້, ກວດສອບ ແລະ ເກັບກຳຂໍ້ມູນຕ່າງໆ ກ່ຽວກັບ ການດຳເນີນງານຂອງໂຮງໝໍໃນ ໄລຍະຜ່ານມາ ແລະ ເພື່ອດຳເນີນ ການກວດສອບຫາຂໍ້ມູນຄວາມ ຈິງ, ສ້າງຄວາມກະຈ່າງແຈ້ງ ແລະ ຮັບປະກັນຄວາມຍຸຕິທຳໃຫ້ແກ່ທຸກ ພາກສ່ວນ. ຫລັງຈາກໄດ້ຜົນການ ກວດສອບ ແລະ ເກັບກຳຂໍ້ມູນແລ້ວ ຈະໄດ້ແຈ້ງຜົນ ແລະ ແນວທາງດຳ ເນີນການຕໍ່ໄປ ໃຫ້ສັງຄົມ ແລະ ທາງ ລ ໂຮງໝໍຊາບ ຕາມພາຍຫລັງ. ໂຮງໝໍ BLL ເປັນໂຮງໝໍທີ່ໄດ້ ຮັບການສ້າງຕັ້ງທີ່ຖືກຕ້ອງຕາມ ລະບຽບກົດໝາຍ ໃຫ້ສະໜອງການ ບ ິ ໍ ການປິ່ນປົວທົ່ວໄປ, ໄລຍະຜ່ານ ມາ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນ ການປັບປຸງການບໍລິການປິ່ນປົວ. ຂ່າວ: ທະນູທອງ
