ຮອງປະທານປະເທດຕ້ອນຮັບທູດ ມາເລເຊຍ ເຂົ້າຢ້ຽມອຳລາ
ຂປລ. ໂອກາດນີ້, ທ່ານ ນາງ ວຽງທອງ ສີພັນດອນ ໄດ້ສະແດງຄວາມຊົມ ເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດ ໃນການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຂອງ ທ່ານເອກອັກຄະລັດຖະທູດ ຕະຫລອດໄລຍະຜ່ານມາ ໂດຍໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ ແລະ ສົ່ງເສີມການຮ່ວມມື ລະຫວ່າງສອງປະເທດ ລາວ-ມາເລເຊຍ ໃນຫລາຍດ້ານ ເປັນຕົ້ນດ້ານການສຶກສາ, ການຄ້າ-ການລົງທຶນ, ການທ່ອງ ທ່ຽວ ແລະ ອື່ນໆ ຊຶ່ງເປັນການປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ພ້ອມນີ້, ທ່ານ ນາງ ວຽງທອງ ສີພັນດອນ ກໍໄດ້ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສໍາເລັດໃນໜ້າທ່ີວຽກງານໃໝ່ທີ່ໄດ້ຮັບມອບໝາຍເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ, ພ້ອມທັງສະແດງຄວາມ ຫວັງວ່າ ທ່ານທູດຈະມີຄວາມຊົງຈໍາອັນດີ ແລະ ກັບຄືນມາຢ້ຽມຢາມ ສປປ ລາວ ອີກໃນອະນາຄົດ.
ໂອກາດດຽວກັນ, ທ່ານ ເອິດີ ອີວານ ບິນ ມາມຸດ ໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ນາງ ວຽງທອງ ສີພັນດອນ ທີ່ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້, ຕີລາຄາສູງຕໍ່ການພົວພັນຮ່ວມມື ມາເລເຊຍ- ລາວ ໃນໄລຍະຜ່ານມາ ກໍຄືປັດຈຸບັນ. ພ້ອມນີ້, ຍັງໄດ້ສະແດງຄວາມຂອບໃຈຕໍ່ພັກ, ລັດຖະບານລາວ ທ່ີຍາມໃດກໍໃຫ້ການສະໜັບສະໜູນຊ່ວຍເຫລືອຕະຫລອດການປະຕິບັດໜ້າທີ່ການທູດຢູ່ລາວ; ພ້ອມທັງຢືນຢັນວ່າ, ພາຍຫລັງກັບຄືນປະເທດຕົນເອງຈະສືບຕໍ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ມາເລເຊຍ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ ໂດຍການຊຸກຍູ້ພາກສ່ວນກ່ຽວຂ້ອງ ຂອງມາເລເຊຍ ໃນການເພີ່ມທະວີການພົວພັນຮ່ວມມືກັບ ສປປ ລາວ ໃຫ້ຫລາຍຂຶ້ນ.
ໂອກາດດຽວກັນ, ທ່ານ ອິດີ ອີ ວານ ບິນ ມາມຸດ ເອກອັກຄະລັດຖະທູດ ແຫ່ງມາເລເຊຍ ໄດ້ເຂົ້າຢ້ຽມຂໍ່ານັບອໍາລາ ທ່ານ ນາງ ຟອງ ສະໜູດ ອັ່ນລາວັນຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ເຊັ່ນດຽວກັນ.
ຂ່າວ: ກິດຕາ; ພາບ: ຂັນໄຊ
