6 ເດືອນຕົ້ນປີ ຂະແໜງສາທາລະນະສຸກແຂວງອຸດົມໄຊ ມີວຽກງານພົ້ນເດັ່ນຫລາຍດ້ານ

05/07/2026 07:29
Email Print 83
KPL - Asean 2024 ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ໃນຕະຫລອດ ໄລຍະ 6 ເດືອນຜ່ານມາ ພະແນກ ສາທາລະນະສຸກແຂວງອຸດົມໄຊ ໄດ້ຈັດຕັ້ງປະຕິບັດວຽກງານີ່ພົ້ນ ເດັ່ນຫລາຍດ້ານ ໂດຍສະເພາະ ໄດ້ສຸມໃສ່ວຽກງານວັນສັກຢາກັນ ພະຍາດແຫ່ງຊາດ ໂປລີໂອ ສຳເລັດ 2 ຮອບ ຜົນໄດ້ຮັບກວ່າ 90%, ຕິດຕາມ, ເຝົ້າລະວັງ, ລາຍງານ ຕອບໂຕ້ການລະບາດຂອງພະຍາດ ຕາມລະດູການ ແລະ ແກ້ໄຂສະພາບ ເບື່ອເຫັດ ຢູ່ເມືອງແບງໄດ້ສຳເລັດ.

ທ່ານ ດຣ. ຫຸມພັນ ອິນທະມຸງຄຸນ ຫົວໜ້າພະແນກສາທາລະນະສຸກ ແຂວງອຸດົມໄຊ ໄດ້ລາຍງານໃນ ກອງປະຊຸມສະຫລຸບວຽກງານວິຊາ ສະເພາະ ປະຈຳ 6 ເດືອນຕົ້ນປີ ແລະ ກຳນົດທິດທາງແຜນການ 6 ເດືອນທ້າຍປີ 2026 ຂອງພະແນກ ສາທາລະນະສຸກ ແຂວງອຸດົມໄຊ ເມື່ອມໍ່ໆມານີ້ວ່າ: ໄດ້ແຕ່ງຕັ້ງຄະນະ ກຳມະການກະກຽມສະເໜີຮ່າງ ນິຕິກຳລຸ່ມກົດໝາຍ 4 ສະບັບ, ລົງ ເຜີຍແຜ່ກົດໝາຍ ແລະ ນິຕິກຳ ຕິດ ພັນກັບການຊຸກຍູ້ວຽກງານຢູ່ບັນດາ ເມືອງ ພ້ອມທັງປະເມີນຄຸນນະພາບ ຂອງການບໍລິການ ລະຫວ່າງ ໂຮງໝໍເມືອງ ແລະ ແຂວງ. 

ກອງປະຊຸມຄັ້ງນີ້, ກໍເພື່ອຍົກໃຫ້ ເຫັນ ດ້ານດີຜົນງານ, ດ້ານອ່ອນ, ຂໍ້ ຄົງຄ້າງ ໃນການເຄື່ອນໄຫວຈັດຕັ້ງ ປະຕິບັດວຽກງານວິຊາສະເພາະ ຂອງແຕ່ລະວຽກງານ ເພື່ອພ້ອມກັນ ກຳນົດທິດທາງແຜນການໃນການ ສືບຕໍ່ເຄື່ອນໄຫວຈັດຕັ້ງປະຕິບັດ ໃຫ້ບັນລຸຕາມຕົວເລກລະດັບ ຄາດໝາຍທີ່ໄດ້ກຳນົດໄວ້ ກໍຄື ຕົວເລກທີ່ກອງປະຊຸມສະພາ ໄດ້ ຮັບຮອງ ໃນ 11 ຕົວຊີ້ບອກ. ພ້ອມ ນີ້, ຍັງໄດ້ຮັບຟັງການລາຍງານ ຜົນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານອື່ນໆ ຈາກໂຮງຮຽນ ສາທາລະນະສຸກ, ໂຮງໝໍແຂວງ, ບັນດາຫ້ອງການສາທາລະນະສຸກ ເມືອງ ເປັນຕົ້ນ ວຽກງານອະນາ ໄມ ແລະ ສົ່ງເສີມສຸຂະພາບ, ຄວບ ຄຸມພະຍາດຕິດຕໍ່, ປິ່ນປົວ ແລະ ຟື້ນ ຟູໜ້າທີ່ການ, ອາຫານ ແລະ ຢາ,  ຄຸ້ມຄອງ ແລະ ພັດທະນາພະນັກ ງານ, ວຽກງານປະກັນສຸຂະພາບ, ແຜນການ ແລະ ການເງິນ, ການ ພັດທະນາໂຮງຮຽນ ແລະ ການແບກ ຫາບວຽກງານຂອງພະນັກງານ, ການພັດທະນາໂຮງໝໍ ຕາມທິດກຸ້ມ ຕົນເອງ.

ພ້ອມນີ້, ຜູ້ເຂົ້າຮ່ວມຍັງໄດ້ປະ ກອບຄຳເຫັນຕໍ່ບາງບັນຫາ ແລະ ໜ້າວຽກທີ່ເຫັນວ່າ ຍັງຈັດຕັ້ງປະ ຕິບັດບໍ່ທັນບັນລຸຕາມແຜນການທ່ີ ກຳນົດໄວ້ ເພື່ອເປັນບ່ອນອີງສຳຄັນ ສົມທົບກັບທິດທາງແຜນການ ໃນ ໄລຍະ 6 ເດືອນທ້າຍປີ 2026 ແນ ໃສ່ເຮັດໃຫ້ການເຄື່ອນໄຫວຈັດຕັ້ງ ປະຕິບັດວຽກງານໃນຕໍ່ໜ້າຂອງ ຂະແໜງສາທາລະນະສຸກ ໃຫ້ໄດ້ຮັບ ຜົນສຳເລັດຕາມລະດັບຄາດໝາຍ.

ຂ່າວ-ພາບ: ຄານມະນີ ຮຽນດໍຈັນ

KPL