ເສດຖະກິດທົ່ວໂລກ ຈະມີການເຕີບໂຕພຽງ2,5%ໃນປີນີ້

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເສດຖະກິດທົ່ວໂລກ ຈະມີການເຕີບໂຕ ບັນລຸລະດັບ ພຽງແຕ່ 2,5% ໃນປີນີ້, ຕ່ຳກວ່າ ເມື່ອທຽບໃສ່ກັບ ລະດັບ 2,9% ຂອງປີກ່ອນ, ໃນຂະນະທີ່ ໄພເງິນເຟີ້ ຄາດວ່າ ຈະຢູ່ລະດັບ 4%. ເສດຖະກິດທົ່ວໂລກ ມີການເຕີບໂຕ ບັນລຸລະດັບພຽງແຕ່ 2,5% ໃນປີນີ້, ຕ່ຳກວ່າ ເມື່ອທຽບໃສ່ກັບ ລະດັບ 2,9% ຂອງປີກ່ອນ, ໃນຂະນະທີ່ ໄພເງິນເຟີ້ ຄາດວ່າ ຈະຢູ່ລະດັບ 4%. ນີ້ແມ່ນການຄາດຄະເນ ຄັ້ງຫລ້າສຸດ ໂດຍທະນາຄານໂລກ (WB) ຍົກອອກມາ ໃນບົດລາຍງານ ແງ່ຫວັງ ເສດຖະກິດ ທົ່ວໂລກ ທີ່ໄດ້ປະກາດ ໃນວັນທີ 11 ມິຖຸນາ. ນອກຈາກນັ້ນ, ອົງການການເງິນນີ້ ກໍ່ປັບປຸງການຄາດຄະເນ ການເຕີບໂຕຂອງ 2/3 ຈຳນວນປະເທດໃນໂລກ. ຕາມນັ້ນແລ້ວ, ສອງພື້ນຖານເສດຖະກິດໃຫຍ່ແມ່ນ ສປ ຈີນ ແລະ ອິນເດຍ ໄດ້ຮັບການຄາດຄະເນ ມີການເຕີບໂຕ ບັນລຸລະດັບແມ່ນ ສປ ຈີນ 4,2% ແລະ ອິນເດຍ 6,6% ໃນປີນີ້, ຫລຸດລົງ ຢ່າງແຮງເມື່ອທຽບໃສ່ກັບ ການຄາດຄະເນ ທີ່ໄດ້ຍົກອອກມາກ່ອນນັ້ນ. ເຂດທີ່ນຳໃຊ້ ສະກຸນເງິນຮ່ວມ ເອີຣົບ (Eurozone) ມີການເຕີບໂຕ ບັນລຸ ລະດັບພຽງແຕ່ 0,8%, ຫລຸດລົງຫລາຍເມື່ອທຽບໃສ່ກັບ ລະດັບ 1,4% ຂອງປີກາຍນີ້. ນອກຈາກນັ້ນ, ຕາມການຄາດຄະເນຂອງ IMF ແລ້ວ, ການເຕີບໂຕເສດຖະກິດ Eurozone ໃນປີນີ້ ບັນລຸພຽງແຕ່ 0,9%, ຫລັງຈາກນັ້ນ ເພີ່ມຂຶ້ນ 1,2% ໃນປີ 2027. ໃນຂະນະທີ່ ໄພເງິນເຟີ້ ຂອງປີນີ້ ຄາດວ່າ ຈະຢູ່ລະດັບ 2,8%./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
