ສປ ຈີນ ຈະຫລຸດຜ່ອນການປ່ອຍ ກາກບອນດີອອກຊິກ ລົງ 17%ໃນປີ2030

12/06/2026 17:24
Email Print 83
KPL - Asean 2024 ຮອດ​ປີ 2030, ປະ​ລິ​ມານ​ ການ​ປ່ອຍ​ກາກບອນ​​ ດີອອກ​ຊິດ​ຂອງ ສປ ​ຈີນ​ ຈະຫລຸດ​ລົງ 17% ເມື່ອ​ທຽບ​ໃສ່ ​ຈຸດ​ສູງ​ສຸດ, ຄວາມ​ຄືບ​ໜ້າ​ ດ້ານ​ການຫລຸດ​ ການ​ປ່ອຍ​ ກາກບອນ​ ໄວ​ກວ່າ​ ຄວາມ​ໄວ ​​ທີ່​ໄດ້​ໃຫ້ຄຳ​ໝັ້ນ​ສັນ​ຍາ​ຕໍ່ ​ສາ​ທາ​ລະ​ນະ ໃນ​ກ່ອນ​ໜ້າ​ນີ້.

   ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,  ​ເມື່ອ​ບໍ່​ດົນ​ມາ​ນີ້, ການ​ເງິນ​ພະ​ລັງ​ງ​ານ​ໃໝ່​ ບ​ຣູມ​ເບີກ ຫລື BNEF ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ ການຄາດ​ຄະ​ເນ​ ໄລ​ຍະ​ຍາວ​ ຂອງ​ຕະຫລາດ​ ພະ​ລັງ​ງານ​ໃໝ່ ​ປີ 2026 ​ວ່າ: ຮອດ​ປີ 2030, ປະ​ລິ​ມານ​ ການ​ປ່ອຍ​ກາກບອນ ​​ດີອອກ​ຊິດ​ຂອງ ສປ ​ຈີນ​ ຈະຫລຸດ​ລົງ 17% ເມື່ອ​ທຽບ​ໃສ່​ຈຸດ​ສູງ​ສຸດ, ຄວາມ​ຄືບ​ໜ້າ​ ດ້ານ​ການຫລຸດ​ ການ​ປ່ອຍ​ ກາກບອນ​ ໄວ​ກວ່າ​ ຄວາມ​ໄວ ​​ທີ່​ໄດ້​ໃຫ້ຄຳ​ໝັ້ນ​ສັນ​ຍາ​ຕໍ່ ​ສາ​ທາ​ລະ​ນະ ໃນ​ກ່ອນ​ໜ້າ​ນີ້.

    ແບບ​ຈຳ​ລອງ ທີ່​ພັດ​ທະ​ນາ ​ໂດຍທີມ​ງານ​ຄົ້ນ​ຄວ້າ​ ຂອງ BNEF ສະ​ແດງ​ໃຫ້​ເຫັນ​ວ່າ: ການ​ປ່ອຍ​ກາກບອນ​ດີ​ອອກ​ຊິດ​ຂອງ ສປ ​ຈີນ ​ທີ່​ກ່ຽວ​ຂ້ອງ​ກັບພະ​ລັງ​ງານ ​ໄດ້​ບັນ​ລຸ​ເຖິງ​ ຈຸດ​ສູງ​ສຸດ​ໃນປີ 2023-2024 ຄື: ຫລາຍກວ່າ 11 ຕື້​ໂຕນ, ຫລັງ​ຈາກ​ນັ້ນ​ ກໍ​ມີ​ທ່າ​ອຽງ​ໝັ້ນ​ທ່ຽງ ຫລື ຫລຸດ​ລົງ​ ໜ້ອ​ຍ​ໜຶ່ງ. ຮອດ​ປີ 2030, ຈະຫລຸດ​ລົງ ຮອດ 9 ຕື້​ໂຕນ, ຮອດ​ປີ 2050, ຈະຫລຸດ​ລົງ ເກືອບ 50% ເມື່ອ​ທຽບ​ໃສ່ ​​ຈຸດ​ສູງ​ສຸດ. ບົດ​ລາຍ​ງານ​ດັ່ງ​ກ່າວ​ ຄາດ​ຄະ​ເນ​ວ່າ: ກ່ອນ​ປີ 2040, ສປ ຈີນ ແລະ​ ສ.ອາ​ເມ​ລິກາ​ ໃນ​ຖາ​ນະ​ເປັນ​ຕະຫລາດ​ສູນ​ຂໍ້​ມູນ​ຂ່າວ​ສານ 2 ແຫ່ງ ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ  ​ມີ​ປະ​ລິ​ມານ​ ການປ່ອຍ​ກາກ​ບອນ ຫລາຍ​ທີ່​ສຸດ​ໃນ​ໂລກ, ແຕ່​ຫລັງ​ຈາກ​ປີ 2040, ທ່າ​ອຽງ​ການ​ເຕີບ​ໂຕ​ ຂອງການ​ປ່ອຍ​ກາກບອນ​ ຂອງ​ສອງ​ປະ​ເທດ​ນີ້ ​ຈະ​ມີ​ຄວາມ​ແຕກ​ຕ່າງ​ກັນ ຄື: ສ.ອາ​ເມ​ລິ​ກາ ​ທີ່​ຫລຸດ​ການ​ປ່ອຍ​ ກາກບອນ ​ຜ່ານ​ອາຍ​ແກັ​ສ ​ທຳ​ມະ​ຊາດ ​ເປັນຫລັກ​ ຈະ​ນຳ​ໄປ​ສູ່​ ການ​ເພີ່ມ​ຂຶ້ນ ​ຂອງການ​ປ່ອຍ​ກາກບອນ, ສ່ວນ​ ສປ ຈີນ​​ ຈະ​ພັດ​ທະ​ນາ ​ພະ​ລັງ​ງານ​ ໝູນ​ວຽນ ​ຢ່າງວ່ອງ​ໄວ ເຮັດ​ໃຫ້ສາ​ມາດ ​ຫລຸດ​ປະ​ລິ​ມານ​ ການ​ປ່ອຍ​ກາກບອນ​ ຢ່າງ​ມີ​ປະ​ສິ​ດ​ທິ​ຜົນໄດ້./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL