ອິນໂດເນເຊຍ ເລັ່ງພັດທະນາເຕັກໂນໂລຊີ ເອໄອ ພາກລັດ
Email
Print
83
KPL - Asean 2024
ເຈົ້າໜ້າທີ່ ລະດັບສູງ ຂອງ ລັດຖະບານ ອິນໂດເນເຊຍ ເປີດເຜີຍວ່າ: ອິນໂດເນເຊຍ ພວມເລັ່ງ ພັດທະນາ ເຕັກໂນໂລຊີ ພາກລັດ (GovTech) ທີ່ ຂັບເຄື່ອນດ້ວຍ ປັນຍາປະດິດ (ເອໄອ) ໂດຍມີເປົ້າໝາຍ ເພື່ອປັບປຸງການໃຫ້ບໍລິການ ສາທາລະນະ
ຂປລ. ສຳນັກຂ່າວ ອິນໂຟເຄວສ: ເຈົ້າໜ້າທີ່ ລະດັບສູງ ຂອງ ລັດຖະບານ ອິນໂດເນເຊຍ ເປີດເຜີຍວ່າ: ອິນໂດເນເຊຍ ພວມເລັ່ງ ພັດທະນາ ເຕັກໂນໂລຊີ ພາກລັດ (GovTech) ທີ່ ຂັບເຄື່ອນດ້ວຍ ປັນຍາປະດິດ (ເອໄອ) ໂດຍມີເປົ້າໝາຍ ເພື່ອປັບປຸງການໃຫ້ບໍລິການ ສາທາລະນະ ແລະ ເພີ່ມລາຍໄດ້ ຂອງພາກລັດ.
ທ່ານ ລູຮູດ ບິນຊາຣ ປັນໃຈຕັນ ປະທານ ສະພາ ເສດຖະກິດ ແຫ່ງຊາດ (DEN) ເປີດເຜີຍ ຕໍ່ນັກຂ່າວວ່າ: ແນວຄິດ ດັ່ງກ່າວ ໄດ້ຖືກຍົກຂຶ້ນມາ ປຶກສາຫາລືກັນ ໃນກອງປະຊຸມ ລະຫວ່າງ ປະທານາທິບໍດີ ປຣາໂບໂວ ຊູບຽນໂຕ ກັບ ສະພາເສດຖະກິດ ແຫ່ງຊາດ ຢູ່ນະຄອນຫລວງ ຈາກາຕາ, ໂດຍມີ ເຈົ້າໜ້າທີ່ ລາຍງານ ຄວາມກ້າວໜ້າ ກ່ຽວກັບການບູລະນະ ລະບົບ ຂໍ້ມູນ ຂອງ ພາກລັດ ໃນກອງປະຊຸມດັ່ງກ່າວ./
