ຫວຽດນາມ ໂດດເດັ່ນໃນການຮ່ວມມືກັບ ສະຫະປະຊາຊາດ

12/06/2026 09:26
Email Print 83
KPL - Asean 2024 ທ່ານ ຟານວັນຢາງ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນ ປະເທດ ຫວຽດນາມ ໄດ້ຕ້ອນຮັບ ທ່ານນາງ Izumi Nakamitsu, ຮອງເລຂາທິການໃຫຍ່ ສະຫະປະຊາຊາດ

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ: ວັນ​ທີ 09 ມິ​ຖຸ​ນາ, ທ່ານ ຟານ​ວັນ​ຢາງ, ຮອງ​ນາ​ຍົກ ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ ​ກະ​ຊວງ​ປ້ອງ​ກັນ​ ປະ​ເທດ ຫວຽດ​ນາມ ໄດ້​ຕ້ອນ​ຮັບ ​ທ່ານ​ນາງ Izumi Nakamitsu, ຮອງ​ເລ​ຂາ​ທິ​ການ​ໃຫຍ່​ ສະ​ຫະ​ປະ​ຊາ​ຊາດ, ທັງ​ເປັນ​ ຜູ້​ຕາງ​ໜ້າ​ ຂັ້ນ​ສູງ​ ຂອງ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ ສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບ​ ບັນ​ດາ​ ບັນ​ຫາ ຫລຸດ​ຜ່ອນ​ ກຳ​ລັງ​ອາ​ວຸດ ເນື່ອງ​ໃນ​ໂອ​ກາດ​ ​ເຂົ້າ​ຮ່ວມ​ ເວ​ທີ​ປາ​ໄສ​ ອະ​ນາ​ຄົດ ອາ​ຊຽນ (AFF) ຄັ້ງ​ທີ 3, ຈັດ​ຂຶ້​ນ​ແຕ່​ວັນ​ທີ 09-10 ມິ​ຖຸ​ນາ.

ການ​ພົບ​ປະໃນຄັ້ງນີ້, ທ່ານ ຟານ​ວັນ​ຢາງ ຢືນ​ຢັນ​ວ່າ: ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ ລັດ​ທິ​ຫລາຍ​ຝ່າຍ, ກົດ​ໝາຍ​ສາ​ກົນ ແລະ ບົດ​ບາດ​ໃຈ​ກາງ​ ທີ່ບໍ່​ສາ​ມາດ​ ປ່ຽນ​ແທນ​ ຂອງ​ ສະ​ຫະ​ປະ​ຊາ​ຊາດ, ກຽມພ້ອມຈະ​ແບ່ງ​ປັນ​ ບົດ​ຮຽນ​ກັບ​ສະ​ຫະ​ປະ​ຊາ​ຊາດ ແລະ ບັນ​ດາ​ປະ​ເທດ​ ກ່ຽວກັບ ການ​ແກ້​ໄຂ ​ຜົນ​ຮ້າຍ​ຢ້ອນ​ຫລັງ ພາຍ​ຫລັງ​ສົງ​ຄາມ.

ນອກຈາກນີ້ ​ຫວຽດນາມ ຍັງສະເໜີໃຫ້​ ສະ​ຫະ​ປະ​ຊາ​ຊາດ​ ສືບ​ຕໍ່​ ໜູນ​ຊ່ວຍ ຫວຽດ​ນາມ ກ່ຽວ​ກັບ​ເລື່ອງ ​ໃຫ້​ຄຳ​ປຶກ​ສາ​ ນະ​ໂຍ​ບາຍ, ພູມ​ປັນ​ຍາ, ເຕັກ​ໂນ​ໂລ​ຊີ ແລະ ແຫລ່ງ​ກຳ​ລັງ; ​ໃຫ້ສອງ ຝ່າຍ​ ສ້າງ​ຂອບ​ ການ​ຮ່ວມ​ມື ​ຍຸດ​ທະ​ສາດ ລະຫວ່າງ ຫວຽດ​ນາມ-ສະ​ຫະ​ປະ​ຊາ​ຊາດ​ ໃນໄລ​ຍະ 2027-2031 ໃຫ້​ສຳ​ເລັດ​ໂດຍ​ໄວ. ພ້ອມ​ກັນ​ນັ້ນ, ທ່ານ ​ຍັງສະ​ເໜີ​ໃຫ້​ ສະ​ປະ​ຊາ​ຊາດ​ ເອົາ​ໃຈ​ໃສ່ ​ໜູນ​ຊ່ວຍ ຫວຽດ​ນາມ ໃນ​ການ ​ບຳ​ລຸ​ງ​ສ້າງ​ ກ່ຽວ​ກັບ​ ການ​ຫລຸ​ດ​ຜ່ອນ ​ກຳ​ລັງ​ອາ​ວຸດ, ໂດຍສະເພາະ​ ບັນດາສິ່ງ​ທ້າ​ທາຍ ​ດ້ານ​ຄວາມ​ໝັ້ນ​ຄົງ ແລະ ເຕັກ​ໂນ​ໂລ​ຊີ​ ຫາກໍ່​ພົ້ນ​ເດັນ.

ສ່ວນ​ ທ່ານ​ນາງ Izumi Nakamitsu, ໄດ້ເນັ້​ນ​ໜັກ​ວ່າ: ຫວຽດ​ນາມ ເປັນແບບ​ຢ່າງທີ່​ດີ ໃນ​ການ ​ຮ່ວມ​ມື​ກັບ​ ສະ​ຫະ​ປະ​ຊາ​ຊາດ, ພ້ອມ​ກັນ​ນັ້ນ ຍັງຢືນ​ຢັນວ່າ ​ກຸ່ມ​ບັນ​ດາ​ອົງ​ການ ​ສະ​ຫະ​ປ​ະ​ຊາ​ຊາດ​ ປະ​ຈຳ ຫວຽດ​ນາມ (UNCT) ໄດ້ສືບ​ຕໍ່​ຮ່ວມມື ແລະ ໜູນ​ຊ່ວຍ ຫວຽດ​ນາມ ໃນ​ວິ​ວັດ​ການ​ ປະ​ຕິ​ບັດ​ ບັນ​ດາ ​ເປົ້າ​ໝາຍ ​ພັດ​ທະ​ນາ ກໍ​ຄື​​: ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ ​ໃນ​ໄລ​ຍະ​ຈະ​ມາ​ເຖິງ; ພ້ອມ​ແລ້ວ​ ທີ່​ຈະ​ໜູນ​ຊ່ວຍ ແລະ ສົ່ງ​ເສີມ ຫວຽດ​ນາມ ຕັ້ງ​ໜ້າ​ ເຂົ້າ​ຮ່ວມ ​ບັນ​ດາ​ການ​ເຄື່ອນ​ໄຫວ ​   ຮ່ວ​ມມື​ບຳ​ລຸງ​ສ້າງ​ ກ່ຽວ​ກັບ ​ການ​ຫລຸດ​ຜ່ອນ​ ກຳ​ລັງ​ອາ​ວຸດ./

KPL