ອາຊຽນ ສືບຕໍ່ຕັ້ງສູນປະສານງານທາງທະເລ ເພື່ອເພີ່ມຄວາມໝັ້ນຄົງ ໃນການແລ່ນກຳປັ່ນ

12/05/2026 09:30
Email Print 83
KPL - Asean 2024 ອາຊຽນ (ASEAN) ໄດ້ເຫັນດີ ເພີ່ມທະວີ ການຮ່ວມມືດ້ານກິດຈະການ ທາງທະເລ ແລະ ພວມກະກຽມ ສ້າງຕັ້ງສູນປະສານງານ ການແລ່ນກຳປັ່ນ ໂດຍຟີລິບປິນ ກ່າວວ່າ, ວິທີການດັ່ງກ່າວນີ້ ສາມາດຊ່ວຍຫລຸດຜ່ອນຄວາມສ່ຽງ
ຂປລ. ສຳນັກຂ່າວ ອິນໂຟເຄວສ ລາຍງານວ່າ: ອາ​ຊຽນ (ASEAN) ໄດ້​ເຫັນ​ດີ ​ເພີ່ມ​ທະວີ​ ການ​ຮ່ວມ​ມື​ດ້ານ​ກິດຈະການ ທາງ​ທະ​ເລ ​ແລະ ພວມ​ກະກຽມ​ ສ້າງ​ຕັ້ງ​ສູນປະສານ​ງານ​ ການ​ແລ່ນກຳປັ່ນ ໂດຍຟີ​ລິບ​ປິນ ກ່າວ​ວ່າ, ວິທີ​ການດັ່ງກ່າວ​ນີ້ ​ສາມາດ​ຊ່ວຍ​ຫລຸດ​ຜ່ອນ​ຄວາມ​ສ່ຽງ​ ບໍ່ໃຫ້​ເກີດ​ການ​ປິດ​ຊ່ອງ​ແຄບ ທະເລຮໍມຸດ ​ໃນ​ທະ​ເລ​ຈີນ​ໃຕ້​ຄືນ​ໃໝ່.
      ປະທານາທິບໍດີ ເຟີຣດີນານ ມາຣກໍສ ຈູເນຍ (Ferdinand Marcos Jr) ຂອງ ຟີ​ລິບ​ປິນ ​ໃນ​ຖານະ​ເປັນ​ເຈົ້າ ພາບ​ຈັດ​ກອງ​ປະຊຸມ ​ສຸດ​ຍອດ​ອາ​ຊຽນ, ​ໄດ້​ເປີດ​ເຜີຍ​ວ່າ, ກຸ່ມອາ​ຊຽນ ຈະ​ສ້າງ​ຕັ້ງ ສູນ​ຂໍ້​ມູນ​ຂ່າວສານ​ ກ່ຽວ​ກັບ​ການ​ແລ່ນກຳປັ່ນ ​ແລະ ນະ​ໂຍບາຍ ​ທາງທະ​ເລ, ​ເພື່ອ​ໃຊ້ເປັນ​ຂອບ​ເຂດ ​ບໍລິຫານ​ຂອງ 11 ປະ​ເທດ. ໂດຍຟີ​ລິບ​ປິນ​ ສະ​ເໜີ​ໃຫ້ສ້າງ​ຕັ້ງ​ສູນ​ກາງ​ ຢູ່​ພາຍ​ໃນ​ປະ​ເທດ​ຕົນ.
            ສູນປະສານງານທາງທະເລ ອາຊຽນ (Asean Maritime Center)​ ຈະ​ສຸມ​ໃສ່​ ການ​ຮັກສາ​ ຄວາມ​ປອດ​ໄພ, ຄວາມ​ເສລີ ​ໃນ​ການ​ແລ່ນ ກຳປັ່ນ ແລະ ຄວາມ​ເປັນ​ລະບຽບ ​ຮຽບຮ້ອຍ ​ຢູ່​ທະ​ເລ​ຈີນ​ໃຕ້, ພ້ອມ​ທັງ​ ຕິດຕາມ​ ກວດກາ​ ບັນຫາ ການ​ຫາ​ປາ​ ທີ່​ຜິດ​ກົດໝາຍ, ການ​ລັກລອບ​ຂົນສິນຄ້າ, ການ​ຄ້າ​ມະນຸດ./.
 
KPL