ຈາກຫຸ່ນຍົນຊ່ວຍກູ້ເອົາຊີວິດຜູ້ປ່ວຍຊາວລາວສູ່ສາຍຕາຊາວໂລກ

03/03/2026 16:51
Email Print 180
KPL ຂປລ. ຊ່ຽວຊານແພດຈີນພ້ອມກັບຫຸ່ນຍົນຜ່າຕັດ ແລະ ເຄື່ອງມືການແພດທັນສະໄໝທີ່ສຸດ ພາຍໃຕ້ “ເສັ້ນ​ທາງ​ສາຍ​ໄໝ​ແຫ່ງ​ສຸ​ຂະ​ພາບ” ແລະ ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ແພດ​ຂ້າມ​ຊາດ ຈີນ-ລາວ ສາມາດຊ່ວຍຜ່າຕັດກອບກູ້ເອົາຊີວິດຊາວລາວຜູ້ປ່ວຍເປັນພະຍາດໝາກ ໄຂ່ຫລັງຊຸດໂຊມ ແລະ ພະຍາດຫົວໃຈແຕ່ກໍາເນີດໄດ້ສໍາເລັດຢ່າງໜ້າມະຫັດ ສະຈັນ

ຂປລ. ຊ່ຽວຊານແພດຈີນພ້ອມກັບຫຸ່ນຍົນຜ່າຕັດ ແລະ ເຄື່ອງມືການແພດທັນສະໄໝທີ່ສຸດ ພາຍໃຕ້ ເສັ້ນ​ທາງ​ສາຍ​ໄໝ​ແຫ່ງ​ສຸ​ຂະ​ພາບແລະ ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ແພດ​ຂ້າມ​ຊາດ ຈີນ-ລາວ ສາມາດຊ່ວຍຜ່າຕັດກອບກູ້ເອົາຊີວິດຊາວລາວຜູ້ປ່ວຍເປັນພະຍາດໝາກ ໄຂ່ຫລັງຊຸດໂຊມ ແລະ ພະຍາດຫົວໃຈແຕ່ກໍາເນີດໄດ້ສໍາເລັດຢ່າງໜ້າມະຫັດ ສະຈັນ, ທ່າມກາງພໍ່ແມ່, ຍາດພີ່ນ້ອງຂອງຜູ້ປ່ວຍຕ່າງກໍຊົມເຊີຍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງລົ້ນເຫລືອຕໍ່ຄຸນງາມຄວາມດີຂອງຄະນະແພດຈີນໄດ້ຊ່ວຍໃຫ້ລູກຫລານ ໄດ້ມີຊີວິດໃໝ່ອີກຄັ້ງ.

ຖ້າເວົ້າເລື່ອງຫຸ່ນຍົນ ແລະ ເອໄອ ບໍ່ແມ່ນເລື່ອງໄກຕົວອີກຕໍ່ໄປ ດັ່ງທີ່ພວກເຮົາຮູ້ເຫັນນໍາກັນໃນມໍ່ໆມານີ້ເຖິງແມ່ນວ່າການສະຫລອງບຸນກຸດຈີນຫາກໍສິ້ນສຸດໄປໝາດໆ, ແຕ່ຄວັນຫລົງທີ່ເປັນພາບສ້າງຄວາມຕື່ນຕາຕື່ນໃຈເຮັດໃຫ້ຜູ້ຄົນທົ່ວໂລກເບີກບານມ່ວນຊື່ນ ແລະ ປະທັບໃຈຄົງປັດຕິເສດບໍ່ໄດ້  ພາບການສະແດງຫຸ່ນຍົນອັດສະລິຍະຂອງຈີນ ເມື່ອບັນດາບໍລິສັດເຕັກໂນໂລຊີທີ່ມີຊື່ສຽງຂອງຈີນໄດ້ນໍາເອົາຫຸ່ນຍົນມະນຸດ ແລະ ຫຸ່ນຍົນສັດຫລາຍ ຮ້ອຍໂຕມາສະແດງກິດຈະກໍາຕ່າງໆບໍ່ວ່າຈະເປັນການຟ້ອນ,ການຫລິ້ນກິລາ, ການຕີມວຍ ກັງຟູ, ການໂດດຕີລັງກາຢ່າງຄ່ອງແຄ້ວເໜືອນມະນຸດຢູ່ເທີງເວທີຕໍ່ໜ້າທ່ານຜູ້ຊົມນັບຮ້ອຍ ນັບພັນຢູ່ງານລ້ຽງສັງສັນມະໂຫລານສະຫລອງບຸນກຸດຈີນປີ 2026 ໃນະຄອນຫລວງ ປັກກິ່ງຈີນ ແລະ ຍັງໄດ້ເຜີຍແຜ່ພາບຖ່າຍທອດສົດທາງອອນລາຍອອກສູ່ສາຍຕາ ຊາວໂລກຫລາຍຕື້ຄົນໄດ້ເຫັນຄວາມຍິ່ງໃຫຍ່ແບບກ້າວກະໂດດຂອງຈີນ ເຊິ່ງເຫດການຄັ້ງນີ້ບໍ່ໄດ້ສະແດງອອກພຽງການພັດທະນາເຕັກໂນໂລຊີທັນສະ
ໄໝຂອງຈີນເທົ່ານັ້ນ ແຕ່ຫາກ ຍັງສົ່ງສັນຍານວ່າຈີນໄດ້ປົດແອກອອກຈາກການຄວບງໍາເຕັກໂນໂລຊີຂອງຕາເວັນຕົກຢ່າງຂາດຕົວແລ້ວ.  ກິດຈະກໍາສະແດງຫຸ່ນຍົນຂອງຈີນໃນໄລຍະສະຫລອງບຸນກຸດຈີນບໍ່ໄດ້ ເກີດຂຶ້ນພຽງໃນປະເທດຈີນເທົ່ານັ້ນແຕ່ຍັງມີການໃຊ້ຫຸ່ນຍົນຕິດພັນກັບເຕັກໂນໂລຊີທັນສະໄໝຂອງຈີນເຄື່ອນໄຫວສ້າງກິດຈະກໍາດີໆລະຫວ່າງປະເທດຜ່ານການເຜີຍແຜ່ຂໍ້ມູນຂ່າວສານທີ່ມີປະໂຫຍດຕໍ່ສາກົນຢ່າງກວ້າງຂວາງໂດຍສະເພາະ ຕົວຢ່າງ
2 ເຫດການສໍາຄັນພາຍໃຕ້ຂອບຮ່ວມມືລາວ-ຈີນຄື:1.ຄະນະຊ່ຽວຊານແພດຈີນນໍາໃຊ້ເຕັກ ໂນໂລຊີທັນສະໄໝ,ຄວບຄູ່ກັບຫຸ່ນຍົນຜ່າຕັດຊ່ວຍກອບກູ້ເອົາຊີວິດຊາວລາວລອດພົ້ນ ຈາກພະຍາດໄຂ່ຫລັງຊຸດໂຊມໃຊ້ການບໍ່ໄດ້ເບື້ອງຂວາມາຫລາຍປີ ແລະ ຜູ້ເປັນ ພະຍາດຫົວໃຈແຕ່ກໍາເນີດ; 2.ເປີດໃຫ້ບໍລິການປິ່ນປົວພະຍາດຢູ່ເທິງເຮືອບິນແບບຂ້າມ ຊາຍແດນເພື່ອຮອງຮັບວິທີປິ່ນ ປົວແບບສຸກເສີນ ເຊິ່ງນັ້ນແມ່ນສ່ວນໜຶ່ງໃນການຈັດຕັ້ງປະຕິບັດ​ຮັບ​ໃຊ້ ເສັ້ນ​ທາງ​ສາຍ​ໄໝ​ແຫ່ງ​ສຸ​ຂະ​ພາບແລະ ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ແພດ​ຂ້າມ​ຊາດ.

ຕາມວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານເມື່ອມໍ່ໆມານີ້:    ນາງ ຂັນຫລ້າ ທີ່​ມາ​ຈາກ​ແຂວງ​ຜົ້ງ​ສາ​ລີ ປະເທດ​ລາວ​ໄດ້​ຮັບ​ການ​ຜ່າ​ຕັດ​ໝາກ​ໄຂ່ຫລັງ​ເບື້ອງ​ຂວາ​ຊຸດ ໂຊມໃຊ້ການ​ບໍ່ໄດ້ ເຊິ່ງໄດ້ຮັບ​ການ​ຊ່ວຍ​ເຫລືອ​ຈາກຫຸ່ນ​ຍົນ​ຜ່າຕັດ​​ຂອງ​ຈີນປະສົບຜົນສໍາ ເລັດເປັນຢ່າງດີ ໃນ​ຫ້ອງ​ຜ່າ​ຕັດ​ຂອງ​ໂຮງ​ໝໍ​ປະ​ຊາ​ຊົນ​ກິ່ງ​ແຂວງ​ສິບ​ສອງ​ພັ​ນ​ນາ ແຂວງ​ຢູນ​ນານ​ຂອງ​ຈີນ. ການຜ່າ​ຕັດ​ພິ​ເສດ​ຄັ້ງ​ນີ້ແມ່ນກໍລະນີ​ທຳ​ອິດ​ທີ່ແຂວງ​ຢູນ​ນານ ​​ນຳ​ໃຊ້ຫຸ່ນ​ຍົນ​ຜ່າ​ຕັດ​ທີ່​ຜະ​ລິດ​ໂດຍ​ຈີນໄດ້ຜ່າຕັດໃຫ້ຊາວຕ່າງປະເທດ ເຊິ່ງ​ເປັນ​ຂີດ​ໝາຍສໍາຄັນ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ບຸກ​ທະ​ລຸ​ອັນ​ສຳ​ຄັນ​ດ້ານ​ອຸ​ປະ​ກອນ​ການ​ແພດ​ລະ​ດັບ​ສູງ​ທີ່​ຜະ​ລິດ​ໂດຍ​ຈີນ​ ໄດ້​ຮັບ​ໃຊ້ ເສັ້ນ​ທາງ​ສາຍ​ໄໝ​ແຫ່ງ​ສຸ​ຂະ​ພາບແລະ ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ແພດ​ຂ້າມ​ຊາດ.

ການ​ຜ່າ​ຕັດ​ດັ່ງ​ກ່າວ​ໃຊ້​ເວ​ລາ​ພຽງ​ແຕ່ 1 ຊົ່ວ​ໂມງ​ເທົ່າ​ນັ້ນ, ​ຄົນ​ເຈັບ​ມີບາດ​ແຜ​ນ້ອຍ ແລະ​ ຟື້ນ​ຟູ​ສຸ​ຂະ​ພາບ​ໄດ້​ໄວ. ກ່ອນ​ຜ່າຕັດ​ນີ້, ທ່ານ ​ນາງ ຂັນຫລ້າ ໄດ້ໃຫ້ຂໍ້ມູນລະອຽດຕໍ່ຄະນະຊ່ຽວຊານແພດຈີນວ່າ: ຕົນເປັນໜິ້ວໃນ​ໝາກ​ໄຂ່ຫລັງ​ທັງ​ສອງ​ເບື້ອງ ແຕ່ວ່າໝາກ​ໄຂ່ຫລັງ​ເບື້ອງ​ຂວາ​ຊຸດໂຊມແຮງໃຊ້​ການບໍ່ໄດ້ ແລະ ເຄີຍ​ເດີນ​ທາງ​ມາ​ປິ່ນ​ປົວ​ຢູ່​ຈີນຫລາຍ​ເທື່ອ ໃນທີ່ສຸດໄດ້ຕັດສິນໃຈຜ່າຕັດດ້ວຍຫຸ່ນຍົນພ້ອມເຄື່ອງມືການແພດ ທັນສະໄໝຂອງຈີນ. ພາຍຫລັງຟື້ນຕົວຈາກ​ການ​ຜ່າ​ຕັດ​ຄັ້ງ​ນີ້​ແລ້ວ, ທ່ານ​ ນາງ ຂັນຫລ້າ​ ເວົ້າສູ່ຟັງ​ວ່າ: ຕົນເອງໄດ້ຮັບຄໍາແນະນຳທີ່ດີຈາກ ທ່ານ ນາງ ຕີ່ງ​ມີງ​ເຊຍ ຄະນະນໍາຊ່ຽວຊານແພດຈີນ ສະເໜີເຖິງຈຸດ​ພິ​ເສດ​ຂອງ​ຫຸ່ນຍົນ​​ຜ່າ​ຕັດ​ທີ່ມີ​ທ່າ​ແຮງ​ຄື: ມີ​ຄວາມ​ແນ່ນອນໃນການປະຕິບັດງານ, ເບິ່ງ​ເຫັນ​ແຈ້ງ​ດີ ແລະ ຫລຸດ​ຜ່ອນ​ກາ​ນ​ສັ່ນ ເປັນຕົ້ນ, ມັນ​ສາ​ມາດ​ເຂົ້າ​ເຖິງ​ບໍ​ລິ​ເວນ​ທີ່​ອຸ​ປະ​ກອນແບບ​ດັ້ງ​ເດີມ​ຍາກ​ທີ່​ຈະ​ເຂົ້າ​ເຖິງ​ໄດ້, ມີ​ຄວາມ​ປອດ​ໄພສູງ ແລ​ະ​ ​ແມ້ນ​ຢຳໃນ​ການ​ຜ່າ​ຕັດ​ແບບ​ສັບ​ສົນ​ຢ່າງພົ້ນເດັ່ນ ພ້ອມທັງຫລຸດ​ຜ່ອນ​​​ບາດ​ແຜ ແລະ​ ຄວາມ​ເຈັບ​ປວດ​ຂອງ​ຄົນ​ເຈັບໄດ້ຫລາຍທີ່ສຸດ.

ຜ່ານການ​ຜ່າ​ຕັດ​ທີ່ວ່ານັ້ນ​ ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ສ້າງ “​ເສັ້ນ​ທາງສາຍ​ໄໝ​ແຫ່ງ​ສຸ​ຂະ​ພາບພາຍ​ໃຕ້​​ຂໍ້​ລິ​ເລີ່ມ “​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງເຊິ່ງ ທ່ານ ໂລ​ເຫລີຍ ຜູ້​ອຳ​ນວຍ​ການ​ໃຫຍ່​ໂຮງ​ໝໍ​ປະ​ຊາ​ຊົນ​ກິ່ງ​ແຂວງ​ສິບ​ສອງ​ພັນ​ນາ ກ່າວ​ວ່າ: ໃນ​ຕໍ່​​ໜ້າ​ນີ້, ຈະ​ສືບ​ຕໍ່​ນຳ​ເຂົ້າ​ເຕັກ​ນິກ​ການ​ແພດ​ແບບ​ອັດ​ສະ​ລິ​ຍະ, ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການ​ແພດ​ກັບ​ປະ​ເທດ​ອ້ອມ​ຂ້າງ ແລະ ອາຊຽນຄື: ປະ​ເທດ​ລາວ​ເປັນ​ຕົ້ນ, ເຮັດ​ໃຫ້​ເຕັກ​ນິກ​ທັນ​ສ​ະ​ໄໝ​ເຂົ້າເຖິງ​​ຂອດບໍລິການສຸ​ຂະ​ພາບ​ຂອງປະ​ຊາ​ຊົນ​ໃນ​ເຂດ​ແຄວ້ນ ແລະ ແຂວງຕ່າງໆແທດເຖິງກວ່າ​ເກົ່າ. ການ​ຜ່າ​ຕັດ​ດັ່ງ​ກ່າວ​ບໍ່​ພ​ຽງ​ແຕ່​ເປັນ​ການ​ປິ່ນ​ປົວ​ທີ່​ສຳ​ເລັດ​ຜົນກໍລະນີ​ໜຶ່ງ​ເທົ່າ​ນັ້ນ, ຍິ່ງ​ເປັນ​ຕົວຢ່າງສໍາຄັນ​ທີ່​ສ່ອງ​ແສງ​ໃຫ້​ເຫັນ​ເຖິງປະເທດ​ຈີນມຸ່ງໝັ້ນພັດທະນາ ຢ່າງບໍ່ຢຸດຢັ້ງ ແລະ ນໍາເອົາສິ່ງດີໆມາຮັບໃຊ້ມວນມະນຸດຢ່າງແທ້ຈິງ ໂດຍ​ສ​ະ​ເພາະ​ແມ່ນ​ແຂວງ​ຢູນ​ນານ  ໄດ້​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການ​ແພດ​ກັບ​ປະ​ເທ​ດ​ອ້ອມ​ຂ້າງ ແລະ ບັນດາສະມາຊິກ ອາຊຽນ. ຊຸ​ມ​ປີມໍ່ໆ​ມາ​ນີ້, ຈາກ​ກິ່ງ​ແຂວງ​ສິບ​ສອງ​ພັນ​ນາ ແລະ​ ສ​ປ​ປ ລາວ​ໄດ້​ມີ​ການ​ຮ່ວມ​ມື​ດ້ານ​ການ​ປິ່ນ​ປົວ​ທາງ​ໄກແບບລະບົບ 5G ຈົນ​ຮອດ ກິ່ງ​ແຂວງ​ເຕີ​ຮົງ ແລະ​ ປະເທດມຽນ​ມາ ແລກ​ປ່ຽນ​ຂໍ້​ມູນ​ໃນດ້ານພະຍາດ​ໄຂ້​ຍຸງ​ລາຍ, ຈາກ​ການ​ເປີດ​ຊ່ອງ​ທາງ​ດ່ວນ​ສີ​ຂຽວ​ໃຫ້​ແກ່​ເດັກເກີດໃໝ່​ມຽນ​ມາ ​ທີ່​ເຈັບ​ເປັນ​ໜັກ, ຈົນ​ຮອດ​ການ​ເຊີນ​ຊວນ​ຜູ້​ຊ່ຽວ​ຊານຫລາຍ​ປະ​ເທດ​ຮ່ວມ​ກັນ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ, “ແລວ​ທາງ​​ສຸ​ຂະ​ພາບ​ທີ່​ເປີດ​ປະ​ຕູຮ່ວມ​ກັນ​ຊົມ​ໃຊ້ ແລະ​ ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ນັ້ນ ໄດ້​ຮັບ​ການເສີມຂະຫຍາຍພັດທະນາ​ສ້າງ​ສາ​ສູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ. ພ້ອມດຽວກັນນີ້, ຄະນະຊ່ຽວຊານແພດຈີນຍັງໄດ້ລົງປະຕິບັດໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກ ຢູ່ໃນບັນດາປະເທດລຸ່ມແມ່ນໍ້າຂອງ (MCHC) ເຊິ່ງໄດ້ດໍາເນີນພາລະກິດປິ່ນປົວເດັກນ້ອຍ ທີ່ເປັນພະຍາດຫົວໃຈພິການແຕ່ກໍາເນີດຄັ້ງທຳອິດຢູ່ ສປປ ລາວ ປະສົບຜົນສຳເລັດ ທີ່ໂຮງໝໍມະໂຫສົດ. ພາ ລະກິດໃນຄັ້ງນີ້ນັບເປັນຈຸດໝາຍສຳຄັນຂອງໂຄງການ ໂດຍການຮ່ວມມືລະຫວ່າງ ສະຖາບັນການຮ່ວມມືເພື່ອການພັດທະນາເສດຖະກິດລຸ່ມແມ່ນ້ຳຂອງ (Mekong Institute -MI) ກະຊວງສາທາລະນະສຸກ ສປປ ລາວ ແລະ ໂຮງໝໍ Fuwai ແລະ ສະຖາບັນວິທະຍາສາດການແພດຈີນ, ໂຄງການໄດ້ຮັບການສະໜັບສະໜູນຈາກລັດຖະບານຈີນຜ່ານກອງທຶນການພັດທະນາໂລກ ແລະ ການຮ່ວມມືໃຕ້-ໃຕ້ (Global Development and South–South Cooperation Fund)  ໂດຍນຳໃຊ້ວິທີການ PAN ທີ່ພັດທະນາໂດຍໂຮງໝໍ Fuwai ທີມແພດໄດ້ດຳເນີນການຮັກສາຫົວໃຈແບບບໍ່ຕ້ອງຜ່າຕັດໃຫຍ່ ເຊິ່ງມີລັກສະນະບໍ່ໃຊ້ລັງສີ, ບາດເຈັບນ້ອຍ ແລະ ຟື້ນຕົວໄວ ເໝາະສົມຢ່າງຍິ່ງສຳລັບການຮັກສາເດັກນ້ອຍ ໃນພື້ນທີ່ ມີຊັບພະຍາກອນຈຳກັດ.  ໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກ ຢູ່ບັນດາປະເທດລຸ່ມແມ່ນໍ້າຂອງ (MCHC) ມີເປົ້າໝາຍໃນການຮັກສາໂດຍບໍ່ເສຍຄ່າໃຫ້ເດັກນ້ອຍຢ່າງໜ້ອຍ 30 ຄົນ ທີ່ເປັນພະຍາດຫົວໃຈແຕ່ກຳເນີດ ໃນ ສປປ ລາວ ເພື່ອຂະຫຍາຍໂອກາດໃນການເຂົ້າຮັບບໍລິການຮັກສາຫົວໃຈເດັກນ້ອຍທີ່ຊ່ວຍຊີວິດໃຫ້ເດັກນ້ອຍ ແລະ ຄອບຄົວທີ່ຂາດເຂີນທຸກຍາກ.

ຈາກເຫດການທີ່ໜ້າປະທັບໃຈໃນການສະແດງຫຸ່ນຍົນ ແລະ ການເຄື່ອນໄຫວ ໃຊ້ຫຸ່ນຍົນປິ່ນປົວຄົນເຈັບຂ້າມຊາຍແດນລະຫວ່າງປະເທດ ໃນໄລຍະບຸນກຸດຈີນນັ້ນ ເຮັດໃຫ້ບັນດານັກວິເຄາະຕ່າງປະເທດໃຫ້ທັດສະນະວ່າ: ເປັນຫຍັງຈຶ່ງເວົ້າໄດ້ວ່າຈີນຈະກ້າວຂຶ້ນເປັນເບີ 1 ໃນອຸດສາຫະກຳຫຸ່ນຍົນຂອງໂລກ?.  ດັ່ງທີ່ຮູ້ໃນປັດຈຸບັນ ຄວາມກ້າວໜ້າເຫລົ່ານີ້ບໍ່ໄດ້ມາຈາກບໍລິສັດດຽວ, ແຕ່ເກີດຈາກການຮ່ວມແຮງຂອງບໍລິສັດທຸລະກິດນ້ອງໃໝ່ (Startup) ແລະ ບໍລິສັດໃຫຍ່ຫລາຍຮ້ອຍແຫ່ງຂອງຈີນ ເຊັ່ນ: Unitree, Fourier Intelligence, Magic Lab ແລະ UBTECH ທີ່ຮ່ວມກັນຊຸກຍູ້ຈົນເຮັດໃຫ້ຈີນກ້າວຂຶ້ນເປັນຜູ້ນຳດ້ານຫຸ່ນຍົນຂອງໂລກຢ່າງວ່ອງໄວ. ຈີນບໍ່ແມ່ນປະເທດທຳອິດທີ່ເລີ່ມອຸດສາຫະກຳຫຸ່ນຍົນ ຖ້າເບິ່ງຕາມປະຫວັດຄວາມເປັນມານັ້ນມີປະເທດທີ່ພັດທະນາກ່ອນໜ້ານີ້ແລ້ວຄື: ເຢຍລະມັນ, ຍີ່ປຸ່ນ ແລະ ອາເມລິກາ .

KPL

ຂ່າວອື່ນໆ


Top