ກົມສື່ມວນຊົນ ຄອສພ ຈັດຈະກິດກຳໂຄສະນາເຜີຍແຜ່ 3 ວັນປະຫວັດສາດຢູ່ແຂວງບໍລິຄຳໄຊ

03/03/2026 12:01
Email Print 220
KPL ຂປລ. ກົມສື່ມວນຊົນ ຄະນະໂຄສະ ນາອົບຮົມສູນກາງພັກ (ຄອສພ) ຈັດກິດຈະກຳ ໂຄສະນາເຜີຍແຜ່ 3 ວັນປະຫວັດສາດຂອງຊາດ ຢູ່ວິທະ ຍາໄລເຕັກນິກ-ວິຊາຊີບແຂວງບໍລິ ຄຳໄຊ. ນຳພາຄະນະໂດຍ ທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າ ກົມສື່ມວນຊົນ ຄະນະໂຄສະນາ ອົບຮົມສູນກາງພັກ, ມີຄູອາຈານ, ນ້ອງນັກສຶກສາເຂົ້າຮ່ວມ.


ຂປລ. ກົມສື່ມວນຊົນ ຄະນະໂຄສະ ນາອົບຮົມສູນກາງພັກ (ຄອສພ) ຈັດກິດຈະກຳ ໂຄສະນາເຜີຍແຜ່ 3 ວັນປະຫວັດສາດຂອງຊາດ ຢູ່ວິທະ ຍາໄລເຕັກນິກ-ວິຊາຊີບແຂວງບໍລິ ຄຳໄຊ. ນຳພາຄະນະໂດຍ ທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າ ກົມສື່ມວນຊົນ ຄະນະໂຄສະນາ ອົບຮົມສູນກາງພັກ, ມີຄູອາຈານ, ນ້ອງນັກສຶກສາເຂົ້າຮ່ວມ. ການເຄື່ອນໄຫວໃນຄັ້ງນີ້, ເພື່ອ ເປັນການເຜີຍແຜ່ຜົນສຳເລັດໃນ ການສະເຫລີມສະຫລອງ 3 ວັນປະ ຫວັດສາດຂອງຊາດຄື: ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ທັງເປັນການສ້າງກິດຈະກຳ ຖາມ-ຕອບຄວາມຮູ້ຮອບຕົວກ່ຽວ ກັບ 3 ວັນດັ່ງກ່າວ ເພື່ອໃຫ້ນ້ອງນັກ ສຶກສາ ມີຄວາມຮັບຮູ້ເຖິງຄວາມ ເປັນມາຂອງ 3 ວັນປະຫວັດສາດ ຂອງຊາດລາວເຮົາ. ນອກຈາກນີ້, ທັງເປັນການຝຶກໃຫ້ນ້ອງນັກສຶກສາ ມີຄວາມກ້າຫານ, ກ້າສະແດງອອກ ໃນງານຕ່າງໆໃນຕໍ່ໜ້າ. ໃນພິທີ ທ່ານ ພູທອນ ວົງສະກຸນ ຫົວໜ້າໜ່ວຍງານກິດຈະການນັກ ສຶກສາ ໂຮງຮຽນເຕັກນິກ-ວິຊາຊີບ ແຂວງບໍລິຄຳໄຊ ໄດ້ໃຫ້ຮູ້ວ່າ: ໂຮງ ຮຽນເຕັກນິກ-ວິຊາຊີບສ້າງຕັ້ງຂຶ້ນ ປີ 2002, ມາເຖິງປັດຈຸບັນລວມ ໄດ້ 24 ປີ, ຕັ້ງຢູ່ບ້ານຫ້ວຍຄຸນ ເມືອງບໍລິຄັນ ແຂວງບໍລິຄຳໄຊ. ໃນສົກຮຽນ 2002-2003 ມີຄູ ອາຈານທັງໝົດ 14 ຄົນ, ໄດ້ຈັດ ການຮຽນ-ການສອນ ທັງໝົດ 6 ຫລັກສູດ ໃນ 4 ຂະແໜງວິຊາ, ມີ 6 ສາຂາອາຊີບຄື: ຂະແໜງກະສິກຳ ມີ 2 ອາຊີບຄື: ປູກຝັງ, ລ້ຽງສັດ; ຂະແໜງກໍ່ສ້າງ ມີ 2 ອາຊີບຄື: ກໍ່ສ້າງເຄຫາສະຖານ, ຊ່າງໄມ້ເຟີນີ ເຈີ; ຂະແໜງບໍລິຫານທຸລະກິດ, ມີ 1 ອາຊີບຄື: ການບັນຊີ ແລະ ຂະ ແໜງສະຫະກຳ, ມີ 1 ອາຊີບຄື: ຕັດ ຫຍິບ. ໃນສົກຮຽນ 2025-2026 ມີ ຄູອາຈານທັງໝົດ 57 ຄົນ, ຍິງ 25 ຄົນ ໄດ້ຈັດການຮຽນ-ການສອນ 29 ຫລັກສູດ ໃນ 7 ຂະແໜງວິຊາ, ມີ 11 ສາຂາອາຊີບ ຄື: ຂະແໜງ ກະສິກຳ, ມີ 1 ອາຊີບ(ປູກຝັງ); ຂະ ແໜງລ້ຽງສັດ, ມີ 1 ອາຊີບ (ລ້ຽງ ສັດການປະມົງ); ຂະແໜງກໍ່ສ້າງ ມີ 2 ອາຊີບຄື: ກໍ່ສ້າງເຄຫາສະ ຖານ, ຊ່າງໄມ້ເຟີນີເຈີ; ຂະແໜງບໍລິ ຫານທຸລະກິດ ມີ 1 ອາຊີບຄື: ການ ບັນຊີ; ຂະແໜງຫັດຖະກຳ ມີ 2 ອາ ຊີບຄື: ຕັດຫຍິບ, ປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ; ຂະແໜງ ລົດຍົນ, ມີ 2 ອາຊີບຄື: ເຕັກໂນໂລຊີ ລົດຍົນ, ຕົວຖັງ ແລະ ສີ; ຂະແໜງ ໄຟຟ້າ, ມີ 2 ອາຊີບຄື: ໄຟຟ້າໃນອາ ຄານ ແລະ ໄຟຟ້າເຄື່ອງເຢັນ. ສາ ມາດສ້າງນັກສຶກສາ ໄດ້ທັງໝົດ 21 ຮຸ່ນ, ມີນັກສຶກສາຈົບທັງໝົດ 9.300 ກວ່າຄົນ, ຍິງ 4.100 ກວ່າຄົນ. ໃນສົກຮຽນ 2025-2026 ມີ ນັກຮຽນນັກສຶກສາທັງໝົດ 744 ຄົນ, ຍິງ 316 ຄົນ, ເປັນນັກຮຽນ ສາມັນວິຊາຊີບຄູ່ຂະໜານທັງໝົດ 441 ຄົນ, ຍິງ 228 ຄົນ. ການຈັດ ການຮຽນ-ການສອນ ມີ 3 ຮູບແບບ ຄື: ຮູບແບບດັ້ງເດີມເປັນການຮຽນ ການສອບແບບລາຍວິຊາ ຫລື ເອີ້ນ ວ່າເປັນໜ່ວຍກິດ, ຮູບແບບເອົານັກ ຮຽນເປັນໃຈກາງ ຫລື ເອີ້ນວ່າ ເນັ້ນສະມັດຖະພາບ, ຮູບແບບຄວບ ຄູ່ ຫລື ເອີ້ນວ່າ DCT. ນອກຈາກ ນີ້, ຍັງໄດ້ມີການຮ່ວມມືພາຍໃນ ປະເທດດ້ານວິຊາການ ໂດຍໄດ້ມີ ການເຊັນ MOU ທັງໝົດ 44 ແຫ່ງ ຄື: ພາກລັດ 2 ແຫ່ງ, ພາກເອກະຊົນ 42 ແຫ່ງ ແລະ ການຮ່ວມມືກັບ ຕ່າງປະເທດມີຄື: ວິທະຍາໄລ ຍັງ ການ, ມະຫາວິທະຍາໄລແມ່ໂຈ້ (ປະເທດໄທ); ໂຄງການ KFW. VELA (LAO/029). EESDP (LAO/336). VEFF. LLL, ໂຄງການຮ່ວມມືລາວ-ຈີນ 210 ແລະ ໂຄງການ ຣາຊສະບຸລີກູບ.
KPL

ຂ່າວອື່ນໆ

    • ຈີນສາມາດພັດທະນາຫຸ່ນຍົນແບບກ້າວກະໂດດໃນໄລຍະເວລາສັ້ນໄດ້ແນວໃດ?ບົດ-ສາລະຄະດີ

      ຈີນສາມາດພັດທະນາຫຸ່ນຍົນແບບກ້າວກະໂດດໃນໄລຍະເວລາສັ້ນໄດ້ແນວໃດ?

      3/3/2026 4:53:39 PM

      ຂປລ. ສືບເນື່ອງຈາກຕົວຢ່າງໜຶ່ງດີເລີດໃນການນໍາໃຊ້ຫຸ່ນຍົນ ແລະ ເຄື່ອງມືການແພດ ທັນສະໄໝຂອງຈີນຊ່ວຍພີ່ນ້ອງເພື່ອນມິດໃກ້ຄຽງກໍຄື: ບັນດາຜູ້ປ່ວຍ ຊາວລາວພົ້ນຄວາມທຸກທໍລະມານ ແລະ ລອດຊີວິດຈາກພະຍາດອັນຕະລາຍໄດ້ ເຊິ່ງເຫດການນີ້ບໍ່ພຽງ ແຕ່ສະທ້ອນໃຫ້ເຫັນການພັດທະນາຫຸ່ນຍົນທີ່ມີຄວາມກ້າວໜ້າທັນສະໄໝທີ່ສຸດ ຂອງຈີນ

    • ຈາກຫຸ່ນຍົນຊ່ວຍກູ້ເອົາຊີວິດຜູ້ປ່ວຍຊາວລາວສູ່ສາຍຕາຊາວໂລກບົດ-ສາລະຄະດີ

      ຈາກຫຸ່ນຍົນຊ່ວຍກູ້ເອົາຊີວິດຜູ້ປ່ວຍຊາວລາວສູ່ສາຍຕາຊາວໂລກ

      3/3/2026 4:51:31 PM

      ຂປລ. ຊ່ຽວຊານແພດຈີນພ້ອມກັບຫຸ່ນຍົນຜ່າຕັດ ແລະ ເຄື່ອງມືການແພດທັນສະໄໝທີ່ສຸດ ພາຍໃຕ້ “ເສັ້ນ​ທາງ​ສາຍ​ໄໝ​ແຫ່ງ​ສຸ​ຂະ​ພາບ” ແລະ ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ແພດ​ຂ້າມ​ຊາດ ຈີນ-ລາວ ສາມາດຊ່ວຍຜ່າຕັດກອບກູ້ເອົາຊີວິດຊາວລາວຜູ້ປ່ວຍເປັນພະຍາດໝາກ ໄຂ່ຫລັງຊຸດໂຊມ ແລະ ພະຍາດຫົວໃຈແຕ່ກໍາເນີດໄດ້ສໍາເລັດຢ່າງໜ້າມະຫັດ ສະຈັນ

    • ສພຊ ປະກາດລາຍຊື່ຜູ້ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ Xບົດ-ສາລະຄະດີ

      ສພຊ ປະກາດລາຍຊື່ຜູ້ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X

      3/3/2026 3:05:12 PM

      ໃນວັນທີ 2 ມີນາ 2026 ຢູ່ສະພາແຫ່ງຊາດ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ຜູ້ປະຈຳການ, ຄະນະປະຈຳ ການຄະນະກຳມະການເລືອກຕັ້ງລະດັບຊາດ, ຮອງຫົວໜ້າອະນຸກຳມະການໂຄງປະກອບ ແລະ ບຸກຄະລາກອນ ໄດ້ຖະແຫລງຂ່າວແຈ້ງການຂອງຄະນະກຳມະການເລືອກຕ້ັງລະດັບຊາດ ກ່ຽວກັບລາຍຊື່ຜູ້ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ຢູ່ເຂດເລືອກຕັ້ງຕ່າງໆໃນຂອບເຂດທົ່ວປະເທດ.

    • ລັດຖະບານຈະສູ້ຊົນສະເໜີມໍລະດົກວັດທະນະທຳຫລາຍປະເພດເຂົ້າເປັນມໍລະດົກໂລກບົດ-ສາລະຄະດີ

      ລັດຖະບານຈະສູ້ຊົນສະເໜີມໍລະດົກວັດທະນະທຳຫລາຍປະເພດເຂົ້າເປັນມໍລະດົກໂລກ

      3/3/2026 2:44:47 PM

      ໃນໄລຍະ 5 ປີຕໍ່ໜ້າ (2026-2030) ລັດຖະບານແຫ່ງ ສປປ ລາວ ຈະສູ້ຊົນສະເໜີມໍລະດົກວັດທະນະທໍານາມມະທໍາ “ລາບ, ພິທີສູ່ຂວັນ, ປູ່ເຍີ-ຍ່າເຍີ, ບຸນ ປີໃໝ່ລາວ, ເຂ້ົາຕ້ົມ-ເຂ້ົາຫລາມ” ເຂົ້າເປັນມໍລະດົກວັດທະນະທໍາຂອງມວນມະນຸດ ແລະ ສູ້ຊົນສະເໜີມໍລະດົກ ອຸທິຍານແຫ່ງຊາດນາກາຍ-ນ້ໍາເທີນ, ເສົາຫີນຕັ້ງແຂວງຫົວພັນ ແລະ ທາດອີງຮັງ ເປັນມໍລະດົກໂລກ ຈາກອົງການອຸຍແນັສໂກ.

    • ອັດຕະປື ກໍານົດ 7 ທິດທາງໜ້າທີ່ລວມການພັດທະນາເສດຖະກິດ-ສັງຄົມ ຮອດປີ 2030ບົດ-ສາລະຄະດີ

      ອັດຕະປື ກໍານົດ 7 ທິດທາງໜ້າທີ່ລວມການພັດທະນາເສດຖະກິດ-ສັງຄົມ ຮອດປີ 2030

      3/3/2026 11:38:56 AM

      ຂປລ. ອີງຕາມແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ຂອງແຂວງ ອັດຕະປື ໄດ້ກໍານົດໄວ້ວ່າ: ແຕ່ປີ 2026-2030 ແຂວງອັດຕະປື ໄດ້ ກໍານົດ 7 ທິດທາງໜ້າທີ່ລວມ ຂອງ ການພັດທະນາເສດຖະກິດ-ສັງຄົມ ຊຶ່ງແຜນດັ່ງກ່າວນີ້ ເປັນແຜນຈັດຕັ້ງ ຜັນຂະຫຍາຍແນວທາງສ້າງເສດ ຖະກິດເອກະລາດ ເປັນເຈົ້າຕົນເອງ ໃຫ້ເປັນອັນລະອຽດ


Top