ລັດຖະບານຈະສູ້ຊົນສະເໜີມໍລະດົກວັດທະນະທຳຫລາຍປະເພດເຂົ້າເປັນມໍລະດົກໂລກ

03/03/2026 14:44
Email Print 175
KPL ໃນໄລຍະ 5 ປີຕໍ່ໜ້າ (2026-2030) ລັດຖະບານແຫ່ງ ສປປ ລາວ ຈະສູ້ຊົນສະເໜີມໍລະດົກວັດທະນະທໍານາມມະທໍາ “ລາບ, ພິທີສູ່ຂວັນ, ປູ່ເຍີ-ຍ່າເຍີ, ບຸນ ປີໃໝ່ລາວ, ເຂ້ົາຕ້ົມ-ເຂ້ົາຫລາມ” ເຂົ້າເປັນມໍລະດົກວັດທະນະທໍາຂອງມວນມະນຸດ ແລະ ສູ້ຊົນສະເໜີມໍລະດົກ ອຸທິຍານແຫ່ງຊາດນາກາຍ-ນ້ໍາເທີນ, ເສົາຫີນຕັ້ງແຂວງຫົວພັນ ແລະ ທາດອີງຮັງ ເປັນມໍລະດົກໂລກ ຈາກອົງການອຸຍແນັສໂກ.

          ຂປລ.ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ຮູ້ໃນ ໂອກາດເຜີຍແຜ່ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປິຄັ້ງທີ X (2026-2030) ເມ່ືອບ່ໍດົນນ້ີກ່ຽວກັບຄາດໝາຍດ້ານວັດທະນະ ທຳ-ສັງຄົມ ໂດຍຈະສູ້ຊົນສະເໜີມໍລະດົກວັດທະນະທໍານາມມະທໍາ “ລາບ, ພິທີສູ່ຂວັນ, ປູ່ເຍີ-ຍ່າເຍີ, ບຸນປີໃໝ່ລາວ, ເຂ້ົາຕ້ົມ-ເຂ້ົາຫລາມ”  ເຂົ້າເປັນມໍລະດົກວັດທະນະທໍາຂອງມວນມະນຸດ ແລະ ສູ້ຊົນສະເໜີມໍລະດົກອຸທິຍານແຫ່ງຊາດນາກາຍ-ນ້ໍາເທີນ, ເສົາຫີນຕັ້ງແຂວງຫົວພັນ ແລະ ທາດອີງຮັງ ເປັນມໍລະດົກໂລກ ຈາກອົງການອຸຍແນັສໂກ.

     ພ້ອມນີ້, ຈະສູ້ຊົນເຮັດໃຫ້ອັດຕາເຂົ້າຮຽນຂອງເດັກອາຍຸ 5 ປີ ບັນລຸ ໄດ້ 90%, ອັດຕາປະລະການຮຽນຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນບໍ່ໃຫ້ເກີນ 8%; ຈໍານວນນັກສຶກສາທີ່ຮຽນຈົບອາຊີວະສຶກສາ ແລະ ອົບຮົມວິຊາຊີບຕາມຫລັກສູດທາງການໃຫ້ບັນລຸ 50.000 ຄົນ; ສູ້ຊົນເຮັດໃຫ້ອັດຕາການຕາຍຂອງເດັກນ້ອຍເກີດໃໝ່ໃຫ້ຕໍ່າກວ່າ 10/1.000 ຄົນເດັກນ້ອຍເກີດ ມີຊີວິດ; ອັດຕາການຕາຍຂອງເດັກນ້ອຍລຸ່ມ 5 ປີ ໃຫ້ຕ່ໍາກວ່າ 25/1.000 ຄົນເດັກນ້ອຍເກີດມີຊີວິດ; ສູ້ຊົນພັດທະນາສີມືແຮງງານ ໃຫ້ໄດ້ 650.000 ຄົນ ແລະ ການຈັດຫາວຽກເຮັດງານທໍາເຂ້ົາສູ່ຕະຫລາດແຮງງານພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ 411.000 ຄົນ; ສູ້ຊົນເຮັດໃຫ້ອັດຕາຄວາມທຸກຍາກຫລຸດລົງຍັງເຫລືອໜຶ່ງຕົວເລກ; ສ້າງຄອບຄົວພ້ົນທຸກໃຫ້ໄດ້ຫລາຍກວ່າ 100.000 ຄອບຄົວ; ຫລຸດຜ່ອນອັດຕາເດັກນ້ອຍລຸ່ມ 5 ປີ ທີ່ຂາດສານອາຫານກະທັນຫັນ (ຈ່ອຍຜອມ) ໃຫ້ຍັງເຫລືອ 5% ຂອງປະຊາກອນເປ້ົາໝາຍ; ຄາດໝາຍດ້ານສິ່ງແວດລ້ອມ ຈະສູ້ຊົນເຮັດໃຫ້ເນື້ອທີ່ປົກຫຸ້ມປ່າໄມ້ບັນລຸ 70% ຂອງເນື້ອທີ່ດິນທົ່ວປະເທດ; ສູ້ຊົນຂຶ້ນທະບຽນອອກໃບຕາດິນຢູ່ນອກເຂດທີ່ດິນປ່າໄມ້ທີ່ຍັງບໍ່ທັນສໍາເລັດໃຫ້ໄດ້ 150.000 ຕອນ; ຫລຸດຜ່ອນການປ່ອຍ ແລະ ເພີ່ມການດູດຊັບທາດອາຍເຮືອນແກ້ວໃຫ້ໄດ້ 60% ທຽບໃສ່ລະດັບການປ່ອຍປົກກະຕິ; ຂະຫຍາຍຕາໜ່າງສະຖານີອຸຕຸນິຍົມຢູ່ບັນດາເມືອງທ່ີຍັງບໍ່ທັນມີສະຖານີອຸຕຸນິຍົມໃຫ້ໄດ້ 35 ສະຖານີ; ຂະຫຍາຍຕາໜ່າງສະຖານີອຸທົກກະສາດໃນເຂດທີ່ມີຄວາມສ່ຽງໄພນໍ້າຖ້ວມໃຫ້ໄດ້ 25 ສະຖານີ.

      ພ້ອມນີ້, ຄາດໝາຍດ້ານການຮ່ວມມື ແລະ ເຊື່ອມໂຍງກັບສາກົນສໍາລັບຕາໜ່າງເສັ້ນທາງຫລວງແຫ່ງຊາດ ທີ່ເປັນເສັ້ນທາງຫລວງອາຊຽນຕາມແລວເສດຖະກິດໄດ້ຮັບການກໍ່ສ້າງ ແລະ ປັບປຸງ/ຍົກລະດັບໃຫ້ສາມາດຮັບນໍ້າໜັກລົດບັນທຸກ ໄດ້ 11 ໂຕນ/ເພົາ ໃຫ້ໄດ້ 937,5 ກິໂລແມັດ; ຫລຸດຜ່ອນຂອດຂ້ັນ ແລະ ເວລາການນໍາເຂົ້າ-ສົ່ງອອກສິນຄ້າໃຫ້ໄດ້ 45% ໃນປີ 2030; ສົ່ງອອກສິນຄ້າພາຍໃຕ້ສິດທິພິເສດທາງການຄ້າໃຫ້ກວມ 65% ຂອງມູນຄ່າການສົ່ງອອກທັງໝົດ; ດ້ານການປົກຄອງ, ການບໍລິຫານລັດ ແລະ ຍຸຕິທຳຈະສູ້ຊົນສ້າງແຂວງ ເປັນຫົວໜ່ວຍຍຸດທະສາດໃຫ້ໄດ້ 3 ແຂວງ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານໃຫ້ໄດ້ 18 ເມືອງ ແລະ ສ້າງຕາແສງໃຫ້ໄດ້ 640 ຕາແສງ; ສູ້ຊົນສ້າງຕັ້ງສູນບໍລິການຜ່ານປະຕູດຽວຢ່າງໜ້ອຍ ໃຫ້ໄດ້ 35 ສູນ; ສູ້ຊົນຕັດສິນຄະດີອາຍາໃຫ້ໄດ້ 90% ຂຶ້ນໄປ ແລະ ຄະດີແພ່ງ 75% ຂຶ້ນໄປຂອງຄະດີທັງໝົດ.

         ຂ່າວ: ສົມຫວັງ

KPL

ຂ່າວອື່ນໆ


Top