ສພຊ ປະກາດລາຍຊື່ຜູ້ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X

03/03/2026 15:05
Email Print 183
KPL ໃນວັນທີ 2 ມີນາ 2026 ຢູ່ສະພາແຫ່ງຊາດ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ຜູ້ປະຈຳການ, ຄະນະປະຈຳ ການຄະນະກຳມະການເລືອກຕັ້ງລະດັບຊາດ, ຮອງຫົວໜ້າອະນຸກຳມະການໂຄງປະກອບ ແລະ ບຸກຄະລາກອນ ໄດ້ຖະແຫລງຂ່າວແຈ້ງການຂອງຄະນະກຳມະການເລືອກຕ້ັງລະດັບຊາດ ກ່ຽວກັບລາຍຊື່ຜູ້ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ຢູ່ເຂດເລືອກຕັ້ງຕ່າງໆໃນຂອບເຂດທົ່ວປະເທດ.

      ຂປລ.  ໂດຍຜູ້ໄດ້ຮັບການເລືອກຕ້ັງເປັນສະມາຊິກສະພາແຫ່ງຊາດ ທັງໝົດ 175 ທ່ານ, ຍິງ 52 ທ່ານ (ກວມເອົາ 29,71% ຂອງສະມາຊິກສະພາແຫ່ງຊາດ), ຈາກສູນກາງ 51 ທ່ານ, ຍິງ 14 ທ່ານ, ຈາກທ້ອງຖິ່ນ 124 ທ່ານ, ຍິງ 38 ທ່ານ ແລະ ສສຊ ຊຸດທີ IX ສືບຕ່ໍສະໝັກໄດ້ 32 ທ່ານ, ຍິງ 14 ທ່ານ,ຈາກລັດວິສາຫະກິດ 1 ທ່ານ, ຍິງ 1 ທ່ານ, ຈາກທຸລະກິດພາກເອກະຊົນ 2 ທ່ານ, ຍິງ 1 ທ່ານ. ພ້ອມນີ້, ຊົນເຜົ່າຂອງຜູ້ໄດ້ຮັບການເລືອກຕັ້ງ ແຍກຕາມ 4 ໝວດພາສາຄື: ລາວ- ໄຕ ມີ 148 ທ່ານ, ຍິງ 43 ທ່ານ, ມອນ-ຂະແມ ມີ 19 ທ່ານ, ຍິງ 6 ທ່ານ, ມົ້ງ-ອິວມຽນ ມີ 7 ທ່ານ, ຍິງ 3 ທ່ານ ແລະ ຈີນ-ຕີເບດ ມີ 1 ທ່ານ.

      ໂດຍອີງຕາມມາດຕາ 11 ຂອງ ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ສະບັບເລກທີ 58/ສພຊ, ລົງວັນທີ 28 ມິຖຸນາ 2024; ອີງຕາມລັດຖະ ດຳລັດ ຂອງປະທານປະເທດ ສະບັບ ເລກທີ 338/ປປທ, ລົງວັນທີ 30 ທັນວາ 2025 ວ່າດ້ວຍການປະກາດຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນ ແຂວງ ຊຸດທີ V; ອີງຕາມຜົນການ ປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃນວັນທີ 22 ກຸມພາ 2026. ຄະນະ ກຳມະການເລືອກຕັ້ງລະດັບຊາດປະກາດລາຍຊື່ຜູ້ທີ່ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ຢູ່ເຂດເລືອກຕັ້ງຕ່າງໆໃນຂອບເຂດທົ່ວປະເທດ ຊຶ່ງມີລາຍ ລະອຽດດັ່ງນີ້: 

    ເຂດເລືອກຕັ້ງທີ 1 ນະຄອນ ຫລວງວຽງຈັນ ຈໍານວນ 19 ທ່ານ, ຍິງ 6 ທ່ານ ປະກອບມີ: ທ່ານ ໄຊສົມພອນ ພົມວິຫານ, ທ່ານ ອາດສະພັງທອງ ສີພັນດອນ, ທ່ານ ທະນົງໄຊ ຄຸດໄພທູນ, ທ່ານ ໄຊນະຄອນ ອິນທະວົງ, ທ່ານ ນາງ ວິໄຊ ສຣິດທິຣາດ, ທ່ານ ນາງ ດາລານີ ພົມມະວົງສາ, ທ່ານ ຕຸດາວັນ ໜ່ໍເມືອງເສດ, ທ່ານ ນະຄະເສນ ສີຫາລາດ, ທ່ານ  ທະນົງສິດ ເມືອງຈັນ, ທ່ານ ສອນໄຊ ສີສົມພັນ, ທ່ານ ສີວຽງທອງ  ສໍພາບມີໄຊ , ທ່ານ ໄພທູນ ທ່ຽງລະໄມ, ທ່ານ ນາງ ກັນທິນາ ບ້ານອິນຫວນ, ທ່ານ ສົມບັດ  ຈັນທະມາດ, ທ່ານ ນາງ ຄໍາແຫວນ ສິງບັນດິດ,  ທ່ານ ສົມສະຫວາດ  ກົມໄຊຊະນະ, ທ່ານ ພັທ ນາດ  ເທບພະວົງ, ທ່ານ ນາງ ບົວລະພັນ ທິລະສັກ,  ທ່ານ ນາງ ຈໍາປາທອງ ທະລົງແສງຈັນ.

    ເຂດເລືອກຕັ້ງທີ 2 ແຂວງຜົ້ງ ສາລີ ຈໍານວນ 7 ທ່ານ, ຍິງ 1 ທ່ານ ປະກອບມີ: ທ່ານ ພົຕ ສົມພອນ ມິດຕະພອນ, ທ່ານ ພົ.ວ ສຸລິນພອນ ຄໍາພະຈັນ, ທ່ານ ສົມຈິດ ຫັບລະກອນ,   ທ່ານ ຈິດຕະພອນ ເມກດາລາ,  ທ່ານ  ກໍລະກັນ ພົມມະວົງ, ທ່ານ ນາງ  ຈັນມະນີ ດວງພາສຸກ, ທ່ານ ຄໍາພັນ ຄຸນສົມບັດ.

    ເຂດເລືອກຕັ້ງທີ 3 ແຂວງຫລວງ ນໍ້າທາ ຈໍານວນ 7 ທ່ານ, ຍິງ 3 ທ່ານ ປະກອບມີ: ທ່ານ ນາງ ອຳໄພວອນ ລ້ອມບຸນແພງ, ທ່ານ ພົທ ຄໍາ ກິ່ງ ຜຸຍຫລ້າມະນີວົງ, ທ່ານ ກົງເພັດ ແກ້ວບົວພາ, ທ່ານ ນາງ ເກສອນ ແສງຍະວົງ, ທ່ານ ຈັນທະສຸລິນ ໝັ້ນປະດິດ, ທ່ານ ນາງ ປານິດາ ເຮືອງ ແພງອ່ອນ, ທ່ານ ພັອ ພອນແກ້ວ ພົງແສນຫລວງ.

    ເຂດເລືອກຕັ້ງທີ 4 ແຂວງ ອຸດົມໄຊ ຈໍານວນ 8 ທ່ານ, ຍິງ 4 ທ່ານ ປະກອບມີ: ທ່ານ ບຸນຄົງ ຫລ້າຈຽມພອນ, ທ່ານ ນາງ ວິລະວອນ ພັນທະວົງ, ທ່ານ ແກ້ວຈະເລີນ ເຊ່ຍຢ້ັງຢ່າງ, ທ່ານ ນາງ ຄໍາໝັ້ນ ແກ້ວບຸນຫວນ, ທ່ານ ນາງ ສິດທິວອນ ຫົງສາຄອນ, ທ່ານ ນາງ ມະນີຈຸ ຢາຈົງວາ, ທ່ານ ຄອນສີ ໄຊຍະມອນ, ທ່ານ ພັທ  ແກ້ວວິເສດ ລູກສອນນ້ອຍ.

   ເຂດເລືອກຕັ້ງທີ 5 ແຂວງບ່ ແກ້ວ ຈໍານວນ 7 ທ່ານ, ຍິງ 3 ທ່ານ ປະກອບມີ: ທ່ານ ພົ.ວ ແປ້ນຄໍາ ບຸດຈັນແພງ, ທ່ານ ນາງ ທຸມມາລີ ວົງພະຈັນ, ທ່ານ ດາລີວັນ ພູສະຫວັນ,  ທ່ານ ພົ.ວ ຄໍາແຝງ ວັນດີໄຊ, ທ່ານ ນາງ ບົວຄົມ ຂານສຸວົງ, ທ່ານ ນາງ ສີອຳໄພ ໂສລະຖິ, ທ່ານ ພັອ ຄໍາແດງ  ວັນນະສິດ.

    ເຂດເລືອກຕັ້ງທີ 6 ແຂວງ ຫລວງພະບາງ ຈໍານວນ 10 ທ່ານ, ຍິງ 3 ທ່ານ ປະກອບມີ: ທ່ານ ໄພວີ ສີບົວລິພາ, ທ່ານ ບຸນເລ່ືອມ ມະນີວົງ,  ທ່ານ ສໍານານ ສົນທະນີ, ທ່ານ ສົມພອນ ສີອຸດົມພັນ, ທ່ານ ນາງ  ພັນຈິນດາ ເລັ່ງສະຫວັດ, ທ່ານ              ສົມມາລີ ຄໍາເກັ່ງ, ທ່ານ ນາງ ບົວສອນ ໄຊຍະໄຊ, ທ່ານ ນາງ ຈັນດີ ເຢັງວົງ, ທ່ານ ສຸລິໄຊ ຫົງສາຄອນ, ທ່ານ ພັ.ອ ວິລະສິນ ມິດຕະພອນ.

   ເຂດເລືອກຕັ້ງທີ 7 ແຂວງໄຊ ຍະບູລີ ຈໍານວນ 9 ທ່ານ, ຍິງ 3 ທ່ານ ປະກອບມີ: ທ່ານ ເພັງນິລັນ ຄໍາພັນເພັງ, ທ່ານ ມີໄຊ ພົມເຂ, ທ່ານ ພົຕ ໄພວັນ ຈັນທະພົມມາ, ທ່ານ ນາງ ໄກຍະສອນ ສິດາ, ທ່ານ ກາວີ  ເກດດົມລິ, ທ່ານ ນາງ ວັນນາ ພົມວິສອນ, ທ່ານ ນາງ ແສງມະນີ ຢາທໍ່ຕູ້,  ທ່ານ ແວວເພັດ ສີບຸນມາ, ທ່ານ ຄໍາແສນ ສິສະວົງ. 

    ເຂດເລືອກຕັ້ງທີ 8 ແຂວງຫົວ ພັນ ຈໍານວນ 7 ທ່ານ, ຍິງ 3 ທ່ານ ປະກອບມີ:  ທ່ານ ພຸດພັນ ແກ້ວວົງໄຊ, ທ່ານ ນາງ ສວຍເພັດ ທອງສົມບັດ, ທ່ານ ນາງ ພອງທໍາ ທຳມະທອງ, ທ່ານ ໄຈເພັດ ເຮືອງຖາວອນ, ທ່ານ ໄຊຍະແສງ ຊົງຢົງຢາ, ທ່ານ              ແສງສຸວັນ ວົງຄໍາ, ທ່ານ ພັອ ນາງ ພວງທອງ ສຸຍະວົງ.

    ເຂດເລືອກຕັ້ງທີ 9 ແຂວງຊຽງ ຂວາງ ຈໍານວນ 7 ທ່ານ, ຍິງ 3 ທ່ານ ປະກອບມີຄື: ທ່ານ ກິແກ້ວ ໄຂຄຳພິທູນ, ທ່ານ ພູວົງ ອຸ່ນຄໍາແສນ,  ທ່ານ ນາງ ສົມພອນ ໂສພິລາວັນ, ທ່ານ ນາງ ສາຍພູເງິນ ອຸດົມສຸກ, ທ່ານ ສອນເພັດ ລາພະທອງ, ທ່ານ ນາງ ກິ່ງແກ້ວ ພົມມະຈັກ, ທ່ານ ພັ.ອ ປິ່ນແກ້ວ ປະອິນພອນ.

    ເຂດເລືອກຕັ້ງທີ 10 ແຂວງວຽງຈັນ ຈໍານວນ 10 ທ່ານ, ຍິງ 4 ທ່ານ ປະກອບມີ:  ທ່ານ ທອງສະລິດ ມັງໜ່ໍເມກ, ທ່ານ ພູທະນູເພັດ ໄຊສົມບັດ, ທ່ານ ອິນທະປັນຍາ ຂຽວວົງພະຈັນ, ທ່ານ ສີທົນ ແສງພະຈັນ, ທ່ານ ນາງ ເພັດສະໝອນ ສອນ, ທ່ານ ນາງ ຈັນທະຄອນ ສີອຳພອນ, ທ່ານ ນາງ ວົງເດືອນ ວັດຕະໂສ, ທ່ານ ນາງ  ວັນເພັງ ພັນທະນາໄລ, ທ່ານ  ສີສະໄຫວ ແກ້ວດາລາວິນ, ທ່ານ ພັທ ບຸນນໍາ ຈັນທອງສີ. 

    ເຂດເລືອກຕັ້ງທີ 11 ແຂວງບໍ ລິຄໍາໄຊ ຈຳນວນ 7 ທ່ານ, ຍິງ 1 ທ່ານ ປະກອບມີ: ທ່ານ ກອງແກ້ວ  ໄຊສົງຄາມ, ທ່ານ ສອນທະນູ ທຳມະວົງ, ທ່ານ ໄຊອຳພອນ  ສີຫາວົງ, ທ່ານ ນາງ ຂັນທອງ ພັນທະຈັກ, ທ່ານ ສາຍທອງ ພົມມະວົງ, ທ່ານ ໄຊຍະເພັດ   ຈັນທິສອນ, ທ່ານ ພັທ ຈອນ ອຸດລາຍັນ. 

    ເຂດເລືອກຕັ້ງທີ 12 ແຂວງ ຄໍາມ່ວນ ຈໍານວນ 10 ທ່ານ, ຍິງ 2 ທ່ານ ປະກອບມີ: ທ່ານ ໂພໄຊ ໄຊຍະສອນ, ທ່ານ ໄຊຊະນະ  ໂຄດພູທອນ, ທ່ານ ແກ້ວອຸດອນ ບຸດສິງຂອນ, ທ່ານ ພູທອນ  ວໍລະເພັດ , ທ່ານ ສາຍຄຳ ພະໄຊສິດທິເດດ, ທ່ານ ນາງ ສຸກຂະເສີມ ສິດທິເດດ, ທ່ານ ທອງເພັດ ຜຸຍຍະວົງ, ທ່ານ  ໄພມະນີ ພົມມະສານ, ທ່ານ ສົມວິໄຊ  ວົງທິລາດ, ທ່ານ ນາງ ກ້ອນແກ້ວ ຫລວງໄຊມຸງຄຸນ.

    ເຂດເລືອກຕັ້ງທີ 13 ແຂວງ ສະຫວັນນະເຂດ ຈໍານວນ 21 ທ່ານ, ຍິງ 4 ທ່ານ ປະກອບມີ: ທ່ານ ນາງ ສູນທອນ ໄຊຍະຈັກ, ທ່ານ ບຸນໂຈມ ອຸບົນປະເສີດ, ທ່ານ ໂພໄຊ ໄຂຄຳພິທູນ, ທ່ານ ໄຊລືຊາ ອິນສີ ຊຽງໃໝ່, ທ່ານ ແສນສັກ ສຸລິສັກ, ທ່ານ ພອນສານ ວິໄລເມັ້ງ, ທ່ານ ອາຄົມ ປຣະເສີດ, ທ່ານ ແສນສັກ ພົມວົງສາ, ທ່ານ ສາລີ ວິນລາວັນ, ທ່ານ ພູລຳພອນ ສີຫາວົງ, ທ່ານ ສີສະຫວາດ ເພັງທະລັງສີ, ທ່ານ   ໄຊຍະເດດ ຜຸຍຍະວົງ, ທ່ານ ຈັນທະລາ ພາມີສິດ, ທ່ານ ຄໍາຜອງ  ສົມວິຈິດ, ທ່ານ ນາງ ມະໄລທອງ ທຳມະຕິກາ, ທ່ານ ສຸນັນທາ   ຈຸນລະມະນີ, ທ່ານ ນາງ ບົວສະຫວັນ ລຸຍບົວທອງ, ທ່ານ ໄຊປັນຍາ ພົມວິຫານ, ທ່ານ ສົມບູນ ສີຫານາດ,  ທ່ານ ນາງ ຫົງຄໍາ ໄຊຍະຄົມ, ທ່ານ ສິດທິໄຊ ໄຊຍະວົງ.

     ເຂດເລືອກຕັ້ງທີ 14 ແຂວງ ສາລະວັນ ຈໍານວນ 10 ທ່ານ, ຍິງ 2 ທ່ານ ປະກອບມີ: ທ່ານ ວິໄລວົງ ບຸດດາຄໍາ, ທ່ານ ດາວວົງ ພອນ ແກ້ວ, ທ່ານ ບຸນທັນ ບຸນວິໄລ, ທ່ານ ຈັນສະໝອນ ພົມມະແສງ, ທ່ານ ຈັນສິລອນ ສີສົມບູນ, ທ່ານ ນາງ ວາດສະໜາ ໂພໄຊຍະວົງ, ທ່ານ ບຸນເຕີ້ຍ ດວງສຸລິຍະວົງສາ, ທ່ານ  ເພັດລາ ທັນທະວົງສາ, ທ່ານ ນາງ ຄໍາພໍ ສິລິພະຈັນ, ທ່ານ ສົມພອນ ແສງສຸລິຈັນ.

     ເຂດເລືອກຕັ້ງທີ 15 ແຂວງ ຈຳປາສັກ ຈຳນວນ 15 ທ່ານ, ຍິງ 4 ທ່ານ ປະກອບມີ: ທ່ານ ສອນໄຊ ສີພັນດອນ, ທ່ານ ອາລຸນໄຊ  ສູນນະລາດ, ທ່ານ ນາງ ມີນາ ສີວິໄລ, ທ່ານ ແກ້ວລັດຕະນະ ສີຫາວົງ, ທ່ານ ໄພວັນ ແກ້ວປະເສີດ, ອະໄພ, ທ່ານ ພົ.ວ ແສງທອງ ທຳມະເທວາ, ທ່ານ ນາງ ປານຄໍາ ຂະຫຍອງເອກ, ທ່ານ ນາງ ບຸນສຸວັນ ໂພໄຊຊະນະສັກ, ທ່ານ ທິບພະສອນ ສະມາເລິກ. 

    ເຂດເລືອກຕັ້ງທີ 16 ແຂວງ ເຊກອງ ຈໍານວນ 7 ທ່ານ, ຍິງ 2 ທ່ານ ປະກອບມີ: ທ່ານ ບຸນຈັນ ສີ ວົງພັນ, ທ່ານ ບຸນຫລາຍ ບຸດທີ, ທ່ານ  ຈັນທະບູນ ສຸກອາລຸນ, ທ່ານ ຕຸລາວັນ ວົງໄຊ, ທ່ານ ນາງ ຄໍາໄພ  ວິລະສານ, ທ່ານ ນາງ ໄຮມະນີ  ວົງໜ່ໍແກ້ວ, ທ່ານ ພັ.ອ ຮຽມ ໄຊຍະລາດ.

    ເຂດເລືອກຕັ້ງທີ 17 ແຂວງ ອັດຕະປື ຈໍານວນ 7 ທ່ານ, ຍິງ 2 ທ່ານ ປະກອບມີ: ທ່ານ ບຸນເຖິງ ດວງສະຫວັນ, ທ່ານ ພົ.ວ ສຸລິໄຊ ພິຈິດ, ທ່ານ ລິດຕາ ຂັດທິຍະ, ທ່ານ ພູວັນ ພົມມະຈັນ, ທ່ານ ນາງ ແສງອາລຸນ ວົງສາທິການ, ທ່ານ ນາງ ອ່ອນໄສ ມຽງລາວັນ, ທ່ານ ພັອ ບຸນເລີດ ແກ້ວພຸດທະວົງ.

    ເຂດເລືອກຕັ້ງທີ 18 ແຂວງ ໄຊສົມບູນ ຈໍານວນ 7 ທ່ານ, ຍິງ 2 ທ່ານ ປະກອບມີ: ທ່ານ ມອນໄຊ  ລາວມົວຊ່ຶງ, ທ່ານ ພອຍຄໍາ ຮຸ່ງບຸນຍວງ, ທ່ານ ນາງ ຄໍາສີ ສິດທິວໍລະດາ, ທ່ານ ຄົວຈ່ັງ ດຣາເຊິ່ງ, ທ່ານ ນາງ ບຸນທະວີ ສິງວິໄລ,  ທ່ານ ໂພສີ ເຕັມເມລາດ, ທ່ານ ຄຳເພັດ ດວງມາລາ.

     ຄະນະກຳມະການເລືອກຕັ້ງ ນະຄອນຫລວງ, ຂັ້ນແຂວງ, ບັນດາອົງການຈັດຕັ້ງພັກ, ລັດ ແລະ ອົງການຈັດຕັ້ງມະຫາຊົນຂ້ັນ ສູນກາງ ຈົ່ງຈັດຕັ້ງຜັນຂະຫຍາຍຜົນ ການເລືອກຕັ້ງຄັ້ງນີ້ ໃຫ້ຮັບຮູ້ຢ່າງ ກວ້າງຂວາງ ແລະ ທົ່ວເຖິງນັບແຕ່ ມື້ໄດ້ຮັບປະກາດແຈ້ງການສະບັບນ້ ເປັນຕົ້ນໄປ.

        ຂ່າວ: ວຽງສະຫວັນ

KPL

ຂ່າວອື່ນໆ


Top